ມາຮູ້ຈັກກັບອາການ Smelly Hair Syndrome ຫຼື ພາວະຜົມເໝັນ


ເຮົາເຄີຍສັງເກດຕົວເຮົາເອງຫຼືບໍ່ວ່າ ເຮົາເປັນຄົນໜຶ່ງທີ່ມັກສະຜົມເປັນປະຈຳ, ເປົ່າຜົມຈົນແຫ້ງທຸກຄັ້ງ ແລະ ບໍ່ເຄີຍປ່ອຍໃຫ້ຜົມປຽກ ແຕ່ເວລາຜ່ານໄປບໍ່ພໍເທົ່າໃດ ຜົມທີ່ເຮົາຫາກໍສະແລ້ວກັບກາຍເປັນຜົມທີ່ໜຽວ ແລະ ມີກິ່ນເໝັນອອກມາຈາກເສັ້ນຜົມຫຼືໜັງຫົວ ເຮັດໃຫ້ເຮົາຂາດຄວາມໝັ້ນໃຈໄປເລີຍ. ຖ້າເຈົ້າເປັນຄົນໜຶ່ງທີ່ມີອາການດັ່ງກ່າວມານີ້ ກໍອາດຈະແມ່ນອາການຂອງຄົນທີ່ເປັນ Smelly Hair Syndrome ຫຼື ພາວະຜົມເໝັນ ກໍເປັນໄດ້.

  • Smelly Hair Syndrome ຫຼື ພາວະຜົມເໝັນ ແມ່ນຫຍັງ?

ພາວະຜົມເໝັນ (Smelly Hair Syndrome ຫຼື Smelly Scalp Syndrome) ຄືພາວະທີ່ໜັງຫົວ ແລະ ເສັ້ນຜົມເກີດກິ່ນໄດ້ງ່າຍ ເຖິງວ່າຈະສະຜົມເປັນປະຈຳ, ເປົ່າຜົມໃຫ້ແຫ້ງທຸກຄັ້ງ ແລະ ດູແລຮັກສາເສັ້ນຜົມຂອງເຮົາເປັນຢ່າງດີກໍຕາມ. ສຳລັບຜູ້ທີ່ີມີພາວະນີ້ສ່ວນໃຫຍ່ຈະມີກິ່ນອອກມາຈາກເສັ້ນຜົມແລະໜັງຫົວ ເຊິ່ງກິ່ນອາດຈະເໝັນຄືກັນກັບນົມບູດ, ຂົນໝາຕອນປຽກ, ເກີບເກົ່າ,… ໂດຍບາງຄົນອາດຈະມີອາການອື່ນໆຮ່ວມນຳເຊັ່ນ ອາການຄັນຈາກໜັງຫົວຫຼືເສັ້ນຜົມໜຽວມັນ.

  • ສາເຫດຂອງການເກີດພາວະຜົມເໝັນ

ພາວະຜົມເໝັນນີ້ແມ່ນສາມາດເກີດຂຶ້ນໄດ້ກັບທຸກເພດທຸກໄວ ແລະ ອາດເກີດມາຈາກສາເຫດຕ່າງໆຄືດັ່ງລຸ່ມນີ້:

  1. ຕ່ອມໄຂມັນຜະລິດໄຂມັນຫຼາຍເກີນໄປ
    ເມື່ອຕ່ອມໄຂມັນຜະລິດໄຂມັນຫຼາຍເກີນໄປ ເຮັດໃຫ້ເສັ້ນຜົມແລະໜັງຫົວມັນໄວເຊິ່ງມັນຈະດູດເອົາກິ່ນຕ່າງໆທີ່ຢູ່ໃຫ້ຕົວເຮົາເຊັ່ນ: ກິ່ນອາຫານ, ກິ່ນຢາສູບ, ກິ່ນຄວັນລົດທີ່ລອຍຢູ່ໃນອາກາດເອົາໄວ້. ດັ່ງນັ້ນຜົມຈຶ່ງເໝັນໄວກວ່າປົກກະຕິ.
  1. ຕ່ອມເຫື່ອຜະລິດເຫື່ອຫຼາຍກວ່າປົກກະຕິ
    ຕ່ອມເຫື່ອທີ່ໜັງຫົວຜະລິດເຫື່ອຫຼາຍເກິນໄປ ເຮັດໃຫ້ເສັ້ນຜົມແລະໜັງຫົວປຽກແລະອັບ.
  1. ຮໍໂມນປ່ຽນແປງ
    ຄວາມກັງວົນຫຼືການໃຊ້ຢາບາງຊະນິດ ອາດສົ່ງຜົນໃຫ້ຮໍໂມນໃນຮ່າງກາຍເກີດການປ່ຽນແປງເຊັ່ນ ຮໍໂມນ ແອນໂດຣເຈນ (Androgen) ທີ່ມີສ່ວນໃນການຄວບຄຸມໄຂມັນເທິງໜັງຫົວ ແລະ ສະພາບເສັ້ນຜົມ ເມື່ອຮໍໂມນບໍ່ສົມດຸນ ຕ່ອມໄຂມັນຈຶ່ງຜະລິດໄຂມັນຫຼາຍເກີນໄປ ຈົນເປັນສາເຫດໃຫ້ຜົມເໝັນໄດ້.
  1. ມີຂະໜາດເສັ້ນຜົມທີ່ນ້ອຍ
    ຜູ້ທີ່ມີຂະໜາດເສັ້ນຜົມທີ່ນ້ອຍລະອຽດແລະໜັງຫົວມັນກວ່າປົກກະຕິ ເນື່ອງຈາກມີປະລິມານຮູຂຸມຂົນແລະຕ່ອມໄຂມັນຫຼາຍ ຈຶ່ງອາດເຮັດໃຫ້ຜົມເໝັນໄວຂຶ້ນ.
  1. ການຕິດເຊື້ອຣາ
    ການຕິດເຊື້ອຣາ ຫຼື ທີ່ຫຼາຍຄົນມັກເອິ້ນວ່າ ຂີ້ກາກຂຶ້ນຫົວ (Tinea Capitis) ເຊິ່ງມີສາເຫດມາຈາກການຕິດເຊື້ອຣາກຸ່ມຈາກສັດສູ່ຄົນ (zoophilic fungi) ທີ່ສາມາດແຜ່ກະຈາຍໄດ້ໃນສັດເຊັ່ນ: ໝາ, ແມວ (ໂດຍສະເພາະແມວປ່ວຍ), ມະນຸດ ລວມໄປເຖິງວັດຖຸຕ່າງໆ ສ່ວນໃຫຍ່ແມ່ນມັກເກີດຂຶ້ນກັບເດັກນ້ອຍ ໂດຍສະເພາະເດັກຜູ້ຊາຍ. ໂຣກນີ້ບໍ່ພຽງແຕ່ຈະເຮັດໃຫ້ເສັ້ນຜົມ ແລະ ໜັງຫົວຂອງເຮົາເກີດກິ່ນເໝັນແຮງ ແຕ່ຍັງເຮັດໃຫ້ຜົມຫຼົ່ນໄດ້ອີກນຳ.
  1. ບັນຫາຜິວໜັງ

ຖ້າຫາກເຮົາມີບັນຫາຜິວໜັງ ກໍສາມາດເຮັດໃຫ້ຜົມເໝັນໄດ້ເຊັ່ນກັນ ໂດຍໂຣກຜິວໜັງທີ່ອາດຈະເປັນສາເຫດຂອງພາວະຜົມເໝັນມີຄື:

– ໂຣກຜິວໜັງອັກເສບ (seborrheic dermatitis)
– ໂຣກສະເກັດເງິນທີ່ໜັງຫົວ (Scalp Psoriasis)
– ຜື່ນແພ້ສຳຜັດ (Allergic contact dermatitis)
– ຜື່ນລະຄາຍສຳຜັດ (Irritant contact dermatitis)
– ຜົມຫຼົ່ນແບບມີບາດເທິງໜັງຫົວ (Scarring Alopecia)

  1. ບັນຫາອື່ນໆ

ນອກຈາກສາເຫດທີ່ກ່າວມາຂ້າງເທິງແລ້ວ ຍັງມີອີກຫຼາຍປັດໄຈທີ່ອາດເຮັດໃຫ້ເຈົ້າມີພາວະຜົມເໝັນໄດ້ ເຊັ່ນ: ບໍ່ມັກສະຜົມ, ກິນອາຫານທີ່ບໍ່ມີປະໂຫຍດຫຼາຍເກີນໄປ, ໃຊ້ຜະລິດຕະພັນທີ່ເຮັດໃຫ້ເສັ້ນຜົມລະຄາຍເຄືອງ.

  • ພາວະຜົມເໝັນແກ້ໄຂໄດ້ເອງເບື້ອງຕົ້ນງ່າຍໆ

ປັດຈຸບັນຍັງບໍ່ທັນມີວິທີການປິ່ນປົວພາວະຜົມເໝັນທີ່ຊັດເຈນ ເຊິ່ງການຮັກສານັ້ນແມ່ນຂຶ້ນກັບສາເຫດ ແລະ ອາການຂອງແຕ່ລະຄົນ. ແຕ່ວ່າຜູ້ຊ່ຽວຊານທາງດ້ານເສັ້ນຜົມ ແລະ ໜັງຫົວໄດ້ແນະນຳຂັ້ນຕອນເບື້ອງຕົ້ນ ໃນການແກ້ໄຂ ແລະ ບັນເທົາພາວະຜົມເໝັນໄວ້ດັ່ງລຸ່ມນີ້:

– ໝັ່ນສະຜົມໃຫ້ຫຼາຍກວ່າເກົ່າ ຫາກເສັ້ນຜົມ ແລະ ໜັງຫົວມັນຫຼາຍ ຄວນສະຢ່າງໜ້ອຍມື້ລະ 1 ຄັ້ງ.
– ໃຊ້ຢາສະຜົມສູດອ່ອນໂຍນ ແລະ ບໍ່ມີສ່ວນປະສົມຂອງ ສານ Silicone ເພື່ອປ້ອງກັນຮູຂຸມຂົນອັດຕັນ.
– ຄວນເປົ່າຜົມໃຫ້ແຫ້ງຫຼັງຈາກສະຜົມແລ້ວ ບໍ່ຄວນປ່ອຍໃຫ້ຜົມປຽກ.
-ຫຼີກເວັ້ນການໃຊ້ຄີມນວດທີ່ບໍລິເວນໜັງຫົວ ເພາະຈະເຮັດໃຫ້ໜັງຫົວມັນຂຶ້ນ ຄວນໃຊ້ຄີມນວດທີ່ປາຍຜົມເທົ່ານັ້ນ.

– ບໍ່ຄວນໃຊ້ຜະລິດຕະພັນຈັດແຕ່ງຊົງຜົມເຊັ່ນ: ເຈວ, ສະເປ, ນ້ຳມັນ ເພາະຈະເຮັດໃຫ້ໜັງຫົວມັນຂຶ້ນ.
– ບໍ່ຄວນເກົາໜັງຫົວ ຫຼື ສຳຜັດຜົມຫຼາຍເກີນໄປ ເພາະຈະເປັນການກະຕຸ້ນໃຫ້ຕ່ອມໄຂມັນຜະລິດໄຂມັນຫຼາຍເກີນໄປ.
– ຫາກເປັນຄົນເຫື່ອອອກງ່າຍ ຄວນນຸ່ງເສື້ອຜ້າທີ່ອາກາດຖ່າຍເທສະດວກ.
– ຫຼີກເວັ້ນການຢູ່ໃນບໍລິເວນທີ່ອາກາດຮ້ອນ.
– ຫາກຕ້ອງຢູ່ກາງແຈ້ງເປັນເວລາດົນ ຄວນໃສ່ໝວກເພື່ອປ້ອງກັນເສັ້ນຜົມຈາກມົນລະພິດທາງອາກາດ.

ຫາກເຈົ້າເປັນຄົນໜຶ່ງທີ່ມີພາວະຜົມເໝັນແລ້ວປ່ອຍເອົາໄວ້ ບໍ່ປິ່ນປົວ ຫຼື ແກ້ໄຂ ມັນອາດຈະສົ່ງຜົນໃຫ້ເກີດບັນຫາສຸຂະພາບອື່ນໆນຳມາເຊັ່ນ: ບັນຫາຜົມຫຼົ່ນ, ຜິວໜັງອັກເສບ. ຖ້າລອງເຮັດວິທີແກ້ຫົວເໝັນຄືດັ່ງທີ່ໄດ້ກ່າວໄວ້ທາງເທິງ ແຕ່ອາການບໍ່ຍັງດີຂຶ້ນ ຄວນໄປພົບແພດໝໍ ເພື່ອຮັບຄຳປຶກສາ ແລະ ວິທີປິ່ນປົວຢ່າງຖືກຈຸດແບບທັນເວລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/