El Salvador ປະກາດວາງແຜນທີ່ຈະສ້າງ Bitcoin City ເປັນປະເທດທຳອິດຂອງໂລກ


ໃນວັນອາທິດມື້ວານນີ້ (21/11/2021) ທີ່ເມືອງແຄມທະເລ Mizata ປະເທດ El Salvador ໄດ້ຈັດງານ Bitcoin Week ເພື່ອໂປຣໂໝດ Bitcoin ເຊິ່ງມີຜູ້ຊ່ຽວຊານດ້ານ Cryptocurrency ເຂົ້າຮ່ວມເປັນຈຳນວນຫຼາຍ. ໃນງານດັ່ງກ່າວ ໄດ້ມີປະກາດສຳຄັນຈາກ Nayib Bukele ປະທານາທິບໍດີຂອງ El Salvador ວ່າ El Salvador ກຽມເປັນປະເທດທຳອິດຂອງໂລກທີ່ມີແຜນຈະສ້າງ Bitcoin City ແລະ ອອກພັນທະບັດ Bitcoin ເຊິ່ງຈະບໍ່ມີການເກັບພາສີລາຍໄດ້, ພາສີທີ່ດິນແລະສິ່ງກໍ່ສ້າງ ລວມໄປຮອດພາສີກຳໄລຈາກການລົງທຶນ.

Nayib Bukele ປະທານາທິບໍດີຂອງ El Salvador

ຕາມຂໍ້ມູນຂອງ Samson Mow ປະທານເຈົ້າໜ້າທີ່ຍຸດທະສາດ Blockstream ໄດ້ຖະແຫຼງເທິງເວທີຮ່ວມກັບ Bukele ວ່າ El Savaldor ມີແຜນຈະອອກພັນທະບັດສະກຸນເງິນໂດລາ ໃນຮູບແບບ ດິຈິຕອນ ມູນຄ່າ 1 ພັນລ້ານໂດລາ ອາຍຸການໃຊ້ງານແມ່ນ 10 ປີ ເຊິ່ງຈະຈ່າຍຜົນຕອບແທນ 6.5% ຜ່ານເຄືອຂ່າຍ Liquid Network ໂດຍມູນຄ່າຂອງເງິນດັ່ງກ່າວທີ່ເອີ້ນວ່າ “ພັນທະບັດພູໄຟ” ຈະຖືກປ່ຽນເປັນ Bitcoin ແລະ ອີກເຄິ່ງໜຶ່ງຈະຖືກນໍາໄປໃຊ້ໃນການພັດທະນາໂຄງສ້າງພື້ນຖານແລະການເຮັດເໝືອງຂຸດ Bitcoin ເຊິ່ງໃຊ້ຄວາມຮ້ອນຈາກໃຕ້ດິນເປັນແຫຼ່ງພະລັງງານ.

Mow ກ່າວວ່າ ພັນທະບັດທີ່ໄດ້ປະກາດອອກໄປແມ່ນມີຊື່ເອີ້ນວ່າ “Volcano Bond” ຫຼື ພັນທະບັດພູໄຟ ເຊິ່ງລັດຖະບານຈະເລີ່ມຂາຍ Bitcoins ແລະຈ່າຍເງິນປັນຜົນເພີ່ມຕື່ມໃຫ້ແກ່ນັກລົງທຶນ ຫຼັງຈາກຜ່ານໄປ 5 ປີ.

ໂດຍຮູບແບບຈຳລອງຂອງ Blockstream ສະແດງໃຫ້ເຫັນວ່າເມື່ອຄົບ 10 ປີຂອງພັນທະບັດດັ່ງກ່າວ ອັດຕາຜົນຕອບແທນປະຈຳປີທີ່ນັກລົງທຶນຈະໄດ້ຮັບ ສູງເຖິງ 146% ເຊິ່ງຄາດຄະເນຈາກມູນຄ່າຂອງ Bitcoin ທີ່ມີທ່າອ່ຽງສູງຂຶ້ນເລື້ອຍໆ ແລະ ຄາດວ່າລາຄາຂອງ Bitcoin ຈະຂຶ້ນເຖິງ 1 ລ້ານໂດລາຕໍ່ 1 Bitcoin ພາຍໃນ 5 ປີຕໍ່ຈາກນີ້.

Mow ກ່າວເສີມອີກວ່າໄລຍະເວລາຂອງການລັອກພັນທະບັດໄດ້ຖືກອອກແບບມາເພື່ອເອົາ 500 ໂດລາ ໃນ Bitcoin ອອກຈາກຕະຫຼາດເປັນເວລາ 5 ປີ ເພື່ອເຮັດໃຫ້ຫຼຽນຂາດຕະຫຼາດແລະເຮັດໃຫ້ຫຼຽນມີມູນຄ່າເພີ່ມຂຶ້ນ.

Bitcoin ໄດ້ທຳລາຍສະຖິຕິລາຄາສູງສຸດເປັນປະຫວັດສາດ ໂດຍມີລາຄາ 68,000 ໂດລາ ໃນຕົ້ນເດືອນພະຈິກນີ້ ແລ້ວລາຄາກໍໄດ້ຕົກລົງມາເກືອບ 20% ໃນໄລຍະເວລາຫຼາຍອາທິດຫຼັງຈາກນັ້ນ. ເຖິງວ່າລາຄາຂອງ Bitcoin ຈະລົດລົງ ແຕ່ Bukele ກ່າວວ່າເປັນໂອກາດທີ່ດີທີ່ຈະຊື້ເພີ່ມ. ໃນປັດຈຸບັນ El Savaldor ຄອບຄອງ Bitcoin ຢູ່ຢ່າງໜ້ອຍ 1,100 ຫຼຽນ. ສໍາລັບແຜນ Bitcoin City ແມ່ນຈະຖືກສ້າງຢູ່ໃກ້ກັບພູໄຟ Conchaqua ເຊິ່ງຈະເປັນບ່ອນໃຫ້ພະລັງງານສຳຄັນສຳລັບການຂຸດ Bitcoin ແລະ ການອອກພັນທະບັດແມ່ນຈະເລີ່ມຕົ້ນໃນປີ 2022 ເຊິ່ງພາສີດຽວທີ່ຈະເກັບໃນ Bitcoin City ແມ່ນພາສີມູນຄ່າເພີ່ມ 10% ໂດຍຈະຖືກນຳມາໃຊ້ສຳລັບການກໍ່ສ້າງແລະການບໍລິການໃນຕົວເມືອງ.

ນອກຈາກນີ້ ທັງ Bukele ແລະ Mow ກ່າວວ່າ ແຜນການທີ່ຈະອອກພັນທະບັດ Bitcoin ແລະ ແຜນການສ້າງ Bitcoin City ຈະເຮັດໃຫ້ El Salvador ເປັນສູນກາງທາງດ້ານການເງິນຂອງໂລກ.

“ປະເທດທຳອິດທີ່ເຮັດສິ່ງນີ້ຈະມີຄວາມໄດ້ປຽບຢ່າງມະຫາສານ ແລະ ຈະມີປະເທດອື່ນໆທີ່ຄ່ອຍໆເຮັດຕາມ” Mow ກ່າວ.

Mow ຍັງເປີດເຜີຍເຖິງແຜນການສ້າງ Bitcoin City ວ່ານັກລົງທຶນທີ່ເຂົ້າມາລົງທຶນຈະໄດ້ຮັບສະຖານະຜູ້ອາໄສຖາວອນ ລວມເຖິງໂອກາດໃນການໄດ້ສັນຊາດ El Salvador ເປັນການຕອບແທນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/