ຫຼາຍຝ່າຍຖາມຫາການຫາຍຕົວໄປ ຂອງ Peng Shuai ຫຼັງຈາກໄດ້ອອກມາເປີດເຜີຍວ່າຕົນເອງຖືກລ່ວງລະເມີດຈາກອະດີດຮອງນາຍົກລັດຖະມົນຕີ


Peng Shuai ແມ່ນນັກເທນນິສສາວຊາວຈີນຊື່ດັງ ອາຍຸ 35 ປີ ແລະ ເຄີຍຂຶ້ນໄປເປັນມືວາງອັນດັບໜຶ່ງຂອງໂລກໃນປະເພດຍິງຄູ່ ລວມໄປເຖິງການສ້າງຜົນງານອີກຫຼາຍຢ່າງ. ໃນຕົ້ນເດືອນພະຈິກທີ່ຜ່ານມາ Peng Shuai ໄດ້ອອກມາເປີດເຜີຍຜ່ານ Blog ໃນເວັບ Weibo ວ່າຖືກອະດີດຮອງນາຍົກລັດຖະມົນຕີຈີນ  Zhang Gaoli ລ່ວງລະເມີດທາງເພດເປັນເວລາກວ່າ 10 ປີ. ຫຼັງຈາກຂໍ້ຄວາມນີ້ຖືກເຜີຍແຜ່ອອກໄປ, ຊື່ຂອງ Peng Shuai ກໍຖືກລຶບອອກຈາກການຄົ້ນຫາໃນ social media ຂອງຈີນ ແລະ ຂໍ້ຄວາມໃນ Blog ກໍຖືກລຶບເກືອບຈະທັນທີ ທີ່ຂໍ້ຄວາມນີ້ຖືກເຜີຍແຜ່.

Peng Shuai ແລະ ອະດີດຮອງນາຍົກລັດຖະມົນຕີ Zhang Gaoli

ເຊິ່ງຂ່າວນີ້ໄດ້ກາຍເປັນຂ່າວດັງທັງໃນປະເທດຈີນແລະຕ່າງປະເທດ. ສຳນັກຂ່າວຫຼາຍໆສຳນັກກໍໄດ້ລົງຂ່າວກ່ຽວກັບ Peng Shuai  ທີ່ຖືກ Zhang Gaoli ລ່ວງລະເມີດທາງເພດ ແລະ ບັງຄັບໃຫ້ມີເພດສໍາພັນນໍາຕັ້ງແຕ່ໄລຍະປີ 2013-2018 ພ້ອມກັບເລົ່າເຖິງຫຼາຍໆເຫດການທີ່ເກີດຂຶ້ນເອົາໄວ້ ໂດຍມັນເປັນຄວາມສຳພັນທີ່ລາວບໍ່ຍິນຍອມ.

Peng Shuai ໄດ້ຮັບການສະໜັບສະໜູນ ແລະ ກຳລັງໃຈຈາກໜ່ວຍງານດ້ານກິລາແລະອົງກອນດ້ານສິດທິມະນຸດ ຕະຫຼອດຈົນຮອດລັດຖະບານ ແລະ ນັກເທນນິສຊື່ດັງໃນຫຼາຍປະເທດ ຫຼັງຈາກອອກມາເປີດເຜີຍເລື່ອງລາວດັ່ງກ່າວ, ກ່ອນທີ່ຈະຫາຍຕົວໄປແລະບໍ່ມີໃຜພົບເຫັນຕັ້ງແຕ່ວັນທີ 2 ພະຈິກທີ່ຜ່ານມາ.

Jen Psaki ເຊິ່ງເປັນໂຄສົກຂອງທໍານຽບຂາວພາຍໃຕ້ການນໍາຂອງປະທານາທິບໍດີ Joe Biden ໄດ້ຖະແຫຼງກັບສື່ວ່າ ຕ້ອງການໃຫ້ຈີນສົ່ງຫຼັກຖານທີ່ກວດສອບໄດ້ກ່ຽວກັບທີ່ຢູ່ຂອງ Peng ແລະໄດ້ສະແດງຄວາມກັງວົນໃຈຢ່າງຍິ່ງໃນການຫາຍຕົວໄປຂອງ Peng.

ທາງດ້ານ ສຳນັກງານຄະນະກຳມະການສູງສຸດທາງສິດທິມະນຸດແຫ່ງສະຫະປະຊາຊາດ ຫຼື OHCHR ກໍໄດ້ຮຽກຮ້ອງໃຫ້ທາງຈີນສະແດງຫຼັກຖານແລະຄວາມເປັນຢູ່ຂອງ Peng ພ້ອມທັງດໍາເນີນການສືບສວນແບບປອດໃສຕໍ່ກໍລະນີທີ່ Peng ອອກມາກ່າວເຖິງອະດີດຮອງນາຍົກຈີນ.

“ມັນເປັນສິ່ງສໍາຄັນທີ່ຈະມີຫຼັກຖານສະແດງເຖິງບ່ອນຢູ່ແລະສະຫວັດດີການຂອງ Peng ແລະ ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສືບ​ສວນ​​ແບບ​ໂປ່ງ​ໃສ​ຢ່າງ​ເຕັມ​ທີ່ ໃນຂໍ້​ກ່າວ​ຫາ​ຂອງ ​Peng ​ກ່ຽວ​ກັບ​ການ​ລ່ວງ​ລະ​ເມີດ​ທາງ​ເພດ.” ນາງ Liz Throssell ໂຄສົກຍິງຂອງ OHCHR ກ່າວຕໍ່ນັກຂ່າວໃນນະຄອນເຈນີວາ.

 ນອກຈາກນີ້ນັກເທນນິສລະດັບໂລກຫຼາຍຄົນ ເຊັ່ນ Naomi Osaka, Serena Williams ແລະ Novak Djokovic ຕ່າງກໍອອກມາສະໜັບໜູນ Peng ຫຼັງຈາກ Peng ໄດ້ໂພສເປີດເຜີຍການກະທຳຂອງອະດີດຮອງນາຍົກ ລົງໃນ Weibo.

ໃນຂະນະທີ່ ສະຖານີໂທລະພາບທາງການຂອງຈີນຄື CGTN   ໄດ້ລາຍງານໃນໄລຍະອາທິດທີ່ຜ່ານມາ ໂດຍໄດ້ອ້າງ ອີເມວທີ່ Peng ສົ່ງເຖິງ Steve Simon ປະທານເຈົ້າໜ້າທີ່ບໍລິຫານຂອງສະມາຄົມນັກເທນນິສມືອາຊີບຍິງ ຫຼື WTA ລະບຸວ່າ Peng ກຳລັງພັກຢູ່ທີ່ເຮືອນປອດໄພດີ ແລະ ຂໍ້ກ່າວຫາເລື່ອງການຖືກລະເມີດທາງເພດນັ້ນບໍ່ແມ່ນຄວາມຈິງ. Simon ຕັ້ງຄຳຖາມເຖິງຄວາມໜ້າເຊື່ອຖືຂອງອີເມວນີ້ ແລະ ຕອນນີ້ທາງ WTA ກຳລັງພະຍາຍາມຫາທຸກວິຖີ ເພື່ອຕິດຕໍ່ແລະໂອ້ລົມກັບ Peng ໂດຍກົງ.

ນອກຈາກນີ້ Steve Simon ປະທານ WTA ໄດ້ບອກກັບ BBC ວ່າຈະບໍ່ມີການຈັດການແຂ່ງຂັນໃນຈີນ ຫາກບໍ່ມີຫຼັກຖານວ່າ Peng ປອດໄພ.

ຈາກການຫາຍຕົວໄປກວ່າເຄິ່ງເດືອນເຮັດໃຫ້ຄົນທົ່ວໂລກຮູ້ສຶກເປັນຫ່ວງຄວາມປອດໄພ ແລະ ຊ່ວຍກັນຕາມຫາ Peng ດ້ວຍການຕິດ #WhereIsPengShuai ໃນ social mediaຕ່າງໆ ເພື່ອຕັ້ງຄຳຖາມຕໍ່ຈີນວ່າ Peng ຫາຍໄປໃສ ແລະ ຮຽກຮ້ອງໃຫ້ທາງການຈີນອອກມາຖະແຫຼງການກ່ຽວກັບປະເດັນນີ້.

ເຊິ່ງ Naomi Osaka ນັກເທນນິສອະດີດມືວາງອັນດັບໜຶ່ງຂອງໂລກກໍໄດ້ອອກມາຮຽກຮ້ອງກ່ຽວກັບການຫາຍຕົວໄປຂອງ Peng ໂດຍໄດ້ ຕິດ #WhereIsPengShuai ພ້ອມໂພສຂໍ້ຄວາມລົງໃນ Twitter ວ່າ ການປິດບັງເປັນສິ່ງທີ່ບໍ່ຄວນເຮັດບໍ່ວ່າໃນແງ່ໃດກໍຕາມ ເຊິ່ງ Naomi ຫວັງວ່າ Peng ແລະ ຄອບຄົວຈະປອດໄພດີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/