ສະຫະລາຊະອານາຈັກແບນບໍ່ໃຫ້ຜູ້ຂັບຂີ່ໃຊ້ໂທລະສັບມືຖື


ການຂັບຂີ່ຢ່າງປອດໄພຕ້ອງເລີ່ມຈາກທີ່ຕົນເອງ ໃນການລະມັດລະວັງ ຍິ່ງແມ່ນສະໄໝນີ້ທີ່ໂລກໄດ້ພັດທະນາໄປໄກກັບເລື່ອງເທັກໂນໂລຢີແລ້ວ. ມີບາງຄົນທີ່ຍັງເສບຕິດການນຳໃຊ້ມືຖື ຫຼື ມີພຶດຕິກຳມັກຈັບເບິ່ງມືຖືຕະຫຼອດເວລາ ໂດຍສະເພາະແມ່ນໃນຂະນະທີ່ຂັບລົດຢູ່ ບໍ່ວ່າຈະແມ່ນພຽງວິນາທີດຽວກໍອາດເກີດສິ່ງທີ່ບໍ່ຄາດຄິດໄວ້ໄດ້. ເຖິງຢ່າງໃດກໍຕາມ, ການນຳໃຊ້ໂທລະສັບມືຖືເວລາຂັບລົດກໍເປັນສິ່ງທີ່ຜິດກົດໝາຍທົ່ວໂລກຢູ່ແລ້ວ ຍົກເວັ້ນແຕ່ກໍລະນີສຸກເສີນ. ດ້ວຍເຫດນັ້ນ, ທີ່ສະຫະລາຊະອານາຈັກຈຶ່ງໄດ້ມີການແບນບໍ່ໃຫ້ຜູ້ຂັບຂີ່ໃຊ້ໂທລະສັບມືຖືຕັ້ງແຕ່ປີ 2022 ເປັນຕົ້ນໄປ.

ການແບນດັ່ງກ່າວແມ່ນເພື່ອທີ່ຈະຫຼຸດຜ່ອນຄວາມສ່ຽງຂອງອຸບັດຕິເຫດ ແລະ ການບາດເຈັບທີ່ເກີດຈາກຜູ້ຂັບຂີ່ນັ້ນຖືກດຶງສະມາທິ ຫຼື ຄວາມສົນໃຈຈາກໂທລະສັບ. ມັນຈະມີຜົນຕໍ່ຜູ້ຂັບຂີ່ທີ່ຈັບໃຊ້ມືຖືບໍ່ວ່າຈະຖ່າຍຮູບ ຫຼື ຫຼິ້ນເກມໃນຂະນະທີ່ຈອດລົດຢູ່ໄຟແດງ ຫຼື ຂະນະທີ່ຢູ່ເສັ້ນທາງຈະລາຈອນຕິດຂັດ.​ ຖ້າຝ່າຝືນຈະໄດ້ມີການປັບໃໝ 200 ປອນ ແລະ ຫັກຄະແນນຂັບຂີ່ 6 ຄະແນນ.

ຜູ້ຂັບຂີ່ລົດຈັກຈະໄດ້ຮັບອະນຸຍາດນຳໃຊ້ໂທລະສັບມືຖືໄດ້ ແຕ່ຈະຕ້ອງຜ່ານອຸປະກອນຂາຕັ້ງຊ່ວຍຈັບໃນຂະນະທີ່ຂັບຂີ່ເພື່ອຮັບປະກັນຄວາມປອດໄພ. ແຕ່ພວກເຂົາຈະຕ້ອງຮັບຜິດຊອບເມື່ອໃດກໍຕາມທີ່ເຈົ້າໜ້າທີ່ຕຳຫຼວດເຫັນວ່າພວກເຂົາບໍ່ສາມາດຄວບຄຸມຍານພາຫະນະຂອງຕົນໃຫ້ເໝາະສົມໄດ້.

ເຖິງຢ່າງໃດກໍຕາມ, ຜູ້ຂັບຂີ່ສາມາດນຳໃຊ້ໂທລະສັບໃນຂະນະໃຊ້ຈ່າຍສິນຄ້າ ເພື່ອຫຼຸດຜ່ອນການສຳຜັດໄດ້ເປັນກໍລະນີຍົກເວັ້ນ ແລະ ເພື່ອທີ່ຈະໃຫ້ຜູ້ຂັບຂີ່ຮັບຮູ້ເຖິງລະບຽບການດັ່ງກ່າວ ຈະຕ້ອງມີຕຳຫຼວດເພີ່ມຂຶ້ນຕາມທ້ອງຖະໜົນເພື່ອກວດສອບເບິ່ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/