ຊາວອິດສະລາມໃນອິນໂດເນເຊຍ ຖືກຫ້າມໃຊ້ Cryptocurrency ເປັນສະກຸນເງິນ ອ້າງຜິດຫຼັກການສາສະໜາ


ສະພາທາງສາສະໜາຂອງຊາວອິດສະລາມ Indonesian Ulema Council ຂອງອິນໂດເນເຊຍ (MUI) ແລະ ອົງການຈັດຕັ້ງຊັ້ນນໍາຂອງນັກບວດ, ໄດ້ຕັດສິນວ່າການໃຊ້ຈ່າຍ Cryptocurrency ເປັນສະກຸນເງິນ ແມ່ນຜິດກົດໝາຍໃນອິດສະລາມ, ແຕ່ວ່າການ trade Crypto ຫຼືຫຼຽນບາງຊະນິດຍັງສາມາດເຮັດໄດ້ຄືເກົ່າຫຼັງຈາກທີ່ໄດ້ຮັບອະນຸຍາດແລ້ວ.

ອິນໂດເນເຊຍ ເປັນໜຶ່ງໃນປະເທດທີ່ມີຊາວມຸດສະລິມທີ່ຫຼາຍທີ່ສຸດໃນໂລກ, ເຖິງວ່າຂໍ້ຈໍາກັດຈາກ MUI ຈະບໍ່ກ່ຽວຂ້ອງໂດຍກົງກັບກົດໝາຍຂອງປະເທດ ແຕ່ວ່າການອອກກົດໝາຍຫ້າມໃຊ້ Crypto ເປັນສະກຸນເງິນ ນັບວ່າມັນຈະສົ່ງຜົນບໍ່ທາງໃດກໍທາງໜຶ່ງກັບຊາວມຸດສະລິມທີ່ລົງທຶນກັບຕະຫຼາດ Crypto ຢ່າງແນ່ນອນ.

ຈາກຂໍ້ມູນກະ​ຊວງ​ການ​ຄ້າ​ຂອງອິນໂດເນເຊຍລາຍ​ງານ​ວ່າ: ມູນ​ຄ່າ​ການ​ຄ້າ cryptocurrency ທັງ​ໝົດ​ຂອງອິນໂດເນເຊຍແມ່ນ​ບັນ​ລຸ 370 ພັນ​ຕື້​ຣູ​ເປຍ (ປະມານ 25.96 ພັນລ້ານໂດ​ລາ) ໃນເດືອນພຶດສະພາຂອງປີນີ້ ເຊິ່ງມູນຄ່ານີ້ເຕີບໃຫຍ່ກວ່າປີ 2020 ປະມານ 6 ເທົ່າ ຈາກມູນຄ່າການຊື້ຂາຍໃນປີ 2020 ປະມານ 4.5 ພັນລ້ານໂດລາ. ນອກຈາກນີ້ໃນປີ 2021 ຈຳນວນຜູ້ໃຊ້ງານກໍເພີ່ມມາເປັນ 6,5 ລ້ານຄົນ ຈາກ 4 ລ້ານຄົນໃນປີກ່ອນໜ້ານີ້.

“ອີງຕາມກົດໝາຍ Shariah ຂອງອິດສະລາມ, ການໃຊ້ Cryptocurrency ເປັນວິທີການຊຳລະເງິນ ແມ່ນຜິດຕໍ່ຫຼັກການຂອງກົດໝາຍ ເນື່ອງຈາກວ່າ Crypto ເປັນໜ່ວຍເງິນທີ່ບໍ່ມີຄວາມແນ່ນອນແລະອັນຕະລາຍ ພ້ອມທັງເປັນການລະເມີດກົດໝາຍບາງຂໍ້ອີກ” Asrorun Niam Sholeh ຫົວໜ້າກຸ່ມຂອງ MUI ໄດ້ບອກກັບສຳນັກຂ່າວ Reuters.

“ການຊື້ຂາຍ Cryptocurrency ແມ່ນຜິດກົດໝາຍ, ໂດຍ MUI ປຽບທຽບວ່າມັນຄືກັນກັບການຫຼິ້ນການພະນັນ, ເພາະວ່າມັນບໍ່ສອດຄ່ອງກັບກົດລະບຽບຂອງອິດສະລາມ ເຊັ່ນວ່າ ມູນຄ່າທີ່ຊັດເຈນ, ຈໍານວນທີ່ແນ່ນອນ ແລະ ເຫດຜົນອື່ນໆ”.

“ຢ່າງໃດກໍຕາມ, MUI ອະນຸຍາດໃຫ້ມີການຊື້ຂາຍ Cryptocurrency ທີ່ສອດຄ່ອງກັບກົດລະບຽບຂອງອິດສະລາມ ແລະ ມີຜົນປະໂຫຍດຢ່າງຊັດເຈນ” Asrorun ກ່າວເສີມ.

ການແລກປ່ຽນສິນຄ້າອະນຸຍາດໃຫ້ມີການຊື້ຂາຍ cryptocurrency ໃນຫຼາຍຮ້ອຍສະກຸນເງິນທີ່ສາມາດຕອບສະໜອງຄວາມຕ້ອງການທາງດ້ານຄວາມປອດໄພແລະການຄຸ້ມຄອງທີ່ດີຂອງລະບົບ blockchain.

ສະພາທາງສາສະໜາ MUI ບໍ່ມີຜົນບັງຄັບໃຊ້ຕາມກົດໝາຍ ເພາະມັນບໍ່ແມ່ນສ່ວນໜຶ່ງຂອງລັດຖະບານ, ແຕ່ຄຳຕັດສິນດັ່ງກ່າວອາດຈະສົ່ງຜົນກະທົບຕໍ່ການຕັດສິນໃຈລົງທຶນຂອງຊາວມຸດສະລິມບາງຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/