ພາສາທີ່ສູນພັນໄປແລ້ວ ແຕ່ຍັງມີສັດຊະນິດໜຶ່ງທີ່ເວົ້າໄດ້ ນັ້ນກໍຄືນົກແກ້ວ


ພາສາທີ່ສູນພັນໄປແລ້ວ ຫຼື ພາສາທີ່ມະນຸດລືມໄປແລ້ວ ຈົນບໍ່ສາມາດເວົ້າໄດ້ ແຕ່ຍັງມີສັດຊະນິດໜຶ່ງທີ່ສາມາດເວົ້າໄດ້ ທັ້ງໆທີ່ພາສານັ້ນກາຍເປັນພາສາທີ່ສູນພັນໄປແລ້ວ ສັດໂຕນີ້ຫຼາຍຄົນຄົງຮູ້ຈັກກັນດີ ນັ້ນກໍຄື “ນົກແກ້ວ”.

ນົກແກ້ວ ຕາມທີ່ມະນຸດຮັບຮູ້ແມ່ນເປັນສັດປະເສີດຊະນິດໜຶ່ງ ມີຄວາມສາມາດໂດຍສະເພາະນັ້ນກໍຄືການເວົ້າ ເປັນຕົ້ນແມ່ນການເອີ້ນຊື່ ຫຼື ຄໍາສັ້ນໆ ທີ່ເຮົາສາມາດສອນນົກແກ້ວໄດ້ງ່າຍໆ. ບາງຄັ້ງທີ່ໄດ້ຍິນຄົນເວົ້າຕະຫຼອດ ຫຼື ສອນຫຼາຍຄັ້ງ ນົກຊະນິດນີ້ກໍຈະສາມາດເວົ້າຕາມເຮົາໄດ້.

ຢ້ອນກັບໄປປີ 1799 ເຖິງ 1804 ນັກທຳມະຊາດວິທະຍາ ແລະ ພາສາສາດຊາວເຢຍລະມັນ “ອະເລັກຊານເດີ ຟອນ ຮຳໂບດ” (Alexander von Humboldt) ໄດ້ເດີນທາງມາສຳຫຼວດໃນທະວີບອາເມຣິກາໃຕ້ ເຊິ່ງການເດີນທາງຄັ້ງນັ້ນ ໄດ້ພົບກັບຄວາມມະຫັດສະຈັນຂອງພາສາ. ເລື່ອງນີ້ເກີດຂຶ້ນໃນປີ 1800 ລະຫວ່າງທີ່ Humboldt ສໍາຫຼວດແຖວໆແມ່ນ້ຳ “ໂອຣິໂນໂກ” (Orinoco) ໃນບ້ານຊົນເຜົ່າ “ຄາຣິບ” (Carib).

ຮຳໂບດທີ່ສຳຫຼວດຢູ່ລະແວກບ້ານແຫ່ງນັ້ນ ກໍໄດ້ບັນທຶກໄວ້ວ່າ ໄດ້ເຫັນຝູງນົກແກ້ວຈຳນວນໜຶ່ງທີ່ຖືກຂັງໄວ້ໃນກົງ ຫຼາຍໂຕກໍໄດ້ຮັບການເຝິກສອນໃຫ້ເວົ້າໄດ້. ແຕ່ມີນົກແກ້ວໂຕໜຶ່ງທີ່ເວົ້າພາສາບໍ່ຄືກັບນົກຊະນິດອື່ນ ເມື່ອລາວຖາມຊາວບ້ານກໍໄດ້ຄຳຕອບວ່າເປັນນົກແກ້ວທີ່ຢຶດມາຈາກເຜົ່າ “ໄມພຽວ” (Maipure) ທີ່ເປັນສັດຕູສຳຄັນຂອງເຜົ່າຄາຣິບ ໂດຍພວກເຂົາໄດ້ທໍາລາຍເຮືອນຊານບ້ານຊ່ອງຂອງເຜົ່າໄມພຽວແບບບໍ່ເຫຼືອຫຍັງ. ພາສາທີ່ນົກແກ້ວເວົ້າກໍຖືວ່າເປັນພາຂອງເຜົ່າໄມພຽວ ທີ່ເປັນສັດຕູຂອງເຜົ່າຄາຣິບ  ແລະ ເປັນສິ່ງທີ່ມີຊີວິດໂຕສຸດທ້າຍທີ່ຍັງເວົ້າພາສານີ້ໄດ້.

ຮຳໂບດ ຈຶ່ງໄດ້ຈົດບັນທຶກສຽງ ແລະ ຄໍາທີ່ນົກແກ້ວເວົ້າ ແລະ ສາມາດຖອດອອກມາເປັນຄຳສັບ ໃນພາສາຂອງເຜົ່າໄມພຽວ ເຊິ່ງຖອດໄດ້ເຖິງ 40 ຄໍາ ໂດຍໃນປີ 1997 ກໍໄດ້ມີການເຝິກໃຫ້ນົກແກ້ວສອງໂຕເວົ້າພາສາເຜົ່ານີ້ອີກດ້ວຍ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/