ຕິດໃຈລຸກເທັນນິສ! ສະໂມເຝິກຊ້ອມໝາໃຫ້ເກັບໜ່ວຍເທນນິສ ແຕ່ບັງເອີນນ້ອງບໍ່ສົ່ງຄືນ


ສຳລັບນ້ອງໝາພັນໂກເດັ້ນແລ້ວ ເປັນໝາທີ່ນິດໄສເປັນມິດ ແລະ ນິດໄສດີເປັນພິເສດ ຢູ່ໃນລະດັບຕົ້ນໆເລີຍກໍວ່າໄດ້ ເປັນໝາທີ່ຖືກປັບປຸງພັນມາເພື່ອເປັນຜູ້ຊ່ວຍຂອງບັນດາຜູ້ທີ່ມັກ ພ້ອມທັງເປັນໝາທີ່ມັກແອັກທີບ ແລະ ມີພະລັງງານສູງ ມີນິດໄສມັກຄາບສິ່ງຂອງຕ່າງໆ. ເກີບທີ່ຊື້ມາໃໝ່ໆທີ່ມີລາຄາສູງຄວນຕ້ອງລະວັງ ບໍ່ແມ່ນແຕ່ເກີບ ແຕ່ລວມທັງສິ່ງຂອງອື່ນໆພ້ອມ ອາດຈະເປັນການຮຽກຮ້ອງຕ້ອງການໃຫ້ມະນຸດຫຼິ້ນນຳ ເພາະບາງໂຕກໍຄາບແຕ່ບໍ່ໄດ້ກັດ ຫຼື ຖ້າປະໄວ້ດົນກໍອາດຈະກັດກໍເປັນໄດ້.

ນອກຈາກ ຈະເປັນຜູ້ຊ່ວຍທີ່ດີໃນເກມກິລາແລ້ວ ໝາພັນໂກເດັ້ນ ຍັງເຮັດໜ້າທີ່ເປັນສະມາຊິກຄອບຄົວໄດ້ເປັນຢ່າງດີ ຈະເປັນທີ່ຮັກຂອງທຸກຄົນ ພ້ອມທັງເປັນຈຸດສົນໃຈຂອງທຸກຄົນ ລວມໄປເຖິງຄົນນອກອີກດ້ວຍ. ເອີ້ນໄດ້ວ່າເປັນສັດທີ່ເຂົ້າສັງຄົມໄດ້ງ່າຍ ທຸກຄົນທີ່ຈະລ້ຽງແມ່ນຕ້ອງມີເວລາໃຫ້ກັບນ້ອງ ແລະ ເປັນໝູ່ຫຼິ້ນຂອງນ້ອງ.

ໂກເດັ້ນ ບໍ່ວ່າຈະອາຍຸຫຼາຍເທົ່າໃດ ແຕ່ຄວາມເປັນເດັກນັ້ນຍັງຄົງບໍ່ຈາງຫາຍ ເປັນເດັກນ້ອຍຕະຫຼອດເວລາ ລວມໄປເຖິງພຶດຕິກຳ ແລະ ນິດໄສ ເຫັນໄດ້ຢ່າງຊັດເຈນ. ພິເສດສຸດ ເປັນພັນທີ່ມີຄວາມສະຫຼາດຫຼາຍ ສາມາດເຝິກຝົນ ແລະ ຈົດຈຳບົດຮຽນໄດ້ດີ ແຕ່ເນື່ອງຈາກນິດໄສຄືເດັກອາດເຮັດໃຫ້ເສຍສະມາທິໄດ້ງ່າຍ.

ເມື່ອບໍ່ດົນມານີ້ ສະໂມສອນເທັນນິສ ວິນເບິນດັນ ໃນອັງກິດ ມີແຜນຈະໃຊ້ນ້ອງໝາເຮັດໜ້າທີ່ເກັບບານແທນມະນຸດ ເພື່ອຫວັງວ່າພວກເຂົາຈະສ້າງເດັກເກັບບານທີ່ໄວທີ່ສຸດໃນໂລກໄດ້ ແຕ່ບໍ່ເປັນຢ່າງທີ່ຄິດເພາະນ້ອງເປັນພັນທີ່ມັກຄາບສິ່ງຂອງ ກໍເລີຍກາຍເປັນຄາບໜ່ວຍເທັນນິສໄວ້ແບບບໍ່ປ່ອຍ ແຜນທີ່ສະໂມສອນວາງໄວ້ຈຶ່ງພັງທະລາຍລົງ ຂອງແບບນີ້ຕ້ອງມີແນວແລກປ່ຽນແລ້ວ.

ເຫດການນີ້ ສ້າງຄວາມມ່ວນຊື່ນໃຫ້ແກ່ຜູ້ຄົນເປັນຈຳນວນຫຼາຍ ກັບຄວາມໜ້າຮັກຂອງໝາໂກເດັ້ນ  ແລະ ທາງສະໂມສອນ ຄິດວ່າຄັ້ງຕໍ່ໄປຕ້ອງມີເຂົ້າໜົມມາແລກ ເພື່ອໃຫ້ນ້ອງຍອມຄືນໜ່ວຍເທັນນິສ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/