ຫວຽດນາມ-ລາວ ສາມັກຄີຮ່ວມມືຮອບດ້ານ  ພົວພັນດ້ານການເມືອງ ແລະ ສັງຄົມ


ໃນລະຫວ່າງວັນທີ 26-30 ມີນາ 2023, ຄະນະຜູ້ແທນກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກທາງການ ຢູ່ ສສ.ຫວຽດນາມ ນຳໂດຍສະຫາຍ ຄໍາແພງ ວິລະພັນ ກໍາມະການຄະນະປະຈໍາ, ປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ.

ໃນການຢ້ຽມຢາມຄັ້ງນີ້ ຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ນາງ ເລ ທິ ງ່າ ກໍາມະການສູນກາງພັກກອມມູນິດຫວຽດນາມ, ປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ສສ.ຫວຽດນາມ ພ້ອມດ້ວຍຄະນະ, ພົບປະເຮັດວຽກກັບ ສະຫາຍ ເຢື່ອງ ທັນ ບິງ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະກໍາມະການແກ້ໄຂຄໍາຮ້ອງທຸກ ຂອງຄະນະປະຈໍາ ສະພາແຫ່ງຊາດ ສສ.ຫວຽດນາມ, ໄດ້ເຂົ້າຢ້ຽມຄຳນັບສະຫາຍ ຫງວຽນ ຄັກ ດິ້ງ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ສສ.ຫວຽດນາມ ທີ່ຫໍສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ. ພ້ອມດຽວກັນນີ້, ຄະນະຜູ້ແທນ ຍັງໄດ້ເຄື່ອນໄຫວເຮັດວຽກຢູ່ທ້ອງຖິ່ນ ເປັນຕົ້ນແມ່ນ ເຮັດວຽກກັບສານປະຊາຊົນ ຂອງນະຄອນຫຼວງຮ່າໂນ້ຍ, ເຂົ້າຢ້ຽມຄຳນັບສະຫາຍ ຫງວຽນ ວັນ ເຮັງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ເລຂາພັກນະຄອນໂຮ່ຈິມິນ, ຫົວໜ້າຄະນະປະຕິຮູບກົດໝາຍ ນະຄອນໂຮ່ຈິມິນ ແລະ ເຮັດວຽກກັບ ສະພາປະຊາຊົນ ນະຄອນໂຮ່ຈິມິນ.

ການມາຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ແມ່ນເປັນການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ຫວຽດນາມ ສະບັບປີ 2022 ແລະ ຜົນຂອງການຢ້ຽມຢາມທີ່ ສສ.ຫວຽດນາມ ຂອງສອງສະຫາຍ ປະທານສະພາແຫ່ງຊາດລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ ທັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການສືບຕໍ່ຮັດແໜ້ນ ການພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງອົງການນິຕິບັນຍັດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ກໍາມາທິການຍຸຕິທໍາ ສປປ ລາວ ກັບ ກໍາມາທິການຍຸຕິທໍາ ສສ.ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ມີຄຸນະພາບໃໝ່.

ຕະຫຼອດໄລຍະຜ່ານມາ ສອງກຳມາທິການຍຸຕິທຳ ສະພາແຫ່ງຊາດ ລາວ-ຫວຽດນາມ ໄດ້ມີການພົວພັນຮ່ວມມື ໂດຍໄດ້ມີການຢ້ຽມຢາມເຮັດວຽກແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານວິຊາການ, ຂໍ້ມູນຂ່າວສານ ໃນການຈັດຕັ້ງປະຕິບັດພາລະບົດບາດ ຂອງສອງສະພາແຫ່ງຊາດ ກໍຄື ສອງກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ຂອງ ສອງປະເທດ ລາວ-ຫວຽດນາມ. ສອງກຳມາທິການ ເຫັນດີສືບຕໍ່ແລກປ່ຽນຄະນະຜູ້ແທນ ເພື່ອຢ້ຽມຢາມ, ຖອດຖອນບົດຮຽນ ແລະ ແລກປ່ຽນຂໍ້ມູນຂ່າວສານນຳກັນ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດ ດ້ານນິຕິບັນຍັດ, ການຄົ້ນຄວ້າ ແລະ ພິຈາລະນາບັນຫາສຳຄັນຂອງຊາດ, ວຽກງານຕິດຕາມກວດກາໃນຂົງເຂດຍຸຕິທໍາ ແນໃສ່ຍົກສູງຄຸນະພາບ ການເຄື່ອນໄຫວຂອງກໍາມາທິການ ກໍຄືການເປັນເສນາທິການໃຫ້ແກ່ ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ; ຮ່ວມກັນຈັດເຝິກອົບຮົມ ຍົກສູງຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ພະນັກງານ-ວິຊາການ ຂອງທັງສອງກໍາມາທິການ ຕາມຫົວຂໍ້ ທີ່ທັງສອງຝ່າຍມີຄວາມສົນໃຈ; ທັງສອງຝ່າຍຕົກລົງເຫັນດີສ້າງບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ລະຫວ່າງ ສອງກໍາມາທິການຍຸຕິທໍາ ເພື່ອເປັນບ່ອນອີງ ໃຫ້ແກ່ການເພີ່ມທະວີການພົວພັນຮ່ວມມື ແລະ ການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ.

ໃນໂອກາດດຽວກັນ, ຄະນະຜູ້ແທນຂອງກໍາມາທິການຍຸຕິທໍາ ສະພາແຫ່ງຊາດລາວ ຍັງໄດ້ຢ້ຽມຢາມສະຖານທີ່ປະຫວັດສາດ, ສະຖານທີ່ທ່ອງທ່ຽວວັດທະນະທຳ ຢູ່ນະຄອນໂຮ່ຈິມິນ ແລະ ຢູ່ແຂວງ ບາເຣຍ ຫວຸ້ງເຕົ່າ ຕື່ມອີກ.

ຂໍ້ມູນຈາກ:

https://bit.ly/3zNSuQd

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/