ເສໂປ ແມວດັງຈາກຊ່ອງ VRZO, ໄດ້ເດີນທາງກັບສູ່ດາວເເມວເເລ້ວ ດ້ວຍອາຍຸ 11 ປີ


ຢ້ອນກັບໄປເມື່ອຫຼາຍປີກ່ອນ ເຊື່ອວ່າຫຼາຍຄົນຕ້ອງຮູ້ຈັກຊ່ອງ VRZO ເຊິ່ງເປັນຊ່ອງທີ່ດັງສຸດໃນຕອນນັ້ນ ເເລະ ມີຫຼາກຫຼາຍລາຍການທີ່ໜ້າສົນໃຈ, ໜຶ່ງລາຍການທີ່ຫຼາຍຄົນໜ້າຈະຈື່ໄດ້ດີກໍຄື We Are Lovely Pet ເຊິ່ງເປັນສາກຂອງນ້ອງໝາ ເເລະ ເເມວຄື ເດ໊ກເດ໊ກ ເເລະ ເສໂປນັ້ນເອງ.

ແຕ່ເມື່ອບໍ່ດົນມານີ້ ໄດ້ມີຂ່າວຮ້າຍທີ່ເເຈ້ງໃຫ້ທຸກຄົນຮູ້ວ່າ ເສໂປ ປ່ວຍເປັນພະຍາດຊຳເຮື້ອ, ຫົວໃຈເສື່ອມ, ຫົວ​ໃຈ​ໜາ​, ຄວາມດັນຂຶ້ນຕາຈົນເບິ່ງບໍ່ເຫັນ. K Disaphong ເຊິ່ງເປັນເຈົ້າຂອງເສໂປໄດ້ບອກວ່າ “ເສໂປໄດ້ຫຍຸດຫາຍໃຈ ໃນຂະທີ່ທ່ານໝໍກຳລັງຊ່ວຍຢື້ຊີວິດ” ກ່ອນທີ່ຈະອັບເດດໃນພາຍຫຼັງດ້ວຍຮູບພາບທີ່ອຸ້ມເສໂປເປັນຮູບຂາວດຳ ພ້ອມຂໍ້ຄວາມວ່າ “ອ້າຍເສໂປ ຕະຫຼອດໄປ, ຫົວໃຈຂອງຂ້ອຍ 05/04/23”

ຂໍສະເເດງຄວາມເສຍໃຈກັບການຈາກໄປຂອງເສໂປ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/