ຈີນ ເປີດສາກໂຄງການຍັກໃຫຍ່ທາງນ້ຳມູນຄ່າ 11,3 ຕື້ໂດລາສະຫະລັດ ເທິງແມ່ນ້ຳຢາງຊີຈຽງ ເພື່ອແກ້ໄຂບັນຫາຄໍຂວດຂອງເສັ້ນທາງຂົນສົ່ງທາງນ້ຳພາຍໃນທີ່ຫຍຸ້ງທີ່ສຸດໃນໂລກ. ເປົ້າໝາຍເພື່ອເພີ່ມຂີດຄວາມສາມາດໃນການຂົນສົ່ງສິນຄ້າຂຶ້ນເກືອບເທົ່າຕົວ ເຊິ່ງຈະສົ່ງຜົນກະທົບຢ່າງມະຫາສານຕໍ່ການຫຼຸດຕົ້ນທຶນໂລຈິສຕິກ, ສົ່ງເສີມການຄ້າສີຂຽວ ແລະ ເຊື່ອມໂຍງເສດຖະກິດພື້ນທີ່ຕອນໃນຂອງປະເທດເຂົ້າກັບຕະຫຼາດໂລກຢ່າງໄຮ້ຮອຍຕໍ່.
ແມ່ນ້ຳຢາງຊີຈຽງຖືເປັນເສັ້ນເລືອດໃຫຍ່ທີ່ສຳຄັນທີ່ສຸດສຳລັບການຂົນສົ່ງສິນຄ້າລະຫວ່າງພາກພື້ນດິນຕໍ່ແຜ່ນດິນ ແລະ ແຄມຝັ່ງທະເລຂອງຈີນ ໂດຍມີເຂື່ອນThree Gorges Dam ເປັນປະຕູສຳຄັນ. ແຕ່ໃນໄລຍະຫຼາຍປີທີ່ຜ່ານມາ ປະລິມານສິນຄ້າທີ່ເພີ່ມຂຶ້ນຢ່າງມະຫາສານໄດ້ເຮັດໃຫ້ລະບົບການເດີນເຮືອເຮັດວຽກເກີນຂີດຄວາມສາມາດທີ່ອອກແບບໄວ້ແຕ່ເດີມ ໂດຍສະເພາະປະຕູເຮືອທີ່ມີຢູ່ໄດ້ຮອງຮັບສິນຄ້າເກີນ 100 ລ້ານໂຕນຕໍ່ປີມາຕັ້ງແຕ່ປີ 2011 ເຊິ່ງໄວກວ່າກຳນົດເຖິງ 19 ປີ.
ດ້ວຍເຫດນີ້ ໂຄງການພື້ນຖານໂຄງລ່າງລະດັບຊາດທີ່ສຳຄັນທຳອິດໃນແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໄລຍະ 5 ປີ ສະບັບທີ 15 (2026-2030) ຈຶ່ງໄດ້ເລີ່ມຕົ້ນການກໍ່ສ້າງຂຶ້ນຢ່າງເປັນທາງການ ເພື່ອສ້າງລະບົບປະຕູເຮືອແບບຄູ່ 5 ຊັ້ນ ທາງຕອນເໜືອຂອງເຂື່ອນThree Gorges ແລະ ປັບປຸງສິ່ງອຳນວຍຄວາມສະດວກຢູ່ເຂື່ອນ Gezhouba Dam ທີ່ຢູ່ທາງລຸ່ມຖັດລົງມາ.
ເມື່ອສ້າງສຳເລັດ ໂຄງການນີ້ຈະສາມາດເພີ່ມປະລິມານການຂົນສົ່ງສິນຄ້າຜ່ານເຂື່ອນThree Gorges ໄດ້ເຖິງ 336 ລ້ານໂຕນຕໍ່ປີ ແລະ ເຂື່ອນ Gezhouba ຈະເພີ່ມຂຶ້ນເປັນ 360 ລ້ານໂຕນ.
ການຍົກລະດັບຄັ້ງນີ້ບໍ່ພຽງແຕ່ຊ່ວຍເພີ່ມປະສິດທິພາບໃນການຂົນສົ່ງເທົ່ານັ້ນ ແຕ່ຍັງເປັນການຕອບສະໜອງນະໂຍບາຍການຫັນປ່ຽນສູ່ສີຂຽວຂອງຈີນ ຍ້ອນວ່າການຂົນສົ່ງທາງນ້ຳປ່ອຍກາກບອນໜ້ອຍກວ່າການຂົນສົ່ງທາງລົດໄຟເຖິງ 50% ແລະ ໜ້ອຍກວ່າທາງລົດຍົນເຖິງ 80% ເຊິ່ງຈະຊ່ວຍຫຼຸດຕົ້ນທຶນດ້ານໂລຈິສຕິກໃນພາບລວມຂອງປະເທດໄດ້ຢ່າງຫຼວງຫຼາຍ.
ເຖິງຢ່າງໃດກໍຕາມ ການກໍ່ສ້າງພາຍໃຕ້ພື້ນທີ່ຈຳກັດນີ້ຖືເປັນສິ່ງທ້າທາຍທາງວິສະວະກຳລະດັບໂລກ ເນື່ອງຈາກທີມງານຕ້ອງສ້າງລະບົບປະຕູເຮືອໃໝ່ທີ່ຮອງຮັບລະດັບນ້ຳທີ່ຕ່າງກັນເທົ່າກັບຕຶກ 37 ຊັ້ນ ແລະ ຕ້ອງເຄື່ອນຍ້າຍຫີນ ແລະ ດິນກວ່າ 160 ລ້ານແມັດກ້ອນ. ວິສະວະກອນຈີນໄດ້ໃຊ້ເວລາຄົ້ນຄວ້າຫຼາຍກວ່າໜຶ່ງທົດສະວັດ ເພື່ອພັດທະນາລະບົບປະຕູນ້ຳແຮງດັນສູງ ແລະ ນຳໃຊ້ເຕັກໂນໂລຊີອັດສະລິຍະເຂົ້າໃນການບໍລິຫານຈັດການເດີນເຮືອຢ່າງເຕັມຮູບແບບ ເພື່ອຄວາມປອດໄພ ແລະ ຜົນກະທົບຕໍ່ສິ່ງແວດລ້ອມທີ່ໜ້ອຍທີ່ສຸດ.
ນອກຈາກຄວາມກ້າວໜ້າທາງດ້ານວິສະວະກຳແລ້ວ ໂຄງການທີ່ຄາດວ່າຈະໃຊ້ເວລາໃນການກໍ່ສ້າງປະມານ 8 ຫາ 9 ປີນີ້ ຍັງຈະຊ່ວຍກະຕຸ້ນເສດຖະກິດໃນທຸກຕ່ອງໂສ້ການຜະລິດ ແລະ ສ້າງວຽກເຮັດງານທຳຈຳນວນມະຫາສານ.
ຜົນກະທົບທີ່ສຳຄັນທີ່ສຸດຄືການພິກໂສມໜ້າການເຊື່ອມໂຍງລະດັບນານາຊາດ ໂດຍສິນຄ້າຈາກເອີຣົບ ແລະ ອາຊີກາງທີ່ເດີນທາງມາຮອດນະຄອນສຸ່ງຊິ້ງຜ່ານທາງລົດໄຟ ຈະສາມາດເຊື່ອມຕໍ່ກັບເສັ້ນທາງນ້ຳຢາງຊີຈຽງໄດ້ຢ່າງສະດວກວ່ອງໄວ ໃນຂະນະດຽວກັນ ສິນຄ້າຈາກອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດແຄມຝັ່ງທະເລກໍສາມາດທະລຸເຂົ້າສູ່ພື້ນທີ່ຕອນໃນຂອງຈີນໄດ້ງ່າຍຂຶ້ນ ປ່ຽນເມືອງໃຫຍ່ໃນແຜ່ນດິນໃຫຍ່ໃຫ້ກາຍເປັນປະຕູສູ່ການຄ້າໂລກຢ່າງແທ້ຈິງ.
#LaoXperts #YangtzeRiver #ChinaMegaProject #Logistics #GreenEconomy #GlobalTrade #ເຂື່ອນສາມຜາ #ເສດຖະກິດຈີນ #ຂົນສົ່ງທາງນ້ຳ


