ກະແສການຍ້າຍຖານທຸລະກິດຂອງບັນດາບໍລິສັດຂ້າມຊາດຈາກສິງກະໂປໄປຍັງມາເລເຊຍພວມເປັນທີ່ໜ້າຈັບຕາ ເພື່ອແນໃສ່ຫຼຸດຜ່ອນຕົ້ນທຶນການດຳເນີນງານ ແລະ ເຂົ້າເຖິງສິດທິພິເສດທາງພາສີ. ການປ່ຽນແປງຄັ້ງນີ້ບໍ່ພຽງແຕ່ສົ່ງຜົນກະທົບໂດຍກົງຕໍ່ຕະຫຼາດແຮງງານໃນສິງກະໂປ ແຕ່ຍັງເປັນການສ້າງສູນກາງການຜະລິດແຫ່ງໃໝ່ທີ່ຈະພິກໂສມໜ້າເສດຖະກິດຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນອະນາຄົດ.
ອີງຕາມການລາຍງານຂອງສຳນັກຂ່າວ CNBC ໃນວັນທີ 11 ມິຖຸນາ 2026 ຜ່ານມາ ໄດ້ລະບຸວ່າ ບໍລິສັດຂ້າມຊາດຫຼາຍແຫ່ງພວມທະຍອຍຍ້າຍບາງສ່ວນຂອງທຸລະກິດຈາກສິງກະໂປໄປຍັງປະເທດມາເລເຊຍ ຊຶ່ງສະທ້ອນໃຫ້ເຫັນເຖິງແນວໂນ້ມໃໝ່ຂອງພາກທຸລະກິດໂລກທີ່ມຸ່ງເນັ້ນການຫຼຸດຕົ້ນທຶນ ຄວບຄູ່ໄປກັບການສະແຫວງຫາໂອກາດໃນການເຂົ້າເຖິງຕະຫຼາດທີ່ໃຫຍ່ກວ່າ.
ຕົວຢ່າງທີ່ເຫັນໄດ້ຊັດເຈນຄື ຍີ່ຫໍ້ເສື້ອຜ້າຊື່ດັງ H&M ທີ່ໄດ້ປະກາດຍ້າຍສຳນັກງານໃຫຍ່ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ຈາກສິງກະໂປໄປຍັງນະຄອນຫຼວງກົວລາລຳເປີ ເຊິ່ງການຕັດສິນໃຈນີ້ສົ່ງຜົນກະທົບຕໍ່ຕຳແໜ່ງງານເຖິງ 78 ຕຳແໜ່ງ.
ໃນຂະນະດຽວກັນ ບໍລິສັດເຄື່ອງດື່ມ Heineken ກໍໄດ້ເປີດເຜີຍແຜນການຍ້າຍການຜະລິດສ່ວນໃຫຍ່ຂອງບໍລິສັດ Asia Pacific Breweries Singapore ໄປຍັງໂຮງງານໃນມາເລເຊຍ ແລະ ຫວຽດນາມ.
ນອກຈາກນີ້ ຍັງມີບໍລິສັດ Gardenia ທີ່ປະກາດຫຼຸດພະນັກງານໃນສິງກະໂປລົງ 141 ຕຳແໜ່ງ ເພື່ອຍ້າຍສາຍການຜະລິດເຂົ້າຈີ່ໄປມາເລເຊຍ ໂດຍໃຫ້ເຫດຜົນເລື່ອງການເພີ່ມປະສິດທິພາບການດຳເນີນງານ ເພື່ອຮັກສາຄວາມສາມາດໃນການແຂ່ງຂັນ.
ບໍລິສັດ Yeo’s ເຊິ່ງເປັນຜູ້ຜະລິດເຄື່ອງດື່ມລາຍໃຫຍ່ ກໍໄດ້ເລີກຈ້າງພະນັກງານ 25 ຄົນ ເພື່ອລວມສາຍການຜະລິດກະປ໋ອງໄປໄວ້ທີ່ມາເລເຊຍ ເຖິງແມ່ນວ່າຈະຍັງຄົງຮັກສາສຳນັກງານໃຫຍ່ໄວ້ທີ່ສິງກະໂປກໍຕາມ.
ປັດໄຈສຳຄັນທີ່ຊຸກຍູ້ໃຫ້ບໍລິສັດຈຳນວນຫຼາຍເລືອກຂະຫຍາຍການດຳເນີນງານໃນມາເລເຊຍ ແມ່ນຄວາມແຕກຕ່າງທາງດ້ານຕົ້ນທຶນຢ່າງຫຼວງຫຼາຍ ໂດຍມາເລເຊຍມີຄ່າເຊົ່າ, ຄ່າແຮງງານ ແລະ ຕົ້ນທຶນການດຳເນີນງານທີ່ຕ່ຳກວ່າສິງກະໂປຢ່າງຊັດເຈນ ອີກທັງຍັງມີພື້ນທີ່ອຸດສາຫະກຳທີ່ກວ້າງຂວາງພຽງພໍສຳລັບການຂະຫຍາຍທຸລະກິດ ພ້ອມທັງມີແຮງຈູງໃຈທາງພາສີທີ່ດຶງດູດນັກລົງທຶນ.
ໜຶ່ງໃນກົນໄກສຳຄັນແມ່ນໂຄງການເຂດເສດຖະກິດພິເສດຍະໂຮ-ສິງກະໂປ (Johor-Singapore Special Economic Zone: JS-SEZ) ທີ່ກວມເອົາພື້ນທີ່ກວ່າ 3,500 ຕາລາງກິໂລແມັດ ເຊິ່ງມີເປົ້າໝາຍໃນການສົ່ງເສີມການລົງທຶນໃນ 11 ອຸດສາຫະກຳຫຼັກ ເຊັ່ນ: ບໍລິການທາງທຸລະກິດ, ເສດຖະກິດດິຈິຕອນ ແລະ ການສຶກສາ. ລັດຖະບານມາເລເຊຍຍັງໄດ້ປະກາດມອບສິດທິພິເສດທາງພາສີ ໂດຍບາງອຸດສາຫະກຳອາດຈະເສຍພາສີໃນອັດຕາທີ່ຕ່ຳພຽງແຕ່ 5% ເທົ່ານັ້ນ.
ບໍລິສັດສ່ວນໃຫຍ່ຍັງຄົງຮັກສາສຳນັກງານໃຫຍ່ປະຈຳພາກພື້ນ, ສູນຄົ້ນຄວ້າ ແລະ ພັດທະນາ (R&D), ສູນນະວັດຕະກຳ ຕະຫຼອດຮອດຝ່າຍບໍລິຫານລະດັບສູງໄວ້ໃນສິງກະໂປ ເນື່ອງຈາກຍັງເປັນສູນກາງທາງດ້ານການເງິນ, ເຕັກໂນໂລຊີ ແລະ ມີບຸກຄະລາກອນທີ່ມີທັກສະສູງ. ກ່າວຄື ສິງກະໂປຈະເຮັດໜ້າທີ່ເປັນມັນສະໝອງໃນການບໍລິຫານ ແລະ ຕັດສິນໃຈທາງກົນລະຍຸດ ໃນຂະນະທີ່ມາເລເຊຍຈະຮັບບົດບາດເປັນຖານການຜະລິດທີ່ເນັ້ນຄວາມຄຸ້ມຄ່າຂອງຕົ້ນທຶນ.
#LaoXperts #ທຸລະກິດໂລກ #ເສດຖະກິດອາຊຽນ #ການລົງທຶນ #ມາເລເຊຍ #ສິງກະໂປ #ຍ້າຍຖານການຜະລິດ #JSSEZ #AseanEconomy


