ຜົນການວິໄຈຢືນຢັນ ວັກຊີນຂອງ Pfizer-BioNTech ຕ້ານໄວຣັດໂຄວິດ-19 ກາຍພັນໄດ້


ໃນວັນທີ 8 ມັງກອນ ທີຜ່ານມາ ເວັບໄຊ Bloomberg ລາຍງານວ່າ ຜົນການວິໄຈຈາກມະຫາວິທະຍາໄລເທັກຊັສ ຊີ້ວ່າວັກຊີນໂຄວິດ-19 ທີ່ພັດທະນາໂດຍບໍລິສັດໄຟເຊີ (Pfizer) ຮ່ວມກັບບໍລິສັດໄປໂອເອັນເທັກ (BioNTech) ມີປະສິດທິພາບໃນການຕໍ່ຕ້ານໄວຣັດໂຄວິດ-19 ທີ່ກາຍພັນໄດ້ ເຊິ່ງຖືວ່າເປັນຂ່າວດີຫຼັງຈາກທີ່ຫຼາຍຝ່າຍໄດ້ມີຄວາມກັງວົນເຖິງໄວຣັດໂຄວິດ-19 ທີ່ກາຍພັນໃນອັງກິດ ແລະ ອາຟຣິກາໃຕ້ທີ່ກຳລັງລະບາດໃນຕອນນີ້.

ນັກວິໄຈທົດລອງດ້ວຍການນຳເລືອດຂອງອາສາສະໝັກ 20 ຄົນທີ່ມີ “ແອນຕີບໍດີ” ຈາກການຮັບວັກຊີນໂຄວິດ-19 ຂອງໄຟເຊີແລະໄບໂອເອັນເທັກ ມາທົດສອບປະຕິກິລິຍາຕອບສະໜອງຕໍ່ໄວຣັດໂຄວິດ-19 ກາຍພັນ ໂດຍຜົນການວິໄຈເບື້ອງຕົ້ນໄດ້ຊີ້ວ່າ ແອນຕີບໍດີທີ່ສ້າງຈາກວັກຊີນຂອງສອງບໍລິສັດຂ້າງເທິງນັ້ນສາມາດຕ້ານເຊື້ອໂຄວິດ-19 ທີ່ກາຍພັນໄດ້ ບໍ່ຕ່າງຈາກການຕ້ານເຊື້ອໂຄວິດ-19 ສາຍພັນເກົ່າ. ຜົນການວິໄຈນີ້ຖືໄດ້ວ່າເປັນຂ່າວດີ ເນື່ອງຈາກເປັນສັນຍານວ່າ ວັກຊີນໂຄວິດ-19 ທີ່ພັດທະນາຈາກເຕັກໂນໂລຊີ mRNA ເຊັ່ນວັກຊີນຂອງໄຟເຊີຮ່ວມກັບໄບໂອເອັນເທັກ ແລະ ວັກຊີນຂອງບໍລິສັດໂມເດີນາ (Moderna) ໜ້າຈະມີປະສິດທິພາບຕ້ານເຊື້ອໄວຣັດໂຄວິດ-19 ກາຍພັນໄດ້.

ແນວໃດກໍຕາມ ນັກວິທະຍາສາດຢ້ຳວ່າ ການທົດລອງຄັ້ງນີ້ເປັນພຽງຜົນເບື້ອງຕົ້ນເທົ່ານັ້ນ ທີ່ສຳຄັນເປັນພຽງການທົດລອງກັບໄວຣັດກາຍພັນພຽງພັນດຽວ ຍັງບໍ່ໄດ້ທົດລອງກັບໄວຣັດກາຍພັນທີ່ອັງກິດ ແລະ ອາຟຣິກາໃຕ້ໂດຍກົງ ອີກທັງບໍ່ສາມາດຮັບປະກັນໄດ້ວ່າ ຫາກໄວຣັດໂຄວິດ-19 ກາຍພັນເພີ່ມເຕີມວັກຊີນທີ່ມີຢູ່ຈະສາມາດຕ້ານເຊື້ອໄດ້ຫຼືບໍ່

ກ່ອນໜ້ານີ້ຜູ້ບໍລິຫານບໍລິສັດໄບໂອເອັນເທັກ ລວມທັງຜູ້ບໍລິຫານບໍລິສັດໂມເດີນາ ອອກມາສະແດງຄວາມເຊື່ອໝັ້ນວ່າ ວັກຊີນຂອງພວກເຂົາສາມາດຕ້ານເຊື້ອໄວຣັດກາຍພັນໄດ້ ແຕ່ຫາກຕ້ອງພັດທະນາວັກຊີນໃໝ່ເພື່ອຕໍ່ສູ້ກັບເຊື້ອກາຍພັນ ເຊິ່ງຈະໃຊ້ເວລາປະມານ 6 ອາທິດ ແຕ່ຕ້ອງຜ່ານຂັ້ນຕອນການຂໍອະນຸຍາດໃຊ້ງານໃໝ່ທັງໝົດ

ໄວຣັດໂຄວິດ-19 ທີ່ກາຍພັນໃນອັງກິດ ແລະ ອາຟຣິກາໃຕ້ ກຳລັງເປັນຂໍ້ກັງວົນຂອງຜູ້ຊ່ຽວຊານທົ່ວໂລກ ເນື່ອງຈາກມີຄວາມຊັດເຈນວ່າ ໄວຣັດທີ່ກາຍພັນເຮັດໃຫ້ອັັດຕາການແຜ່ລະບາດມີຄວາມໄວຂຶ້ນກວ່າເຊື້ອເກົ່າ ແຕ່ຍັງບໍ່ມີຫຼັກຖານຫຼາຍພໍທີ່ຈະສະຫຼຸບໄດ້ວ່າ ໄວຣັດທີ່ກາຍພັນມີລິດທີ່ຮຸນແຮງກວ່າພັນເກົ່າຫຼືບໍ່.

ທີ່ມາ:  https://www.facebook.com/153951094974177/posts/1509295822773024/?d=n