ຄົນທີ່ມັກກິນໝີ່ຫໍ່ສຳເລັດຮູບຕ້ອງລະວັງ! ສ່ຽງເປັນໝາກໄຂ່ຫຼັງອ່ອນເພຍ!


ຖືວ່າເປັນອາຫານທີ່ເຮົາທຸກຄົນຄຸ້ນເຄີຍເປັນຢ່າງດີ ສຳລັບ “ໝີ່ຫໍ່ສຳເລັດຮູບ” ໂດຍສະເພາະນັກຮຽນນັກສຶກສາທີ່ອາໄສຢູ່ຫໍພັກ ແລະ ຍິ່ງເປັນໃນຍຸກໂຄວິດ-19 ແບບນີ້ ຫຼາຍຄົນອາດຊື້ມາເກັບໄວ້ຢູ່ບ້ານເປັນຈຳນວນຫຼາຍ, ແຕ່ຮູ້ບໍ່ວ່າບັນດາໝີ່ຫໍ່ເຫຼົ່ານີ້ ເບື້ອງຫຼັງຄວາມແຊບ ແລະ ງ່າຍຕໍ່ການກິນແບບນີ້ ມັນສ່ຽງຕໍ່ໂຣກໄພຕ່າງໆຫຍັງແດ່!!

ຈາກການສຳຫຼວດຂອງເວັບໄຊ www.Chaladsue.com ທີ່ສຳຫຼວດປະລິມານໂຊດຽມໃນໝີ່ສຳເລັດຮູບແຕ່ລະແບຣນນັ້ນ ໃນໝີ່ 1 ຫໍ່ ແບຣນທີ່ມີປະລິມານໂຊດຽມໜ້ອຍສຸດແມ່ນຢູ່ທີ່ 700 ມິນລີກຼາມ ແລະ ແບຣນທີ່ມີໂຊດຽມສູງສຸດມີສູງເຖິງ 2360 ມິນລີກຼາມເລີຍ!! ຍັງບໍ່ນັບລວມຄົນທີ່ມັກປຸງຕື່ມອີກ ທັງນ້ຳປາ,​ ເກືອ, ແປ້ງນົວ… ແຕ່ຮ່າງກາຍຂອງຄົນເຮົາຕ້ອງການໂຊດຽມພຽງ 1500-2000 ມິນລີກຼາມຕໍ່ມື້ເທົ່ານັ້ນ.

ໂຊດຽມ ເປັນທາດເກືອແຮ່ຊະນິດໜຶ່ງທີ່ມີຄວາມສຳຄັນຕໍ່ຮ່າງກາຍ ໃນການຄວບຄຸມສົມດຸນຂອງນ້ຳໜັກ ແລະ ຂອງແຫຼວໃນຮ່າງກາຍ, ເຊິ່ງສາມາດຄວບຄຸມຄວາມດັນຂອງເລືອດ, ການເຮັດວຽກຂອງເຊວປະສາດ ແລະ ກ້າມເນື້ອ ຕະຫຼອດຮອດການດູດຊຶມສານອາຫານ ແລະ ເກືອແຮ່ໃນໝາກໄຂ່ຫຼັງ-ລຳໄສ້ອ່ອນ.

ດັ່ງນັ້ນ ການບໍລິໂພກໝີ່ຫໍ່ສຳເລັດຮູບຫຼາຍ ຈຶ່ງເຮັດໃຫ້ມີຄວາມສ່ຽງ “ໝາກໄຂ່ຫຼັງອ່ອນເພຍ” ຫຼື ເປັນການເສື່ອມຂອງໝາກໄຂ່ຫຼັງ ເພາະວ່າໝາກໄຂ່ຫຼັງເຮັດໜ້າທີ່ດູດຊຶມໂຊດຽມ, ເມື່ອການເຮັດວຽກຂອງໝາກໄຂ່ຫຼັງລົດລົງ ຈະເຮັດໃຫ້ມີການຕົກຄ້າງຂອງເກືອ ຈຶ່ງເກີດມີອາການບວມນ້ຳ ສົ່ງຜົນໃຫ້ເກີດ “ຄວາມດັນເລືອດສູງ”  ແລະ ເກີດໄຣກໝາກໄຂ່ຫຼັງ, ໂຣກຫົວໃຈ, ໂຣກຫຼອດເລືອດຕາມມານັ້ນເອງ.

ບໍ່ແມ່ນແຕ່ໃນໝີ່ຫໍ່ສຳເລັດຮູບເທົ່ານັ້ນ ດີທີ່ສຸດແມ່ນຢາກໃຫ້ທຸກຄົນກິນອາຫານຣົດຊາດກາງໆ ລົດຜ່ອນການກິນອາການຣົດຊາດຈັດຈ້ານ, ເຜັດ, ເຄັມ… ເພື່ອຫຼີກລ່ຽງໂຣກໄພໃນອະນາຄົດ.

ຂອບໃຈຂໍ້ມູນຈາກ:

https://home.maefahluang.org/17674972/sodium

https://www.si.mahidol.ac.th/siriraj_online/thai_version/Health_detail.asp?id=1365

https://www.facebook.com/EventPassfanpage/posts/4976537985754057