Apple ອາດຈະໃສ່ເຊັນເຊີ 3 ມິຕິ LiDAR Scanner ໃຫ້ກັບ iPhone 13 Series ທຸກຮຸ່ນ


Apple ໄດ້ເປີດຕົວ iPhone 12 Series ໄປເມື່ອຊ່ວງເດືອນຕຸລາປີ 2020 ທີ່ຜ່ານມາ ເຊິ່ງມີແຕ່ iPhone 12 Pro ແລະ iPhone 12 Pro Max ເທົ່ານັ້ນ ທີ່ມາພ້ອມກັບເຊັນເຊີ LiDAR scanner ແຕ່ຫຼ້າສຸດໄດ້ມີຂ່າວລືອອກມາວ່າ Apple ຈະໃສ່ LiDAR scanner ໃຫ້ກັບ iPhone 13 ທຸກຮຸ່ນ ບໍ່ແມ່ນສະເພາະແຕ່ຮຸ່ນ Pro ຄືທີ່ຜ່ານມາ.

DigiTimes ລາຍງານວ່າ ບໍລິສັດ Sony ທີ່ເປັນຊັບພາຍເຊັນຂອງ Apple ໄດ້ລົງນາມເຮັດສັນຍາຮ່ວມກັນເປັນໄລຍະເວລາ 3 ປີ ເພື່ອສົ່ງມອບຊິ້ນສ່ວນທີ່ກ່ຽວກັບຄື້ນອິນຟຣາເຣດ ແລະ ໂມດູນໄດໂອດສຳລັບກວດຈັບແສງ ເຊິ່ງທັງຄູ່ຕ່າງກໍເປັນສ່ວນປະກອບຂອງເຊັນເຊີ LiDAR scanner ໂດຍຄາດວ່າ Apple ໜ້າຈະນຳມາໃຊ້ກັບ iPhone ແລະ ອຸປະກອນອື່ນໆໃນອະນາຄົດຍາວໄປຈົນເຖິງປີ 2023 ເປັນຢ່າງໜ້ອຍ.

Apple ໄດ້ນຳເຊັນເຊີ LiDAR scanner ມາໃຊ້ກັບອຸປະກອນຕົວເອງເປັນຄັ້ງທຳອິດໃນ iPad Pro 11 ນິ້ວ ກັບ 12.9 ນິ້ວ ທີ່ເປີດຕົວເມື່ອເດືອນມີນາ 2020 ທີ່ຜ່ານມາ ກ່ອນຈະນຳມາໃຊ້ໃນ iPhone 12 Pro ແລະ 12 Pro Max ໃນພາຍຫຼັງ ເຊິ່ງປົກກະຕິແລ້ວ Apple ມັກຈະໃສ່ເທັກໂນໂລຢີໃໝ່ໆ ມາໃຫ້ກັບອຸປະກອນລະດັບໄຮເອັນກ່ອນ ຈາກນັ້ນເຖິງຈະນຳມາໃສ່ໃຫ້ກັບອຸປະກອນອື່ນໆຕາມຫຼັງເຊັ່ນ: ໜ້າຈໍ OLED ທີ່ຕອນທຳອິດມີໃຊ້ສະເພາະ iPhone 11 Pro ກັບ 11 Pro Max ຫຼັງຈາກນັ້ນກໍໄດ້ນຳມາໃຊ້ກັບ iPhone 12 ໃນປີຕໍ່ມາ.

ສຳລັບ LiDAR Scanner ເປັນເຊັນເຊີ 3 ມິຕິ ທີ່ຈະເຂົ້າມາຊ່ວຍເພີ່ມປະສິດທິພາບການໃຊ້ງານເທັກໂນໂລຢີພາບຄື 3 ມິຕິ ຫຼື Augmented Reality (AR) ໃຫ້ມີຄວາມສົມຈິງຫຼາຍຂຶ້ນ ຫຼັກການຂອງມັນກໍຄືການຍິງລຳແສງອິນຟຣາເຣດອອກໄປຍັງວັດຖຸເປົ້າໝາຍ ຈາກນັ້ນກໍໃຊ້ການຄຳນວນໄລຍະເວລາທີ່ແສງໃຊ້ເດີນທາງໄປຍັງວັດຖຸຈົນກັບມາຍັງເຊັນເຊີ  ກໍຈະໄດ້ຜົນລັບຂອງໄລຍະທາງທີ່ມີຄວາມຊັດເຈນສູງ (ແຕ່ໄລຍະຫ່າງຕ້ອງບໍ່ເກີນ 5 ແມັດ).

ນອກຈາກນີ້ LiDAR scanner ຍັງເຮັດໃຫ້ກ້ອງຫຼັງສາມາດຖ່າຍຮູບໄດ້ດີຂຶ້ນ ໂຟກັດໄດ້ໄວຂຶ້ນໃນບ່ອນທີ່ແສງໜ້ອຍ ແລະ ປະມວນຜົນຄວາມເລິກຂອງວັດຖຸຕ່າງໆໄດ້ຊັດເຈນກວ່າເກົ່າໃນການຖ່າຍ Portrait ອີກຕ່າງຫາກ.

ມີການຄາດການວ່າ Apple ຈະເປີດຕົວ iPhone 13 Series ໃນເດືອນກັນຍາ ປີ 2021 ເຊິ່ງເປັນຊ່ວງເວລາປົກກະຕິສຳລັບການເປີດຕົວອຸປະກອນ iPhone ຄືປີທີ່ຜ່ານໆມານັ້ນເອງ ແລະ ອາດຈະມີທັງໝົດ 4 ຮຸ່ນເຊັ່ນເຄີຍໄດ້ແກ່ iPhone13 mini, iPhone 13, iPhone 13 Pro ແລະ iPhone 13 Pro Max.

ທີ່ມາ: https://droidsans.com/iphone-13-series-will-come-with-lidar-scanner/