ປິດການສັນຈອນຊົ່ວຄາວ ຢູ່ຖະໜົນໄກສອນພົມວິຫານ ແລະ ເສັ້ນທາງອ້ອມຮອບຫໍປະຊຸມແຫ່ງຊາດຫຼັກ 6 ໃນວັນທີ 13-15 ມັງກອນ


ວັນທີ 12 ມັງກອນທີ່ຜ່ານມາ ພະແນກຈາລະຈອນນະຄອນຫຼວງວຽງຈັນ ໄດ້ແຈ້ງມາໃຫ້ຊາບວ່າ: ໃນວັນທີ 13-15 ມັງກອນ 2021 ນີ້ ຈະປິດການສັນຈອນຖະໜົນໄກສອນພົມວິຫານ ແລະ ເສັ້ນທາງອ້ອມຮອບຫໍປະຊຸມແຫ່ງຊາດ ພ້ອມຈັດກຳລັງຕຳຫຼວດຈະລາຈອນ ລົງໄປປະຈຳການຕາມຈຸດສຳຄັນຕ່າງໆທົ່ວນະຄອນຫຼວງວຽງຈັນ ເພື່ອໃຫ້ເສັ້ນທາງມີຄວາມເປັນລະບຽບ ແລະ ປອດໄພ ສະດວກໃນການດຳເນີນກອງປະຊຸມໃຫຍ່ຄັ້ງທີ XI ທີ່ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ.

ສຳລັບຖະໜົນ ໄກສອນພົມວິຫານ ຕັ້ງແຕ່ປະຕູໄຊ ເຖິງສີ່ແຍກໄຟອຳນາດດົງໂດກ ແມ່ນໄດ້ປິດການສັນຈອນເປັນບາງເວລາ ແລະ ເສັ້ນທາງອ້ອມຮອບຫໍປະຊຸມແຫ່ງຊາດ ກໍໄດ້ປິດການສັນຈອນເຊັ່ນດຽວກັນ.

ດັ່ງນັ້ນ ຈຶ່ງໄດ້ຂໍຄວາມຮ່ວມມືກັບຜູ້ໃຊ້ລົດໃຊ້ຖະໜົນໃຫ້ເລືອກໃຊ້ເສັ້ນທາງອື່ນທີ່ຄູ່ຂະໜານກັບຖະໜົນໄກສອນ ພົມວິຫານແທນຊົ່ວຄາວເຊັ່ນ:

ຕັ້ງແຕ່ໜ້າ ມຊ – ບ້ານຄຳຮຸ່ງ – ໂຮງໝໍ 150 ຕຽງ – ບ້ານສີບຸນເຮືອງ

ຫຼື ຕັ້ງແຕ່ 4 ແຍກຕານມີໄຊ – ຕະຫຼາດຫ້ວຍຫົງ – ບ້ານດົງປ່າແຫຼບ – ຕະຫຼາດທົ່ງຂັນຄຳ ແລະເສັ້ນທາງອື່ນໆ.

ທ້າຍສຸດນີ້ ກໍໄດ້ຮຽກຮ້ອງມາໃຫ້ບັນດາທ່ານ ເອົາໃຈໃສ່ຕໍ່ການປະຕິບັດກົດລະບຽບຈະລາຈອນ ແລະ ການໃຫ້ສັນຍານຂອງເຈົ້າໜ້າທີ່ ທີ່ເຮັດວຽກຢູ່ຕາມສາຍທາງ ຢ່າງເຂັ້ມງວດ.

ຂອບໃຈທີ່ມາ: https://www.laophattananews.com/archives/98089?fbclid=IwAR3w0gYyVgvPNc3AcCGVuLvWbnftp0cqGz5ns4-8rC14eR_YQ-sBtmu2_D0

ຂອບໃຈຮູບພາບຈາກ: https://laoupdatenews.blogspot.com/2017/08/NP356_11.html

#LaoX #HOD