ສາວົກບານບ້ວງມີເຮ! ທາເກຮິໂກະ ອິໂນອູເອະ ປະກາດ Slam Dunk ຈະຖືກສ້າງເປັນສະບັບຮູບເງົາອະນິເມຊັນ


ຖືວ່າເປັນອີກໜຶ່ງຂ່າວດີປີໃໝ່ສຳລັບແຟນໆ ມັງງະ “Slam Dunk” ເມື່ອອາຈານທາເກຮິໂກະ ອິໂນອູເອະ ຜູ້ໃຫ້ກຳເນີດກາຕູນບານບ້ວງເລື່ອງນີ້ ໄດ້ປະກາດຜ່ານທະວີດເຕີສ່ວນຕົວໃຫ້ແຟນໆໄດ້ຮູ້ນຳກັນວ່າ ເລື່ອງລາວການຜະຈົນໄພຂອງ “ຣາຊາຣີບາວ” ຊາກຸຣາງິ ແລະ ກຸ່ມໝູ່ຈອມແສບຈາກທີມໂຊໂຮຄຸກຳລັງຈະຖືກດັດແປງເປັນຮູບເງົາອະນິເມຊັນ ພ້ອມຖິ້ມທ້າຍດ້ວຍການຕິດແຮັດແທັກ #slamdunkmovie ໄວ້ໃຫ້ແຟນໆໄດ້ຮ່ວມໂອ້ລົມນຳອີກດ້ວຍ

ເຊິ່ງ Slam Dunk ເປັນເລື່ອງລາວຂອງ ຊາກຸຣາງິ ຮານາມິຈິ ເດັກໜຸ່ມມັດທະຍົມປາຍຜູ້ທີ່ມີຜົມສີແດງອັນໂດດເດັ່ນ ແລະ ເກັ່ງໃນເລື່ອງສ້າງວິລະກຳ ແຕ່ກາຍເປັນຄົນທີ່ບໍ່ມີດວງເລື່ອງຄວາມຮັກດ້ວຍການຖືກຜູ້ຍິງຫັກອົກມາແລ້ວ 50 ຄັ້ງ.

ຈົນມື້ໜຶ່ງ ລາວໄດ້ໄປຕົກຫຼຸມຮັກ ອາຄາງິ ຮາຣຸໂກະ ຍິງສາວຜູ້ຫຼົງໄຫຼໃນກິລາບານບ້ວງ (Basketball) ຊາກຸຣາງິ ຈຶ່ງຕັດສິນໃຈສະໝັກເຂົ້າສະໂມສອນບານບ້ວງທັງໆທີ່ຫຼິ້ນບໍ່ເປັນ ເພື່ອຫວັງເອົາຊະນະໃຈນາງ ໂດຍທີ່ຊາກຸຣາງິ ບໍ່ຮູ້ເລີຍວ່ານັ້ນຈະເປັນຈຸດເລີ່ມຕົ້ນສູ່ເສັ້ນທາງການແຂ່ງຂັນບານບ້ວງອັນດຸເດືອດ ການຕໍ່ສູ້ ແລະ ມິດຕະພາບຂອງລາວກັບອັດສະລິຍະຢ່າງ ຣຸຄາວາ ແລະ ທີມໂຊໂຮຄຸ ທີ່ສົ່ງໃຫ້ Slam Dunk ກາຍເປັນມັງງະກິລາທີ່ຜູ້ອ່ານທົ່ວໂລກຕ່າງຫຼົງຮັກ.

ເຊິ່ງການເຮັດຮູບເງົາອະນິເມຊັນຄັ້ງນີ້ ແມ່ນຍັງຄົງໄດ້ສະຕູດິໂອ Toei Animation ຜູ້ສ້າງ Slam Dunk ສະບັບອະນິເມຊັນຊີຣີ່ກັບມາຮ່ວມສ້າງສັນອີກຄັ້ງ ເຊິ່ງເປັນເລື່ອງໜ້າຕື່ນເຕັ້ນສຳລັບແຟນໆ Slam Dunk ທົ່ວໂລກທີ່ຈະໄດ້ເຫັນຊາກຸຣາງິ ແລະ ບັນດາຕົວລະຄອນຈາກທີມໂຊໂຮຄຸຢ່າງ ຣຸຄາວະ, ອາຄາງິ, ອາຈານອັນໄຊ, ຮາຣຸໂກະ ແລະ ອື່ນໆ ກັບມາລົງສະໜາມອີກຄັ້ງ ຫຼັງຈາກທີ່ສະບັບອະນິເມຊັນຊີຣີຕອນສຸດທ້າຍຈົບລົງໃນປີ 1996.

ສຳລັບ Slam Dunk ຄືມັງງະໂຊເນັນ (ກາຕູນເດັກຜູ້ຊາຍ) ຍອດນິຍົມຈາກປາຍບິກຂອງອາຈານທາເກຮິໂກະ ອິໂນອູເອະ ເລີ່ມອອກຕີພິມລົງໃນວາລະສານ Weekly Shonen Jump ໃນປິ 1990-1996 ແລະ ອອກຕີພິມສະບັບລວມເຫຼັ້ມຈຳນວນ 31 ເຫຼັ້ມຈົບ ກ່ອນທີ່ຖືກດັດແປງເປັນສະບັບອະນິເມຊັນຊີຣີອອກມາໃນປີ 1993 ໂດຍສະຕູດິໂອ Toei Animation.

ພາບ: Pinterest

ທີ່ມາ: https://thestandard.co/inoue-takehiko-announces-a-slam-dunk-movie/?fbclid=IwAR2LRFheZmXW64AC6bXix_jgrBrpVDCN2VOSRTh6HkJLxIl4xkjE1KqOY3Y