ສະພາບການລະບາດພະຍາດໂຄວິດ-19 ຂອງ ສປປ ລາວ ປະຈໍາວັນທີ 12 ມັງກອນ 2021


ໃນວັນທີ 12 ມັງກອນ 2021 ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ລາຍງານສະພາບການລະບາດພະຍາດໂຄວິດ-19 ຂອງ ສປປ ລາວ ໄດ້ກ່າວວ່າ:

ເວົ້າເຖິງການເກັບຜົນກວດມາວິເຄາະຜູ້ທີ່ເດີນທາງເຂົ້າມາລາວໃນວັນທີ 11 ມັງກອນ 2021 ແມ່ນໄດ້ເກັບຕົວຢ່າງທັງໝົດ 537 ຄົນ, ໃນນີ້ 118 ຄົນ ແມ່ນເກັບຕົວຢ່າງຜູ້ທີ່ບໍ່ມີອາການພາຍໃນລາວ, ມີແຮງງານລາວກັບມາຈາກປະເທດໄທ 344 ຄົນ,​ ມີແຮງງານຈີນ 65 ຄົນ, ແຮງງານໄທ 7 ຄົນ. ເຊິ່ງປັດຈຸບັນ ປະເທດເຮົາບໍ່ມີຜູ້ຕິດເຊື້ອໂຄວິດ-19. ສ່ວນກໍລະນີຜູ້ທີ 41 ແມ່ນ 37 ວັນແລ້ວທີ່ບໍ່ພົບເຊື້ອ.

ສະເພາະຜູ້ທີ່ເດີນທາງເຂົ້າມາໃນວັນທີ 11 ເດືອນມັງກອນ 2021 ມີທັງໝົດປະມານ 2.300 ກວ່າຄົນ ໃນນີ້ແມ່ນໄດ້ເດີນທາງຕາມຊາຍແດນທີ່ທາງລັດຖະບານໄດ້ກໍານົດໃຫ້.

ຊາຍແດນລາວ-ຈີນ ປະກອບທັງໝົດ 30 ກວ່າຄົນ, ຊາຍແດນລາວ-ໄທ 1.400 ກວ່າຄົນ, ຊາຍແດນລາວ-ຫວຽດ 777 ຄົນ, ຊາຍແດນລາວ-ກໍາປູເຈຍ ແມ່ນບໍ່ມີຄົນເດີນທາງເຂົ້າມາ, ສະເພາະສະໜາມບິນວັດໄຕແມ່ນມີຜູ້ເດີນທາງເຂົ້າມາທັງໝົດ 143 ຄົນ.

ໃນປັດຈຸບັນ ທົ່ວປະເທດລາວເຮົາມີສູນກັກບໍລິເວນຈໍານວນທັງໝົດ 32 ແຫ່ງ, ລວມທັງສູນທີ່ລັດໄດ້ກໍານົດ ຫຼື ໂຮງແຮມທີ່ລັດໄດ້ຈໍານົດ. ສ່ວນຜູ້ທີ່ຍັງກັກໂຕຢູ່ໃນສູນຕ່າງໆ ປັດຈຸບັນມີ 2.728 ຄົນ ເຊິ່ງໄດ້ຜ່ານການວິເຄາະຜົນກວດວ່າບໍ່ພົບເຊື້ອສໍາລັບຜູ້ທີ່ເດີນທາງເຂົ້າມາລາວ.

ຄົນຈໍານວນທັງໝົດນີ້ ທາງພາກສ່ວນທີ່ກ່ຽວຂ້ອງໄດ້ນໍາເກັບເອົາຕົວຢ່າງມາກວດ, ມາວິເຄາະ ສ່ວນຜູ້ທີ່ກັກໂຕຕາມໂຮງແຮມ ຫຼື ສະຖານທີ່ກັກບໍລິເວນຕາມລັດໄດ້ວາງອອກນັ້ນ ເມື່ອບໍ່ພົບອາການຈຶ່ງໃຫ້ໄປໃຊ້ຊີວິດຕາມປົກກະຕິໄດ້.

ສ່ວນຜູ້ທີ່ເດີນທາງຜິດກົດໝາຍ ທາງພາກສ່ວນຕ່າງໆແມ່ນໄດ້ເອົາໃຈໃສ່ ພ້ອມປະຕິບັດຢ່າງເຂັ້ມງວດ ແລະ ໄດ້ເພີ່ມທະວີເອົາໃຈໃສ່ເປັນພິເສດ. ກໍລະນີ ທີ່ຜູ້ຂັບລົດສົ່ງເຄື່ອງຜ່ານຊາຍແດນແມ່ນໄດ້ຮຽກຮ້ອງໃຫ້ມີໃບກວດຢັ້ງຢືນກວດ ເປັນຜົນຂອງເຄື່ອງກວດ CPR ຈຶ່ງອະນຸຍາດໃຫ້ພາຫະນະຜ່ານ.

ໃນໂອກາດນີ້ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງບໍ່ວ່າຈະເປັນພາກສ່ວນຂອງລັດ, ເອກະຊົນ ແລະ ປະຊາຊົນທົ່ວປະເທດ ຊ່ວຍກັນປະຕິບັດ ແລະ ປ້ອງກັນຊ່ວຍກັນ ເພື່ອປະເທດຊາດບ້ານເມືອງຂອງເຮົາ.

ຂໍຂອບໃຈວີດີໂອຖ່າຍທອດສົດ:

https://www.facebook.com/CIEH.MoH.Lao/videos/446308640084463