ບໍລິສັດຫຼາຍແຫ່ງໃນຍີ່ປຸ່ນເລີ່ມປັບເງື່ອນໄຂລົດຄຸນສົມບັດທາງດ້ານພາສາ ເພື່ອແກ້ໄຂບັນຫາຂາດບຸກຄະລາກອນທີ່ມີຄວາມສາມາດສູງ


ຈາກການສຳຫຼວດຂໍ້ມູນຂອງເວັບໄຊຈັດຫາວຽກໃນຍີ່ປຸ່ນ Human Global Talent and Global Power ພົບວ່າ ປັດຈຸບັນ 70% ຂອງຕຳແໜ່ງບໍລິສັດໃນຍີ່ປຸ່ນເປີດຮັບແຮງງານຕ່າງຊາດທີ່ກຳນົດຄຸນສົມບັດຂອງຜູ້ສະໝັກເອົາໄວ້ວ່າ ຕ້ອງສາມາດສື່ສານພາສາຍີ່ປຸ່ນຂັ້ນສູງໄດ້ໃນລະດັບດີ ແຕ່ວ່າມີ 40% ຂອງຜູ້ສະໝັກທີ່ຜ່ານເງື່ອນໄຂດັ່ງກ່າວ.

ການສຳຫຼວດຍັງພົບອີກວ່າ ຈາກ 18,000 ຕຳແໜ່ງທີ່ບໍລິສັດຍີ່ປຸ່ນເປີດຮັບສະໝັກແຮງງານທີ່ມີຄວາມສາມາດຈາກຕ່າງຊາດ ເຊັ່ນ: ວິສະວະກອນ, ນັກວິໄຈແລະ ຜູ້ຊ່ຽວຊານທາງດ້ານເທັກໂນໂລຢີ 75% ໂດຍກຳນົດເອົາຄຸນສົມບັດຂອງຜູ້ສະໝັກເອົາໄວ້ວ່າ ຕ້ອງຜ່ານການທົດສອບທາງພາສາໃນລະດັບ N1 ເຊິ່ງໝາຍຄວາມວ່າບຸກຄະລາກອນເຫຼົ່ານັ້ນຕ້ອງສື່ສານພາສາຍີ່ປຸ່ນໄດ້ໃນຫຼາຍຫຼາຍສະຖານະການ. ເວັບໄຊດັ່ງກ່າວຍັງພົບອີກວ່າ ໃນຈຳນວນຊາວຕ່າງຊາດທີ່ລົງທະບຽນຫາວຽກເອົາໄວ້ໃນເວັບໄຊມີປະມານ 9,000 ຄົນ ເຊິ່ງໃນນັ້ນມີຜູ້ຜ່ານການທົດສອບທາງພາສາໃນລະດັບ N1 ພຽງ 37% ເທົ່ານັ້ນ.

ໂດຍອຸປະສັກທາງດ້ານພາສານີ້ຖືເປັນຂໍ້ຈຳກັດທີ່ເຮັດໃຫ້ບໍລິສັດເສຍໂອກາດໃນການຈ້າງແຮງງານຄວາມສາມາດສູງຈາກຕ່າງປະເທດ ເມື່ອປຽບທຽບກັບບໍລິສັດໃນອຸດສາຫະກຳດຽວກັນໃນສະຫະລັດອາເມຣິກາ ຫຼື ຢູໂຣບ ທີ່ມັກຈະໃຫ້ຄວາມສຳຄັນກັບຄຸນສົມບັດດ້ານການເຮັດວຽກມາກ່ອນການໃຊ້ພາສາ.

ລັດຖະບານຍີ່ປຸ່ນເອງກໍໄດ້ຄຳນຶງເຖິງບັນຫາທີ່ເກີດຂຶ້ນ ເຮັດໃຫ້ມີຄວາມພະຍາຍາມຊຸກຍູ້ໃຫ້ບໍລິສັດຍີ່ປຸ່ນປັບລົດຄຸນສົມບັດທາງພາສາຂອງຜູ້ສະໝັກງານຊາວຕ່າງຊາດລົງ ໂດຍກະຊວງເສດຖະກິດການຄ້າ ແລະ ອຸດສາຫະກຳຂອງຍີ່ປຸ່ນ ມີການປະເມີນເອົາໄວ້ວ່າ ຍີ່ປຸ່ນຈະປະສົບບັນຫາຂາດແຄນແຮງງານໃນສາຍໄອທີເຖິງ 790,000 ຕຳແໜ່ງພາຍໃນປີ 2030 ເຮັດໃຫ້ການເພິ່ງພາແຮງງານຈາກຕ່າງປະເທດອາດຈະເປັນຫົນທາງທີ່ຈຳເປັນສຳລັບບໍລິສັດຍີ່ປຸ່ນໃນການເພີ່ມຂີດຄວາມສາມາດໃນການແຂ່ງຂັນ.

ນອກຈາກຂໍ້ຈຳກັດທາງດ້ານພາສາແລ້ວ ຜູ້ຊ່ຽວຊານສ່ວນໜຶ່ງຍັງເຊື່ອວ່າວັດທະນະທຳການຈ້າງວຽກຂອງບໍລິສັດໃນຍີ່ປຸ່ນທີ່ມີລັກສະນະເປັນ Membership-style ເຊິ່ງພະນັກງານຈະໄດ້ຮັບການປະຕິບັດໃຫ້ເປັນຄ້າຍຄືກັບສະມາຊິກຂອງກຸ່ມທີ່ຈະໄດ້ຮັບມອບໝາຍໜ້າທີ່ຫຼາຍຢ່າງ ຫຼື ຖືກຍົກຍ້າຍໝຸນວຽນໄປຍັງຫຼາກຫຼາຍພະແນກໃນອົງກອນແທນທີ່ຈະສຸມໃສ່ຢູ່ຕຳໃດຕໍາແໜ່ງໜຶ່ງ ກໍອາດເປັນໜຶ່ງປັດໄຈທີ່ເຮັດໃຫ້ບໍລິສັດໃນຍີ່ປຸ່ນສ່ວນໃຫຍ່ບໍ່ສາມາດດຶງດູດແຮງງານທັກສະສູງຈາກຕ່າງປະເທດໄດ້. 

Takashi Kumon ອາຈານປະຈຳມະຫາວິທະຍາໄລ Asia University ຜູ້ຊ່ຽວຊານດ້ານການພັດທະນາຊັບພະຍາກອນມະນຸດ ໄດ້ອອກມາແນະໃຫ້ບໍລິສັດຍີ່ປຸ່ນໃຫ້ຄວາມສຳຄັນກັບຄວາມສາມາດ ແລະ ຄວາມຮູ້ຂອງຜູ້ສະໝັກຊາວຕ່າງຊາດຫຼາຍກວ່າໃຫ້ຄວາມສຳຄັນທາງດ້ານພາສາ ເພື່ອແກ້ບັນຫາຂາດແຄນແຮງງານທັກສະສູງໃນປະເທດ ແລະ ເພີ່ມຄວາມຫຼາກຫຼາຍທາງດ້ານວັດທະນະທຳການເຮັດວຽກໃຫ້ກັບຄົນຍີ່ປຸ່ນ.

ຈາກກະແສຂາດແຄນແຮງງານເຮັດໃຫ້ປັດຈຸບັນຫຼາຍໆ ບໍລິສັດໃນຍີ່ປຸ່ນ ເລີ່ມມີການປັບລົດເງື່ອນໄຂຄຸນສົມບັດທາງພາສາຂອງພະນັກງານຕ່າງຊາດລົງ ໜຶ່ງໃນນັ້ນຄື Sun ບໍລິສັດສະຕາດອັບດ້ານໄອທີໃນນະຄອນໂຕກຽວ ແມ່ນໄດ້ກຳນົດຄຸນສົມບັດດ້ານພາສາຍີ່ປຸ່ນຂອງພະນັກງານຊາວຕ່າງຊາດເອົາໄວ້ທີ່ລະດັບ N3 ເຊິ່ງເປັນລະດັບທີ່ສາມາດສື່ສານໃນຊີວິດປະຈຳວັນໄດ້ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/