DeFi Arbix Finance ປິດເວັບໄຊໜີແລ້ວ ເຊິ່ງມີມູນຄ່າຄວາມເສຍຫາຍກວ່າ 33 ລ້ານໂດລາ


Arbix Finance ເປັນເວັບໄຊ DeFi ປະເພດ Yield Farming ທີ່ເນັ້ນເຮັດກຳໄລຈາກການ Arbitage ຫຼື ເຮັດກຳໄລຈາກການແລກປ່ຽນໂດຍອາໄສຄວາມແຕກຕ່າງຂອງມູນຄ່າຫຼຽນ Crypto ທີ່ຢູ່ເທິງແພັດຟອມ DeFi ຕ່າງກັນ ເຊິ່ງໄດ້ປິດຕົວລົງແລ້ວໃນວັນທີ 4 ມັງກອນ 2022 ນີ້ ທັງໃນຊ່ອງທາງເວັບໄຊ Telegram ແລະ Twitter ເຮັດໃຫ້ຜູ້ໃຊ້ບໍລິການບໍ່ສາມາດຖອນເງິນທີ່ຝາກໄວ້ໃນ Pool ຕ່າງໆໄດ້ອີກຕໍ່ໄປ ແລະ ມູນຄ່າຫຼຽນຂອງເວັບໄຊຢ່າງ $ARBIX ກໍລົດລົງຮອດ 99%.

ຄາດວ່າການປິດຕົວຄັ້ງນີ້ ຈະເປັນການປິດເວັບໄຊແລ້ວຫອບເງິນໜີແບບ rugpull ຫຼື ເປັນການປິດເວັບແລ້ວຫອບເງິນໄປແບບບໍ່ໃຫ້ໃຜໄດ້ຕັ້ງຕົວ ຄືກັນກັບການດຶງຜ້າພົມອອກຈາກຕີນທີ່ເຮັດໃຫ້ເຮົາລົ້ມລົງ. ເຖິງ code ຈະໄດ້ຮັບການກວດສອບຈາກເວັບໄຊກວດສອບ code ທີ່ໂລກ DeFi ນິຍົມຢ່າງ Certik ແລ້ວກໍຕາມ ແຕ່ເປັນການກວດສອບແບບຄັ້ງດຽວ ເຊິ່ງບໍ່ໄດ້ໃຊ້ຜະລິດຕະພັນຢ່າງ Skynet ທີ່ເປັນບໍລິການເຝົ້າລະວັງຊ່ອງໂຫວ່ເທິງເວັບ DeFi ແບບຕະຫຼອດ 24 ຊົ່ວໂມງຂອງ Certik.

ໂດຍມູນຄ່າຄວາມເສຍຫາຍອ້າງອີງຈາກ TCL (Total Value Locked) ຫຼື ເງິນເໝົາລວມທັງໝົດທີ່ຖືກລັອກໄວ້ເທິງເວັບໄຊກ່ອນປິດ ເຊິ່ງຈະມີມູນຄ່າຄວາມເສຍຫາຍຢູ່ປະມານ 33 ລ້ານ ໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/