ສະວິດເຊີແລນ ອະນຸມັດໃຫ້ປ່ຽນເພດທາງກົດໝາຍໄດ້ແລ້ວຕັ້ງແຕ່ 1 ມັງກອນເປັນຕົ້ນໄປ


ທີ່ຊູຣິກ, ປະເທດສະວິດເຊີແລນ ໄດ້ອະນຸມັດໃຫ້ປະຊາຊົນສາມາດປ່ຽນແປງເພດຢ່າງຖືກກົດໝາຍໄດ້ແລ້ວ ຕັ້ງແຕ່ 1 ມັງກອນເປັນຕົ້ນໄປ, ກາຍເປັນໜຶ່ງໃນປະເທດແຖວໜ້າຈາກທະວີບຢູໂຣບໃນການເຄື່ອນໄຫວເພື່ອລະບຸເພດດ້ວຍຕົນເອງ.

ພາຍໃຕ້ກົດໝາຍໃໝ່ນີ້ ປະເທດສະວິດເຊີແລນ ຈະໄດ້ຮ່ວມກັບບັນດາປະເທດໃນຢູໂຣບຢ່າງ ໄອແລນ, ເບລຢຽມ, ໂປຕຸເກດ, ນໍເວ ແລະ ອື່ນໆ ອະນຸມັດໃຫ້ບຸກຄົນອາຍຸ 16 ຂຶ້ນໄປ ສາມາດປ່ຽນແປງເພດຕົນເອງຢ່າງຖືກກົດໝາຍທີ່ຫ້ອງການພົນລະເມືອງ ໂດຍບໍ່ຈຳເປັນຕ້ອງມີການເຂົ້າຮັບການບຳບັດຮໍໂມນ, ການບົ່ງມະຕິທາງສຸຂະພາບ, ການວິໄຈອື່ນໆ ຫຼື ກົດລະບຽບຂັ້ນຕອນໃດໆ. ສ່ວນໄວໜຸ່ມທີ່ອາຍຸຕ່ຳກວ່າ 16 ປີ ແມ່ນຈະຕ້ອງໄດ້ຜ່ານການເຫັນດີຈາກຜູ້ປົກຄອງ.

ນອກຈາກນີ້ມັນໄດ້ປ່ຽນແປງມາດຕະຖານການຂອງປະເທດ ທີ່ຈະຕ້ອງໄດ້ຮັບໃບຢັ້ງຢືນຈາກຜູ້ຊ່ຽວຊານທາງດ້ານສຸຂະພາບ ມາຢືນຢັນການແປງເພດຂອງບຸກຄົນ. ສຳລັບບາງໜ່ວຍງານປົກຄອງ ຍັງໃຫ້ບຸກຄົນເຂົ້າບຳບັດຮໍໂມນ ຫຼື ປ່ຽນແປງທາງໂຄງສ້າງກາຍະພາບ ເພື່ອທີ່ຈະສາມາດຮັບການປ່ຽນແປງເພດ. ໃນກໍລະນີປ່ຽນຊື່ເອີ້ນ, ຜູ້ກ່ຽວຈະຕ້ອງໄດ້ມີຫຼັກຖານຢືນຢັນການປ່ຽນຊື່ເອີ້ນມາເປັນເວລາຫຼາຍປີ ຈຶ່ງຈະໄດ້ຮັບການນຳໃຊ້ເປັນທາງການ.

ດ້ວຍເຫດນັ້ນ, ປະເທດສະວິດເຊີແລນ ເຖິງຈະເປັນທີ່ຮູ້ຈັກດີວ່າເປັນປະເທດທີ່ສັງຄົມມີຄວາມອະນຸລັກນິຍົມເປັນຫຼັກ ກໍໄດ້ໂຫວດກັນຢ່າງເປັນເອກະສັນ ເຂົ້າຮ່ວມບັນດາປະເທດໃນຢູໂຣບອະນຸມັດກົດໝາຍດັ່ງກ່າວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/