ປີ 2021 ທົ່ວປະເທດລາວມີຄົນເສຍຊີວິດ ຈາກອຸບັດຕິເຫດເກືອບ 1,000 ຄົນ ສ່ວນຫຼາຍເກີດຈາກເມົາແລ້ວຂັບ


ຕາມຂໍ້ມູນ ຈາກກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນທັນວາ 2021 ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 5,576 ຄັ້ງ, ໃນນັ້ນ ເສຍຊີວິດທັງໝົດ 831 ຄົນ, ໄດ້ຮັບບາດເຈັບ 8,388 ຄົນ, ພາຫະນະເປ່ເພ 9,910 ຄັນ, ທຽບໃສ່ ປີ 2020 ຜ່ານມາ, ອຸບັດຕິເຫດເກີດຂຶ້ນ ລົດລົງ 1198 ລາຍ, ເສຍຊີວິດ ລົດລົງ 200 ຄົນ, ໄດ້ຮັບບາດເຈັບລົດລົງ 1.639 ຄົນ, ພາຫະນະເປ່ເພ ລົດລົງ 2.097 ຄັນ.

ສະເພາະຢູ່ນະຄອນຫລວງວຽງຈັນ ນັບແຕ່ເດືອນມັງກອນ ຫາ ເດືອນທັນວາ 2021 ມີອຸບັດຕິເຫດເກີດຂຶ້ນທັງໝົດ 853 ຄັ້ງ, ເສຍຊີວິດ ທັງໝົດ 161 ຄົນ, ໄດ້ຮັບບາດເຈັບ 720 ຄົນ, ພາຫະນະເປ່ເພ 1775 ຄັນ, ທຽບໃສ່ໄລຍະດຽວກັນ ຂອງປີ 2020 ຜ່ານມາ ການເກີດອຸບັດຕິເຫດ ລົດລົງ 303 ຄັ້ງ, ເສຍຊີວິດ ລົດລົງ 29 ຄົນ, ບາດເຈັບ ລົດລົງ 478 ຄົນ ແລະ ພາຫະນະເປ່ເພ ລົດລົງ 532 ຄັນ.

ສຳລັບ ສາເຫດທີ່ພາໃຫ້ເກີດອຸບັດຕິເຫດແມ່ນ: ດື່ມເຫລົ້າ 1,031 ກໍລະນີ, ຂັບລົດດ້ວຍຄວາມໄວ 1,606 ກໍລະນີ, ປ່ຽນທິດທາງ 707 ກໍລະນີ, ແຊງບໍ່ຮັບປະກັນ 468 ກໍລະນີ, ບໍ່ປ່ອຍສິດ 601 ກໍລະນີ, ລ່ວງປ້າຍຫ້າມ 183 ກໍລະນີ, ເຕັກນິກບໍ່ຮັບປະກັນ 116 ກໍລະນີ ແລະ ອື່ນໆ 921 ກໍລະນີ.

ອຸບັດຕິເຫດທີ່ເກີດຂຶ້ນໃນແຕ່ລະແຂວງມີ: ໄຊຍະບູລີ 274 ຄັ້ງ ເສຍຊີວິດ 51 ຄົນ, ອັດຕະປື 230 ຄັ້ງ ເສຍຊີວິດ 23 ຄົນ, ສາລະວັນ 186 ຄັ້ງ ເສຍຊີວິດ 30 ຄົນ, ຜົ້ງສາລີ 133 ຄັ້ງ ເສຍຊີວິດ 13 ຄົນ, ຊຽງຂວາງ 131 ຄັ້ງ ເສຍຊີວິດ 30 ຄົນ, ເຊກອງ 126 ຄັ້ງ ເສຍຊີວິດ 16 ຄົນ, ບໍ່ແກ້ວ 97 ຄັ້ງ ເສຍຊີວິດ 25 ຄົນ, ໄຊສົມບູນ 80 ຄັ້ງ ເສຍຊີວິດ 18 ຄົນ, ຄຳມ່ວນ 77 ຄັ້ງ ເສຍຊີວິດ 34 ຄົນ ແລະ ແຂວງຫົວພັນ ມີອຸບັດຕິເຫດເກີດຂຶ້ນ 48 ຄັ້ງ, ເສຍຊີວິດ 18 ຄົນ.

ຂອບໃຈຂໍ້ມູນຈາກ: https://bit.ly/3t1j8Tq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/