ອອສເຕເລຍຍົກເລີກ Visa ເຂົ້າປະເທດຂອງມືວາງເທນນິສອັນດັບ 1 ຢ່າງ Novak Djokovic


ມືວາງກິລາເທນນິສອັນດັບໜຶ່ງຢ່າງ Novak Djokovic ໄດ້ເດີນທາງມາຮອດເມລເບີນ, ປະເທດອອສເຕເລຍ ເພື່ອເຂົ້າຮ່ວມການແຂ່ງຂັນທົວນາເມັ້ນ. ແຕ່ກໍໄດ້ຖືກ ຍົກເລີກ Visa ແລະ ອາດຖືກໄລ່ອອກຈາກປະເທດ. ທາງເຈົ້າໜ້າທີ່ດ່ານເຂົ້າ-ອອກຂອງອອສເຕເລຍໄດ້ກ່າວວ່າ ເອກະສານຢັ້ງຢືນຂອງນັກກິລາບໍ່ຄົບຖ້ວນ ຫຼື ບໍ່ໄດ້ຕາມທີ່ກົດໝາຍວາງໄວ້.

Djokovic ຫຼັງຈາກລົງມາຮອດສະໜາມບິນ ກໍຖືກກັກຕົວໄວ້ຫຼາຍຊົ່ວໂມງໃນດ່ານ ກ່ອນຈະຖືກເຈົ້າໜ້າທີ່ພາໄປກັກຕົວທີ່ໂຮງແຮມເພື່ອລໍຖ້າອອກຈາກປະເທດ. ເຫດການດັ່ງກ່າວນີ້ເກີດຂຶ້ນລະຫວ່າງການຖົກຖຽງກັນຂອງສງຄົມຕໍ່ການອະນຸໂລມສະຖານະສັກວັກຊີນຂອງ Djokovic ເນື່ອງຈາກກ່ອນໜ້ານັ້ນ ລາວບໍ່ໄດ້ປະກາດສະຖານະການສັກວັກຊີນຂອງຕົນເອງ ແລະ ເຄີຍສະແດງຄຳເຫັນທີ່ຕໍ່ຕ້ານການສັກວັກຊີນເມື່ອປີທີ່ຜ່ານມາ.ເຖິງຢ່າງນັ້ນ, ຕົວນັກກິລາກໍໄດ້ກ່າວວ່າ ຕົນເອງໄດ້ຮັບອະນຸຍາດເຂົ້າມາແຂ່ງໃນງານ Australian Open ທີ່ຈະເລີ່ມໃນວັນທີ 17 ມັງກອນ.

ທາງກິລາເທນນິສແຫ່ງອອສເຕເລຍເອງກໍໄດ້ອອກມາຢືນຢັນການອະນຸໂລມດັ່ງກ່າວ ໂດຍອ້າງວ່າ ພວກເຂົາໄດ້ມີຂັ້ນຕອນການກວດສອບຢ່າງເຄັ່ງຄັດ. ແຕ່ບັນຫາກໍເລີ່ມຂຶ້ນເມື່ອ Djokovic ເດີນທາງເຂົ້າມາອອສເຕເລຍຈາກດູໄບ ໂດຍເຈົ້າໜ້າທີ່ດ່ານອອສເຕເລຍກ່າວວ່າ ບໍ່ມີຫຼັກຖານພຽງພໍຕາມຂໍ້ກຳນົດເດີນທາງເຂົ້າປະເທດ ແລະ ຈະຍົກເລີກວີຊ້າຂອງລາວ. ລັດຖະມົນຕີິກະຊວງກິລາຂອງອອສເຕເລຍກໍໄດ້ອອກມາສະແດງຄວາມເຫັນວ່າ ການອະນຸໂລມທາງດ້ານສຸຂະພາບ ບໍ່ໄດ້ກ່ຽວຂ້ອງກັບການທີ່ນັກກິລາຈະເຂົ້າມາໄດ້. ເນື່ອງຈາກບັນຫາແມ່ນການບໍ່ມີເອກະສານພຽງພໍ ເຊິ່ງລາວສາມາດຍື່ນສະເໜີຂໍວີຊ້າໃໝ່ເພື່ອເຂົ້າມາແຂ່ງຂັນ. ພ້ອມທັງຍັງກ່າວວ່າ ມັນເປັນກົດໝາຍ ແລະ ບໍ່ມີໃຜຢູ່ເໜືອກົດໝາຍ. 

ອອສເຕເລຍເປັນໜຶ່ງປະເທດທີ່ມີກົດນະໂນບາຍ Covid-19 ທີ່ເຄັ່ງຄັດທີ່ສຸດໃນໂລກ. ເຊິ່ງກວ່າ 90% ຂອງປະຊາກອນທີ່ອາຍຸເກີນ 16 ປີແມ່ນໄດ້ຮັບວັກຊີນຄົບຮຽບຮ້ອຍ. ແຕ່ເຖິງຢ່າງນັ້ນ, ພວກເຂົາກໍຍັງບໍ່ສາມາດເດີນທາງໄປມາລະຫວ່າງລັດ ຫຼື ອອກຈາກປະເທດໄດ້. ບໍ່ດົນມານີ້, ປະຊາຊົນກໍໄດ້ວິຈານການເຮັດວຽກຂອງລັດຖະບານ ໃນການອະນຸຍາດໃຫ້ຄົນລວຍ ຫຼື ຄົນທີ່ມີຊື່ສຽງ ເຮັດຫຍັງກໍໄດ້ຕາມໃຈ.​

ຂອບໃຈຂໍ້ມູນຈາກ:

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/