ຈີນປະສົບຄວາມສຳເລັດໃນການທົດສອບ “ດວງຕາເວັນທຽມ” ແລະ ສ້າງສະຖິຕິເຮັດວຽກໄດ້ດົນທີ່ສຸດໃນໂລກ


ຕາມລາຍງານຂອງສຳນັກຂ່າວ ຊິນຫົວ ໄດ້ລະບຸວ່າ ດວງຕາເວັນປະດິດຂອງຈີນ (EAST) ປະສົບຄວາມສຳເລັດໃນການເຮັດວຽກຕໍ່ເນື່ອງພາຍໃຕ້ອຸນຫະພູມເກືອບ 70 ລ້ານອົງສາ  ເຊິ່ງເປັນອຸນຫະພູມທີ່ຮ້ອນກວ່າແກນກາງດວງຕາເວັນຂອງແທ້ເຖິງ 5 ເທົ່າ ແລະ ຢູ່ໄດ້ດົນເທິງ 1,056 ວິນາທີ ຫຼື ປະມານ 17 ນາທີ ໂດຍຢູ່ໃນລະຫວ່າງການທົດລອງຮອບຫຼ້າສຸດເມື່ອວັນທີ 30 ທັນວາ 2021 ທີ່ຜ່ານມານີ້ ເຊິ່ງຖືເປັນໄລຍະການເຮັດວຽກຂອງອຸປະກອນປະເພດດັ່ງກ່າວທີ່ຍາວນານທີ່ສຸດໃນໂລກ.

ຕໍ່ມາໃນວັນທີ 31 ທັນວາ ປີ 2021 ກົງຊຽນຈູ່ ນັກວິໄຈປະຈຳສະຖາບັນຟີຊິກພລາສມາ ໄດ້ເປີດເຜີຍຄວາມຄືບໜ້າດັ່ງກ່າວ ຫຼັງຈາກສຳເລັດໃນການທົດລອງຮອບຫຼ້າສຸດໃນນະຄອນ ເຫີເຝີຍ ເມືອງເອກຂອງມົນທົນອັນຮຸຍ ທີ່ຕັ້ງຢູ່ທາງຕາເວັນອອກຂອງຈີນ.

“ເຮົາສາມາດເດີນເຄື່ອງດວງຕາເວັນປະດິດນີ້ທີ່ອຸນຫະພູມ 120 ລ້ານອົງສາ ໄດ້ດົນ 101 ວິນາທີ ໃນການທົດລອງເມື່ອໄລຍະທໍາອິດຂອງປີ 2021, ສ່ວນການທົດລອງຮອບນີ້ສາມາດເດີນເຄື່ອງໄດ້ດົນເຖິງ 1,056 ວິນາທີ ທີ່ອຸນຫະພູເກືອບ 70 ລ້ານອົງສາ ເຊິ່ງຊ່ວຍວາງຮາກຖານສູ່ການເດີນເຄື່ອງເຕົາປະຕິກອນຟິວຊັ່ນ”.

ທັງນີ້ ເປົ້າໝາຍສູງສຸດຂອງດວງຕາເວັນປະດິດຂອງຈີນ ຄືການສ້າງປະຕິກິລິຍານິວເຄຼຍຟິວຊັ່ນຄືກັນກັບດວງຕາເວັນຂອງແທ້ ໂດຍໃຊ້ດິວເທີຣຽມ (Deuterium) ທີ່ເປັນທາດໄຮໂດຣເຈນຊະນິດໜັກ ແລະ ມີຢູ່ຫຼວງຫຼາຍໃນທະເລມາຜະລິດພະລັງງານສະອາດທີ່ມີສະຖຽນລະພາບ.

ວັດຖຸດິບສຳລັບ “ດວງຕາເວັນປະດິດ” ນັ້ນມີຢູ່ເຫຼືອລົ້ນໃນໂລກໜ່ວຍນີ້ ເຊິ່ງແຕກຕ່າງຈາກເຊື້ອໄຟຟອສຊິລຢ່າງຖ່ານຫີນ, ນ້ຳມັນ ແລະ ກ໊າສທຳມະຊາດ ທີ່ອາດຖືກນຳໃຊ້ຈົນໝົດແລະເປັນໄພຄຸກຄາມກັບສິ່ງແວດລ້ອມ. ດັ່ງນັ້ນພະລັງງານຟິວຊັ່ນອາຈເປັນ “ພະລັງງານສຸດທ້າຍ” ໃນອະນາຄົດຂອງມະນຸດຊາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/