ສື່ອັນດັບໜຶ່ງ ຂອງໂປຕຸເກດຖືກໂຈມຕີຈົນເຮັດໃຫ້ເວັບໄຊ ແລະ ລະບົບສະຕຣີມມິງຫຼົ້ມ


ຕາມລາຍງານຂອງເວັບໄຊ siliconangle ໄດ້ກ່າວວ່າ Impresa ຜູ້ຜະລິດສື່ລາຍໃຫຍ່ສຸດຂອງໂປຕຸເກດ (ເຈົ້າຂອງຊ່ອງ SIC ແລະໜັງສືພິມປະຈຳອາທິດ Express) ຖືກໂຈມຕີດ້ວຍ ມັລແວຣ໌ (malware) ເອີ້ນຄ່າໄຖ່ໃນໄລຍະວັນພັກປີໃໝ່ ເຮັດໃຫ້ເວັບໄຊ ແລະ ບໍລິການສະຕຣີມມິງອອນລາຍຂອງບໍລິສັດຕ້ອງອອຟລາຍລົງ.

ສຳນັກຂ່າວ The record ເປັນຜູ້ລາຍງານເຫດການທີ່ເກີດຂຶ້ນເປັນແຫ່ງທຳອິດ ໂດຍສັນນິຖານວ່າຜູ້ທີ່ຢູ່ເບື້ອງຫຼັງຂອງການໂຈມຕີດັ່ງກ່າວເປັນກຸ່ມທີ່ມີຊື່ວ່າ Lapsus$ ທີ່ບໍ່ຄ່ອຍເປັນທີ່ຮູ້ຈັກປານໃດ.

ເຊິ່ງການໂຈມຕີທີ່ເກີດຂຶ້ນກະທົບຕໍ່ໂຄງສ້າງພື້ນຖານຮອງຮັບເຊີບເວີ້ໄອທີຂອງບໍລິສັດ ເຮັດໃຫ້ເວັບໄຊຂອງສື່ທີ່ Impresa ກຳກັບດູແລຕ້ອງປິດຕົວລົງ ແຕ່ການຖ່າຍທອດສົດທາງໂທລະພາບຍັງດຳເນີນໄດ້ຢ່າງປົກກະຕິ.

Lapsus$ ໄດ້ເຮັດການປ່ຽນໜ້າເວັບໄຊ (web defacement) ທັງໝົດຂອງບໍລິສັດດ້ວຍຈົດໝາຍເອີ້ນຄ່າໄຖ່ ເຊິ່ງໃນຈົດໝາຍນັ້ນອ້າງວ່າທາງກຸ່ມໄດ້ເຮັດການບຸກຮອດບັນຊີ Amazon Web service ເຊິ່ງເປັນບໍລິການ cloud ຂອງບໍລິສັດຮຽບຮ້ອຍແລ້ວ.

ນອກນີ້ ທາງກຸ່ມຍັງເຄີຍກໍ່ເຫດແຮັກກະຊວງສາທາລະນະສຸກຂອງບຣາຊິວ ໂດຍໄດ້ຖິ້ມຈົດໝາຍເອີ້ນຄ່າໄຖ່ລັກສະນະດຽວກັນນີ້ເປັນພາສາໂປຕຸເກດ ເຮັດໃຫ້ກຸ່ມດັ່ງກ່າວອາດມີພື້ນຖານທາງພາສາໂປຕຸເກດເປັນຫຼັກ. ຫຼ້າສຸດ Impresa ອອກມາອ້າງວ່າໄດ້ບັນຊີ AWS ກັບຄືນມາແລ້ວ ແຕ່ Lapsus$ ລະບຸວ່າທາງກຸ່ມຍັງເຂົ້າເຖິງ AWS ໄດ້ຢູ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/