“ບຸນບັ້ງໄຟ” ຄົນສະໄໝກ່ອນມີຄວາມເຊື່ອວ່າເທິງຟ້າມີສິ່ງສັກສິດ ການເຮັດບຸນບັ້ງໄຟຈະເຮັດໃຫ້ຝົນຕົກຕາມລະດູການ


ຄຳວ່າ “ບຸນຟັ້ງໄຟ” ໝາຍເຖິງບັ້ງ ຫລື ກະບອກ ທີ່ເຮັດດ້ວຍ ໝື້ ຕອກໃຫ້ແໜ້ນເປັນບັ້ງ ຈະມີຊື່ ແຕກຕ່າງ ເຊັ່ນ: ບັ້ງໄຟໂບດ, ມ້າ, ຈິນາຍ, ອື່, ຕະໄລ, ພຸ, ດອກໄມ້ໝື່ນແສນ ໂດຍກຳນົດເຮັດໃນເດືອນຂຶ້ນ ຫຼື ແຮມ ກໍໄດ້ຕາມຄວາມສະດວກ, ແຕ່ສ່ວນຫຼາຍນິຍົມກັນ ໃນເດືອນຫົກ ຈຶ່ງໃສ່ຊື່ວ່າບຸນ ເດືອນຫົກ ຫຼື ບຸນບັ້ງໄຟ.

ການເຮັດບັ້ງໄຟ ເລີ່ມຈາກການຫາໄມ້ໄຜ່ ຫຼື ລຳຕານ ມາລົນໄຟ, ລຸປ້ອງ, ຕາກໃຫ້ແຫ້ງ ຕອກດ້ວຍໝື້ໃຫ້ເຕັມແໜ້ນ ເຊິ່ງການເຮັດບຸນບັ້ງໄຟຕ້ອງມີຊ່າງຜູ້ຊໍານິຊໍານານມາກໍາກັບ ຖ້າບໍ່ດັ່ງນັ້ນບັ້ງໄຟຈະແຕກຊຸ ຫຼື ບໍ່ໄໝ້ ອາດເກີດອັນຕະລາຍໄດ້. ກ່ອນວັນເຮັດບຸນ ຈະປຸກຕູບ, ຜາມ ແລ້ວນິມົນພະ ແລະ ເຊີນຊວນ ພີ່ນ້ອງບ້ານໃກ້ຄຽງ ໃຫ້ມາເຮັດບຸນ ຂໍຄ້ອງກອງ ແລະ ບັນດານັກຟ້ອນ, ມີການຕ້ອນຮັບພະ ລວມໄປເຖິງຍາດພີ່ນ້ອງບ້ານອື່ນ ໂດຍນາຍບ້ານ ຈະແບ່ງເປັນ ສາມ ຫຼື ສີ່ເຮືອນ ຕ້ອນຮັບລ້ຽງດູຄ້າຍຄືກັບບຸນພະເຫວດ.

ໃນເມື່ອກ່ອນ 9 ໂມງເຊົ້າ ຈະມີຫົດສົງ ເຖລາພິເສກ, ຕອນບ່າຍຈະຈູດບັ້ງໄຟ ແລະ ຕອນກາງຄືນ ມີການເສັງກອງ. ສຳລັບກອງນີ້ແມ່ນນຳມາຈາກທຸກໆບ້ານທີ່ໄດ້ເຊີນມາ ຖືວ່າມີຄວາມສະໜຸກສະໜານເປັນຢ່າງຍິ່ງ ພວກທີ່ຫຼິ້ນ ຟ້ອນລຳຈົນຊອດແຈ້ງກໍມີ. ສຳລັບຕອນເຊົ້າ ແມ່ນມີການຖວາຍຈັງຫັນໃຫ້ແກ່ພະສົງແລ້ວນຳບັ້ງໄຟໄປຈູດ ທີ່ຄ້າງທີ່ຈັດໄວ້ ໃນລະຫວ່າງພະສັນຈັງຫັນ, ຊ່າງບັ້ງໄຟ ນຳບັ້ງໄຟມາແຫ່ ເພື່ອໃຫ້ຄົນມາເບິ່ງອີກ, ຖ້າວ່າບັ້ງໄຟໃດຂຶ້ນ ເຈົ້າຂອງ ແລະ ຍາດໂຍມ ກໍຈະດີໃຈ ແລ້ວຫາມນາຍຊ່າງໄປລົງນ້ຳ ແຕ່ຖ້າບໍ່ຂຶ້ນກໍເອົານາຍຊ່າງເອົາລົງຕົມ.

ມີການບວດນາກ ແລະ ເຖລາພິເສກຫົດນ້ຳພະ ສູດມົນແລ້ວສັນເພນ, ແຫ່ນາກ ສູ່ຂວັນນາກ, ພະທີ່ນິມົນມາເປັນພະຫັດຖະບາດທຸກອົງ, ສ່ວນກາງຄືນ ເຈົ້າສັດທາ ມີໝອນລວມໄປເຖິງວັດຖຸປັດໄຈທອດໃຫ້, ບ່າຍສາມໂມງ ຈະຕີກອງ ແຫ່ບັ້ງໄຟຮອບຫໍແຈກ ແລະ ສິມ ເຊິ່ງມີມວນຊົນມາເບິ່ງຢ່າງຄັບຄາໜາແໜ້ນ.

ມີການຟ້ອນລໍາ ສະແດງທ່າທາງສຸພາບ ຮຽບຮ້ອຍ ແລະ ຕະຫຼົກ ເຮຮາຕ່າງໆ, ທັງແຕ່ງເປັນ ເຈົ້ານາຍກໍມີ, ແຕ່ງເປັນຜູ້ຍິງ ຟ້ອນລຳຕ່າງໆ, ແຕ່ງເປັນຍັກ ເປັນໂຂນ, ຕຶກແຫ, ຫາປາ, ຂາຍປາ, ອ່ານໜັງສືພິມ… ເຊິ່ງຜູ້ເບິ່ງກໍຕັ້ງໃຈເບິ່ງ. ຄັນຮອດເວລາ ກໍເອົາບັ້ງໄຟ ໄປຄ້າງ, ບັນດານາຍຊ່າງບັ້ງໄຟ ກໍມີການຕີມວຍຫຼິ້ນທ່າຕ່າງໆ ເພື່ອໃຫ້ຄົນເບິ່ງ.

ແຕ່ປັດຈຸບັນນີ້ ປະເພນີແບບງົບທັງໝົດກໍຫາເບິ່ງໄດ້ຍາກແລ້ວ ອີງຕາມການປ່ຽນແປງ ແຕ່ລະຍຸກ ແຕ່ລະສະໄໝ, ບາງຢ່າງເພິ່ນກໍບໍ່ໄດ້ປະຕິບັດແລ້ວ ແລ້ວແຕ່ຕາມຄວາມສະດວກຂອງບ້ານນັ້ນໆ ຈະມີພຽງການໄຫວ້, ຈູດບັ້ງໄຟ ແລະ ຄົບງັນທໍາມະດາເທົ່ານັ້ນ. ການທຳບຸນນີ້ ນອກຈາກ ຈະເປັນການ ຂໍນ້ຳຂໍໃຫ້ຟ້າຝົນຕົກ ຕາມລະດູການແລ້ວ ຍັງເປັນການສ້າງຄວາມ ສາມັກຄີ ຂອງບັນດາບ້ານ ທີ່ຢູ່ໃກ້ຄຽງ ມາພົບປະ, ຮ່ວມມ່ວນຊື່ນນໍາກັນອີກດ້ວຍ.

ການເຮັດບຸນບັ້ງໄຟນັ້ນ ຕາມຄວາມເຊື່ອທີ່ວ່າ ເທິງຟ້າມີສິ່ງສັກສິດຫຼືມີຊາວພຸດເອີ້ນວ່າ ”ພະຍາແຖນ” ເຊິ່ງຄວາມເປັນມາຂອງບຸນບັ້ງໄຟນັ້ນມີຜູ້ເຖົ້າຜູ້ແກ່ ເລົ່າໃຫ້ຟັງວ່າ: ກາລະຄັ້ງໜຶ່ງນານມາແລ້ວ ບ້ານເມືອງເກີດເດືອດຮ້ອນ ເພາະຝົນຟ້າບໍ່ຕົກຕາມລະດູການ ບັນດາຄົນສັດພືດຕ່າງໄດ້ຮັບຄວາມເດືອດຮ້ອນໄປຕາມໆກັນ ຍັງມີພະຍາຄັນຄາກທີ່ມີອິດທິລິດ ເປັນສັດວິເສດປົກຄອງຢູ່ພື້ນດິນ ຈຶ່ງອອກໄປກວດກາຫາສາຍເຫດວ່າ ຝົນຟ້າບໍ່ຕົກລົງມາ ກໍຮູ້ຄວາມຈິງວ່າ ເປັນພະຍາແຖນບໍ່ສົ່ງຝົນລົງມາ ພະຍາຄັນຄາກຮູ້ຢ່າງນັ້ນ ຈຶ່ງຂໍອາສາສູ້ກັບ ພະຍາແຖນ ໂດຍເອົາຝົນຟ້າເປັນເດີມພັນ ຫາກພະຍາຄັນຄາກ ຊະນະ ພະຍາແຖນ ຕ້ອງເຮັດໃຫ້ຝົນຕົກລົງມາໃຫ້ຄົນ. ພະຍາແຖນ ແລະ ພະຍາຄັນຄາກ ຕໍ່ສູ້ກັນ ຜົນປາກົດວ່າ ພະຍາຄັນຄາກຊະນະ ພະຍາແຖນຕ້ອງສົ່ງຟ້າຝົນໃຫ້ຕົກລົງມາໃນໂລກມະນຸດ ແຕ່ມີຂໍ້ຕົກລົງວ່າ ຊາວໂລກຈະຕ້ອງເຮັດບຸນບັ້ງໄຟ ແລ້ວຈູດຂຶ້ນ ເພື່ອໄປບອກດ້ວຍວ່າ ຕ້ອງການຝົນເມື່ອໃດ ເວລາໃດ ຍາມໃດ. ດັ່ງນັ້ນ ເມື່ອເຖິງລະດູການເຮັດນາ ຊາວນາທີ່ຕ້ອງການຝົນ ກໍຕ້ອງເຮັດບຸນບັ້ງໄຟ ເພື່ອຈູດບັ້ງໄຟຂື້ນເມືອບອກພະຍາແຖນ ເປັນສັນຍານໃຫ້ຮູ້ ເພື່ອໃຫ້ພະຍາແຖນເຮັດຝົນຕົກລົງມາ ດ້ວຍເຫດຄວາມເຊື່ອທີ່ກ່າວມານີ້ ຈຶ່ງໄດ້ມີການເຮັດບຸນບັ້ງໄຟ ຈົນເຖິງປັດຈຸບັນນີ້ ແລະ ໃນເດືອນຫົກນີ້ ຍັງມີບຸນອີກຫຼາຍບຸນເຊັ່ນ: ວິສາຂະບູຊາ, ສົມໂພດພະ, ຫົດສົງພະເຖຣະ.

ຂໍ້ມູນຈາກ: https://bit.ly/3NXMCMC

ຂອບໃຈຮູບພາບງາມໆຈາກ: https://bit.ly/41mB2xl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/