ແຟນໆຊາວຈີນງົງ ຫຼັງຖືກຕົວະໃຫ້ຖ້າ Elon Musk ຫຼາຍຊົ່ວໂມງ ສຸດທ້າຍຄົນທີ່ປາກົດຕົວອອກມາແມ່ນຕົວປອມ


ກາຍເປັນເລື່ອງຊວນຫົວໃນກຸ່ມຄົນຈີນໃນສະຫະລັດອາເມຣິກາ ເມື່ອມີນັກທຸລະກິດ ແລະ ປະທານສະມາຄົມການຄ້າຈີນ-ສະຫະລັດ ຊື່ວ່າ ແກຣີ່ ຄອງ (Gary Kong) ປະກາດຈັດງານເປີດຕົວວາລະສານເຫຼັ້ມໃໝ່ ໂດຍທີ່ເຂົາສັນຍາກັບຜູ້ທີ່ຈະເຂົ້າມາຮ່ວມງານວ່າ ຈະມີ ອີລອນ ມາກສ (Elon Musk) ມະຫາເສດຖີຊື່ດັງເຂົ້າມາຮ່ວມງານ.

ແຕ່ບັນຫາແມ່ນ ອີລອນ ມາກສ ທີ່ວ່າຈະມາຮ່ວມງານນັ້ນເປັນຕົວປອມ. ໂດຍອີເວັ້ນດັ່ງກ່າວຈັດຂຶ້ນເມື່ອບໍ່ດົນມານີ້ ເພື່ອເປີດຕົວວາລະສານ Wall St Magazine ທີ່ໂຮງແຮມ The James Hotel ໃນແມນຮັດຕັນ ສະຫະລັດອາເມຣິກາ ເຊິ່ງກໍມີແຟນໆຊາວຈີນຂອງ ອີລອນ ກວ່າ 120 ຄົນມາຖ້າເບິ່ງເສດຖີອັນດັບຕົ້ນໆຂອງໂລກຄົນນີ້ິ້.

ໂດຍແຟນໆໄດ້ມາຖ້າ ແຕ່ເວລາ 19:00 ຈົນຮອດເວລາ 21:30 ກໍມີຊາຍຄົນໜຶ່ງໜ້າຄ້າຍ ອີລອນ ມາກສ ຍ່າງເຂົ້າມາໃນງານພ້ອມກັບ ໜ່ວຍຮັກສາຄວາມປອດໄພສ່ວນຕົວ ກ່ອນຈະເຂົ້າມາຮ່ວມງານ ພ້ອມຈັບມື, ແຈກຮາງວັນ ແລະ ຮ່ວມຖ່າຍຮູບ ພ້ອມກັບອອກຈາກງານຢ່າງໄວວາ ກ່ອນທີ່ສຸດທ້າຍ ສື່ຈີນຢ່າງ The Paper ຈະລາຍງານ ຄົນຈຶ່ງມາຮູ້ຕົວວ່າ ຊາຍດັ່ງກ່າວນັ້ນບໍ່ແມ່ນ ອີລອນ ຕົວແທ້.

ເກົາ ເວີຍເວີຍ (Gao Weiwei) ຊາວຈີນທີ່ເປັນຜູ້ຮ່ວມງານ ໂພສວິດີໂອ ພ້ອມກັບບອກວ່າ ບໍ່ຄິດບໍ່ຝັນເລີຍວ່າຈະເປັນ ອີລອນ ມາກສ ຕົວປອມ ພ້ອມກັບບອກອີກວ່າ ຕອນທີ່ເຫັນ ອີລອນ ກັບຕາ ຮູ້ສຶກວ່າ ໜ້າຕາລາວຄືບໍ່ຄ້າຍຄືກັບທີ່ຂ້ອຍເບິ່ງມາ ແລະ ຄິດຕໍ່ອີກວ່າ ຕົວຈິງລາວອາດຈະບໍ່ຄ້າຍຄືກັບໃນຮູບກໍໄດ້.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/