ຫຼຽນຄຳທີ 6 ມາແລ້ວ! ນັກກິລາເປຕັງ ປະເພດທີມປະສົມ ຄວ້າອີກ 1 ຫຼຽນຄຳ ໃນການແຂ່ງຂັນ ຊີເກມ ຄັ້ງທີ 32


ໄດ້ມາອີກແລ້ວ 1 ຫຼຽນຄຳ ກັບນັກກິລາ ເປຕັງ ທີມຊາດລາວ ປະເພດທີມປະສົມ ຍິງ 1: ນ. ນີ່ດາວັນ ດວງມະນີຈັນ, ທ. ວິລະສັກ ລາດຊະວົງ ແລະ ທ. ສົມສະໄໝ ຊາມົນຕີຊາຍ ຫຼັງເອົາຊະນະກຳປູເຈຍ ປະເທດເຈົ້າພາບ ໄປດ້ວຍຄະແນນ 13-5 ຄວ້າຫຼຽນຄຳໄດ້ສຳເລັດ ແລະ ນັບເປັນຫຼຽນຄຳທີ 6 ຂອງທັບນັກກິລາລາວ ລື່ນຄາດໝາຍທີ່ຕັ້ງໄວ້ 5 ຫຼຽນຄຳ.


ໂດຍການຄວ້າຫຼຽນຄຳຄັ້ງນີ້ຍັງນັບເປັນຫຼຽນຄຳທີ 3 ຂອງທັບນັກກິລາເປຕັງລາວ ຕໍ່ຈາກທ້າວ ພຸດທະລາ ແກ້ວກັນນິກາ ປະເພດ ຊຸດຕິງຊາຍ ເອົາຊະນະ ກຳປູເຈຍ ເຈົ້າພາບ 39-33 ຄະແນນ ແລະ ປະເພດຄູ່ຍິງ ນ.ຈິນດາວອນ ສີສະຫວັດ ແລະ ອາລີ ແສງຈັນເພັດ ຊະນະ ກຳປູເຈຍ ເຈົ້າພາບ 13-4 ຄະແນນ.


ຂອບໃຈຂໍ້ມູນຈາກ: https://bit.ly/3nPm2dJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/