ບາດແຜເຮືອງແສງໃນສົງຄາມ ສູ່ໂອກາດລອດຊີວິດຂອງທະຫານ


ສົງຄາມກາງເມືອງຊິໂລ (Battle of Shiloh) ເປັນສົງຄາມກາງເມືອງພາຍໃນສະຫະລັດອາເມຣິກາໃນຊຸມປີ 1862. ຜົນທີ່ໄດ້ຈາກສົງຄາມນັ້ນເຖິງແມ່ນວ່າຈະມີຜູ້ຊະນະ ແຕ່ທັງສອງຝ່າຍກໍສູນເສຍໄປຢ່າງສາຫັດ. ກຸ່ມທະຫານທີ່ນອນໃນກອງຂີ້ຕົມປະປົນກັບບາດແຜທີ່ຄ່ອຍໆສະຫວ່າງຂຶ້ນຈົນເຮືອງແສງນັ້ນ ພວກເຂົາບໍ່ຮູ້ເລີຍວ່າຄວາມຜິດປົກກະຕິນີ້ໄດ້ຊ່ວຍຊີວິດໃຫ້ພວກເຂົາກາຍເປັນຜູ້ລອດຊີວິດຈາກສົງຄາມຄັ້ງນີ້ເອົາໄວ້ ພ້ອມທັງຖືກຈັບໄປປະກອບໃນນິທານພື້ນເມືອງ.

ໃນຄືນທີ່ມືດມິດກໍປຽບດັ່ງໂອກາດທີ່ກຳລັງຫົດນ້ອຍລົງສຳລັບທະຫານບາດເຈັບທີ່ກຳລັງນອນຈົມກອງຂີ້ຕົມ, ອຸນຫະພູມທີ່ລົດລົງເປັນສັນຍານເຕືອນວາລະສຸດທ້າຍໃຫ້ກັບພວກເຂົາ. ແຕ່ວ່າບາດແຜຈາກການສູ້ຮົບນັ້ນຄ່ອຍໆປ່ຽນເປັນສີຟ້າພ້ອມທັງສ່ອງແສງສະຫວ່າງແຈ້ງຂຶ້ນ ບໍ່ພຽງແຕ່ເທົ່ານັ້ນ ມັນຍັງຊ່ວຍຮັກສາບາດແຜໄວ້,​ ເປັນຜົນໃຫ້ການປິ່ນປົວກັບຄະນະແພດເປັນດີໄວຂຶ້ນກວ່າທີ່ຄາດໝາຍ. ແສງສະຫວ່າງແຫ່ງຄວາມຫວັງທີ່ຊ່ວຍຊີວິດຂອງນັກຮົບໄດ້ຖືກຕັ້ງຊື່ຫຼິ້ນວ່າ “Angel’s Glow” ຫຼື ແສງສະຫວ່າງຂອງເທບທິດາ.

ຄະນະແພດ ແລະ ນັກວິທະຍາສາດຕ່າງກໍບໍ່ສາມາດໄຂຄວາມຂ້ອງໃຈໄດ້ໃນສະໄໝນັ້ນ. ຈົນຜ່ານມາຮອດປີ 2001 ທີ່ ບິລ ມາຕິນ ນັກຮຽນມັດທະຍົມປີສຸດທ້າຍ ແລະ ໝູ່ອີກຄົນໜຶ່ງ ພ້ອມກັບແມ່ທີ່ເປັນນັກຈຸລິນຊີວິທະຍາ ທີ່ໄດ້ຮ່ວມກັນສຶກສາຄົ້ນຄວ້າ ກໍໄດ້ປິດສາກຕຳນານນິທານພື້ນເມືອງມະຫັດສະຈັນນີ້. ພວກເຂົາໄດ້ອະທິບາຍວ່າໃນສົງຄາມເຢັນຄັ້ງນັ້ນ ສະພາບອາກາດທັງໜາວ, ປຽກຊຸ່ມ ແລະ ເຕັມໄປດ້ວຍຂີ້ຕົມ ເຊິ່ງເປັນປັດໄຈແວດລ້ອມທີ່ພໍດີທີ່ສຸດສຳລັບການຈະເລີນເຕີບໃຫຍ່ຂອງແບັກທີເຣຍເຮືອງແສງທີ່ມີຊື່ວ່າ Photorhabdus luminescens (P.luminescens) ທີ່ອາໄສຢູ່ກັບໜອນຊະນິດທີ່ເປັນແມ່ພະຍາດ.

ໂດຍທົ່ວໄປແລ້ວ, ແບັກທີເຣຍດັ່ງກ່າວບໍ່ສາມາດອາໄສຢູ່ໃນຮ່າງກາຍຂອງມະນຸດໄດ້ເນື່ອງຈາກວ່າອຸນຫະພູມຂອງເຮົານັ້ນສູງເກີນໄປ ແຕ່ຍ້ອນສະພາບອາກາດໃນການສູ້ຮົບຄັ້ງນັ້ນທີ່ທັງໜາວ ແລະ ຝົນຕົກຈົນປຽກໄປທົ່ວພື້ນທີ່ ສົ່ງຜົນໃຫ້ອຸນຫະພູມໃນຮ່າງກາຍຂອງທະຫານຕິດລົບລົງໄປນຳ ປະສົມປະສານກັບຂີ້ຕົມທີ່ເປັນຫົນທາງໃຫ້ເຊື້ອແບັກທີເຣຍ P.luminescens ໄດ້ເຂົ້າໄປ. ນອກຈາກນີ້ແລ້ວມັນຍັງບໍ່ມີຜົນກະທົບຫຍັງຕໍ່ຮ່າງກາຍຂອງເຮົາ, ພ້ອມທັງຍັງຊ່ວຍກຳຈັດແບັກທີເຣຍອື່ນໆທີ່ກໍ່ໃຫ້ເກີດການຕິດເຊື້ອ ຫຼື ປ້ອງກັນການຮັກສາ. ຕົວ P.luminescens ນີ້ເຮັດໜ້າທີ່ແບບດຽວກັບລະບົບຕ້ານເຊື້ອໃນສະໄໝປັດຈຸບັນ ເຊິ່ງບໍ່ໜ້າແປກໃຈທີ່ນັກວິທະຍາສາດເມື່ອກ່ອນຈະຍັງບໍ່ສາມາດເຂົ້າໃຈເຖິງສິ່ງນີ້ໄດ້.

ດ້ວຍເຫດນີ້, ການຄົ້ນຄວ້າຂອງ ບິລ ແລະ ໝູ່ ຈຶ່ງໄດ້ມີໂອກາດປ່ຽນນິທານພື້ນເມືອງຂອງຊິໂລ ໃຫ້ເປັນວິທະຍາສາດ ພ້ອມທັງໄດ້ຮັບຮາງວັນຊະນະເລີດໃນງານ International Science and Engineering Fair ທີ່ລັດຄາລິຟໍເນຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/