ທະຫານສູ້ຊົນຍົກສູງນ້ຳໃຈເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍການປູກຝັງ-ລ້ຽງສັດ

ທະຫານສູ້ຊົນ

ໄລຍະຜ່ານມາ ກອງບັນຊາການທະຫານເມືອງນານ ແຂວງຫຼວງພະບາງ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຮອບດ້ານ ຕິດພັນກັບການ ສ້າງລາຍຮັບເຂົ້າງົບປະມານ ເພື່ອລົດລາຍຈ່າຍເບື້ອງທີ່ທາງພັກ-ລັດມີ ແລະ ເພື່ອຮັບປະກັນສະບຽງອາຫານ ໃຫ້ພຽງພໍ ແກ່ອ້າຍນ້ອງນັກຮົບ-ທະຫານ ໄດ້ກິນອີ່ມນຸ່ງອຸ່ນ, ໂດຍປະຕິບັດ 7 ລະບອບ 18 ວຽກຂອງກອງທັບ ຢ່າງຕໍ່ເນື່ອງເຂັ້ມງວດ ແລະ ປະຕິບັດຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໃນນີ້ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງນານ ກໍໄດ້ເອົາໃຈໃສ່ຊີ້ນໍາຊຸກຍູ້ດ້ານການເພີ່ມພູນຜະລິດຜົນ ເປັນຕົ້ນແມ່ນການປູກຝັງ-ລ້ຽງສັດ ເພື່ອສະໜອງເຂົ້າເຮືອນຄົວລວມ ແລະ ສົ່ງຂາຍອອກສູ່ທ້ອງຕະຫຼາດ.

ທະຫານສູ້ຊົນ

ປະຕິບັດຕາມທິດ 4 ປູກ, 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ໃຫ້ກາຍເປັນຮູບປະທໍາ, ໂດຍອີງໃສ່ທ່າແຮງ ແລະ ເງື່ອນໄຂຂອງກົມກອງຕັ້ງທັບຢູ່, ທີ່ມີດິນດອນຕອນຫຍ້າ ແລະ ແຫຼ່ງນໍ້າໄຫຼຜ່ານ, ເຊິ່ງເໝາະສົມໃນການປູກພືດຜັກລົ້ມລຸກຕາມລະດູການ, ໃນໄລຍະຜ່ານມາກົມກອງສາມາດຮັບປະກັນດ້ານຜັກກິນໄດ້ 95% ແລະ ຂາຍສູ່ທ້ອງຕະຫຼາດ ສາມາດສ້າງລາຍຮັບໄດ້ຈໍານວນໜຶ່ງ ເຊິ່ງເປັນເງື່ອນໄຂໃນການປັບປຸງກໍ່ສ້າງພື້ນຖານໂຄງລ່າງຄ້າຍຄູສໍານັກງານອົງການ ສົມທົບກັບງົບປະມານທີ່ຂັ້ນເທິງປະກອບໃຫ້ ເພື່ອຫັນກົມກອງເຂົ້າສູ່ລະບົບທີ່ແໜ້ນໜາຖາວອນ. ນອກຈາກນີ້ຍັງສາມາດຮັບປະກັນ ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໄດ້ຢູ່ດີກິນດີ, ກິນເຂົ້າມື້ລະ 3 ຄາບ, ອາຫານ 5 ເຍື່ອງ – 7 ເຍື່ອງຂຶ້ນໄປ.

ທະຫານສູ້ຊົນ

ສະຫາຍ ພັນຕີ ອາຄຳ ພາມີໄຊ ຫົວໜ້າພະແນກພະລາທິການ ກອງບັນຊາການທະຫານເມືອງນານ ໄດ້ໃຫ້ຮູ້ຫວ່າງບໍ່ດົນມານີ້ວ່າ: ກອງບັນຊາການທະຫານເມືອງນານມີສັດລ້ຽງປະເພດງົວ, ຄວາຍ 55 ໂຕ, ແບ້-ໝູ 25 ໂຕ, ສັດປີກ 150 ກ່ວາໂຕ, ພຽງໄລຍະ 3 ເດືອນຜ່ານມາກົມກອງໄດ້ຂາຍພືດຜັກຊະນິດຕ່າງໆເປັນເງິນ 8.000.000 ກ່ວາກີບ, ສະຫາຍຍັງກ່າວຕື່ມອີກວ່າ: ວຽກງານພະລາທິການແມ່ນວຽກງານໜຶ່ງທີ່ສໍາຄັນໃນກອງທັບ, ກໍຄືຄວາມຈໍາເປັນຕົ້ນຕໍໃນການລ້ຽງດູທັບ ເພື່ອຍົກລະດັບປັບປຸງແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນເປັນກ້າວໆ ເຊິ່ງສອດຄ່ອງກັບຄໍາກອນທີ່ວ່າ: ດຸໝັ່ນຊື່ສັດ ປະຢັດມັດທະຍັດ ຄືການສ້າງຊີວິດທີ່ດີ ສ້າງພະລາທິການກັບທີ່ ກົມກອງຮັ່ງມີເຂັ້ມແຂງ.

ທະຫານສູ້ຊົນ

ຂອບໃຈຂໍ້ມູນຈາກ: https://bit.ly/3vwx8o7

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/