Xiaomi Sound ລຳໂພງຂະໜາດນ້ອຍ ແຕ່ຄຸນະພາບລະດັບສູງ


Xiaomi ໄດ້ເປີດຕົວລຳໂພງອັດສະລິຍະຂະໜາດນ້ອຍແຕ່ມີປະສິດທິພາບສູງລະດັບ Hi-Res ທີ່ມີສຽງຄົມຊັດແຈ້ງ ຈົນທາງ Xiaomi ກໍໄດ້ອອກມາກ່າວວ່າ “ລຳໂພງຕົວນີ້ເປັນລຳໂພງຄຸນະພາບສູງທີ່ອອກແບບມາໄດ້ສວຍງາມທີ່ສຸດຂອງແບຣນໃນຮອບ 10 ປີເລີຍ” ພ້ອມທັງໃສ່ຊື່ຂອງຜະລິດຕະພັນທີ່ສະແດງອອກເຖິງຄວາມຄົມຊັດຂອງສຽງ ແລະ ມີຄຸນະພາບວ່າ “Xiaomi Sound”.

Xiaomi Sound ເປັນລຳໂພງທີ່ຖືກອອກແບບມາດ້ວຍແນວຄວາມຄິດ “ທັນສະໄໝ” ເປັນໄດ້ທັງລຳໂພງ ແລະ ເຄື່ອງຕົບແຕ່ງເຮືອນ ເພາະມີການອອກແບບທີ່ສວຍງາມ.

ລະບົບອຸປະກອນສຽງທີ່ໃຊ້ໃນ Xiaomi Sound ໄດ້ຖືກອອກແບບ ແລະ ພັດທະນາໂດຍ Harman/Kardon ບໍລິສັດຜະລິດລຳໂພງລະດັບໂລກ ພ້ອມຍັງມີລະບົບທີ່ຊ່ວຍເພີ່ມຄຸນະພາບສຽງແບບຣຽວໄທມ໌ທີ່ຄຳນວນດ້ວຍຄວາມຖີ່ 330ເທື່ອ/ວິນາທີ ໂດຍສາມາດເຮັດຄວາມດັງສູງສຸດໄດ້ 90ເດຊິເບວ ແລະ ເຮັດສຽງຕ່ຳສຸດຢູ່ທີ່ 70Hz.

ຮອງຮັບລະບົບການສັ່ງງານດ້ວຍສຽງໂດຍຜ່ານ Xiao AI, ສາມາດເຊື່ອມຕໍ່ ແລະຄວບຄຸມຜ່ານສະມາດໂຟນ ຫຼື Tablet ໄດ້ໂດຍຜ່ານ Bluetooth 5.2 ເຊິ່ງສາມາດເຊື່ອມຕໍ່ກັບ Xiaomi Sound ໄດ້ 2 ໜ່ວຍພ້ອມກັນເພື່ອເຮັດໃຫ້ສຽງເປັນລະບົບລຳໂພງຄູ່ Stereo.

Xiaomi Sound ມີໃຫ້ເລືອກຢູ່ 2 ສີ ຄື: ສີດຳ ແລະ ເງິນ ເຊີ່ງມີລາຄາພຣີອໍເດີຢູ່ທີ່ 499 ຢວນ ຫຼື ປະມານ 77 ໂດລາ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/