ຊ້າງໜີອອກຈາກໂຮງລະຄອນສັດ ເພື່ອເຕືອນສະຕິໃຫ້ຄວາມເປັນຄົນຂອງເຮົາກັບມາ


ມື້ນີ້ເມື່ອ 27 ປີກ່ອນ ໄດ້ມີຂ່າວຊ້າງຈາກຄະນະລະຄອນສັດໜີອອກມາສູ່ກາງເມືອງຮາວາຍ ສະຫະລັດອາເມຣິກາ, ແຕ່ວ່າອິດສະຫຼະຂອງມັນທີ່ໂຫຍຫາມາຕະຫຼອດຊີວິດກໍຕ້ອງດັບລົງພາຍໃນເຄິ່ງຊົ່ວໂມງເທົ່ານັ້ນ. ເມື່ອຕັ້ງແຕ່ຍ່າງເຂົ້າມາໃນຕົວເມືອງ, Tyke ໄດ້ສ້າງຄວາມຕື່ນຕົກໃຈໃຫ້ຄົນອ້ອມຂ້າງ ຈົນຕຳຫຼວດເລືອກທີ່ຈະຈົບຊີວິດຂອງມັນໂດຍການຍິງ 87 ຄັ້ງ.

Tyke With Her Trainer

Tyke ເປັນຊ້າງສາຍພັນ African Bush ແລະ ຖືກຈັບອອກຈາກບ້ານເກີດໄປຕັ້ງແຕ່ຍັງນ້ອຍ ກ່ອນຈະຖືກນຳໄປຝຶກເພື່ອສະແດງລະຄອນສັດໃນປີ 1973. ຈາກນັ້ນກໍຖືກສົ່ງໄປທີ່ສະຫະລັດອາເມຣິກາ. ມັນຖືກຂາຍຢ່າງໄວໃຫ້ແກ່ບໍລິສັດ Hawthorn Corporation, ບໍລິສັດທີ່ຈັດຫາສັດເພື່ອສົ່ງໄປໃຫ້ຄະນະລະຄອນສັດຕ່າງໆ. ພາຍນອກກໍອາດຈະເບິ່ງມ່ວນເມື່ອເຮົາໄດ້ເຂົ້າເບິ່ງການສະແດງຂອງສັດ ແຕ່ເຮົາບໍ່ເຄີຍຄິດເລີຍວ່າພາຍໃນນັ້ນເຕັມໄປດ້ວຍການທຳຮ້າຍສັດຢ່າງຮຸນແຮງໂດຍຜູ້ຄຸມສັດເອງ ແລະ Tyke ກໍຖືກກະທຳໂດຍໄຮ້ເຊິ່ງຄວາມເປັນຄົນຈາກຜູ້ຄຸມມາຕັ້ງແຕ່ນ້ອຍ.

ຈົນໃນທີ່ສຸດ, ວັນທີ 20 ເດືອນສິງຫາ ປີ 1994. Tyke ໄດ້ຕັດສິນໃຈສູ້ກັບຄືນໂດຍການຂ້າຜູ້ຄຸມໃນຂະນະທີ່ສະແດງຢູ່ ກ່ອນຈະແລ່ນໜີອອກມາ. ຫຼັງຈາກ 21 ປີແຫ່ງຄວາມທໍລະມານໃນຄະນະລະຄອນສັດນີ້ Tyke ໄດ້ອອກມາເຈິໂລກພາຍນອກໄດ້ບໍ່ຮອດຊົ່ວໂມງ ກໍຖືກຍິງ 87 ຄັ້ງ ຈົນເຖິງແກ່ຄວາມຕາຍ.

ເຫດການຄັ້ງນີ້ຂອງ Tyke ສົ່ງຜົນໃຫ້ເກີດການແບນຕໍ່ລະຄອນສັດຕ່າງໆ ທີ່ຈະນຳເອົາສັດປ່າມາສະແດງໃນທັນທີ. ແລະ ໃນປີ 2018, ທາງລັດທະບານລັດຮາວາຍໄດ້ປະກາດຢ່າງເປັນທາງການ ບໍ່ໃຫ້ມີການຄ້າຂາຍສັດປ່າລວມທັງຊ້າງເພື່ອການສະແດງລະຄອນສັດ. ບໍລິສັດ Hawthorn Corporation ໄດ້ຖືກຕັດສິນຄວາມຜິດ ພ້ອມທັງຍັງຕ້ອງໄດ້ປ່ອຍຊ້າງທຸກໂຕກັບໄປໃຊ້ຊີວິດຄືນ. ການເສຍສະຫຼະຄັ້ງນີ້ຂອງ Tyke ກໍໄດ້ດຶງໃຫ້ຫຼາຍຄົນມີສະຕິຫັນກັບມາເບິ່ງຕົນເອງຄືນ ວ່າຄວາມມ່ວນຊື່ນຂອງເຮົານັ້ນມັນຕ້ອງແລກມາດ້ວຍອິດສະຫຼະຈາກສັດປ່າ, ຄວາມປ່າເຖື່ອນເກີນມະນຸດ ຈົນເຖິງແກ່ຄວາມຕາຍຂອງສັດເຫຼົ່ານັ້ນ ເຮົາຍັງມີຄວາມເປັນມະນຸດຫຼົງເຫຼືອຢູ່ຫຼືບໍ່? ບໍ່ວ່າຈະເປັນຊ້າງປ່າ ຫຼື ສັດລ້ຽງເຮົາກໍບໍ່ແມ່ນຜູ້ກຳນົດຊີວິດໃຫ້ພວກເຂົາ.

ຂອບໃຈຂໍ້ມູນຈາກ: https://bit.ly/3yYqJlT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/