ສຳນັກງານສອບສວນ ໄດ້ອະນຸມັດໃຫ້ຈັບກຸມ Kris Wu ຫຼັງຈາກສອບສວນຕາມຂັ້ນຕອນກົດໝາຍ


Kris Wu ນັກສະແດງຊື່ດັງຈາກປະເທດຈີນ ກ່ອນໜ້ານີ້ມີຫຼາຍຂໍ້ຫາຫຼາຍທີ່ກ່ຽວຂ້ອງກັບຕົວຂອງລາວ ຈົນເຮັດໃຫ້ເກີດເປັນເລື່ອງໃຫຍ່ ເຖິງຂັ້ນມີການສອບສວນຂຶ້ນສານເປັນຈຳນວນຫຼາຍຄັ້ງ ເຊິ່ງຫຼາຍຄົນກໍໃຫ້ຄວາມສົນໃຈເປັນພິເສດ ໂດຍສະເພາະແຟນໆທີ່ຕິດຕາມຂ່າວນີ້ຢ່າງໃກ້ຊິດ ໃນຕະຫຼອດໄລຍະທີ່ຜ່ານມາ.

ຫຼ້າສຸດມີລາຍງານວ່າສານຈີນໄດ້ອະນຸມັດໃຫ້ຕຳຫຼວດເຂົ້າຈັບກຸມ Kris Wu ແລ້ວ, ສຳນັກງານໄອຍະການປັກກິ່ງອອກຖະແຫຼງຢ່າງເປັນທາງການ ພ້ອມກັບອະທິບາຍເຖິງການເຂົ້າຈັບກຸມຄັ້ງນີ້ວ່າ ທຸກຢ່າງແມ່ນດຳເນີນໄປຕາມຂັ້ນຕອນ ຫຼັງຈາກໄດ້ສືບສວນຕາມກົດໝາຍເປັນໄລຍະເວລາຫຼາຍວັນຈົນເກືອບເດືອນກໍວ່າໄດ້, ເຊິ່ງທາງໄອຍະການໄດ້ແຈ້ງວ່າ Kris Wu ໄດ້ລ່ວງລະເມີດທາງເພດຜູ້ຍິງເຖິງ 30 ຄົນ. ແຕ່ໃນສ່ວນຂອງການຈຳຄຸກແມ່ນຍັງຢູ່ໃນຂັ້ນຕອນຂອງສານວ່າຈະດຳເນີນ ຫຼື ຕັດສິນໃນແບບໃດ ເພາະຕອນນີ້ແມ່ນເປັນພຽງການອະນຸມັດການຈັບກຸມເທົ່ານັ້ນ.

ຄະດີທີ່ມີຄົນມາແຈ້ງຄວາມ Kris Wu  ຕັ້ງແຕ່ເລີ່ມຕົ້ນ ໃນຕົ້ນເດືອນກໍລະກົດ 2021:

  1. ເລີ່ມຈາກມີເດັກສາວອາຍຸ 19 ປີ ອອກມາເຜີຍເລື່ອງທີ່ຄຣິສໄດ້ຊັກຊວນເຫຍື່ອໃຫ້ຮ່ວມຫຼັບນອນ ແລະ ປະໄວ້ຢ່າງທີ່ບໍ່ຄິດຄຳນຶງໃນສິ່ງທີ່ກະທຳ.
  2. ໃນການຖະແຫຼງການແບບເຕັມ ຍິງສາວອາຍຸ 19 ປີນັ້ນ ຈະໃຫ້ເວລາ 24 ຊມ ໃຫ້ອອກມາຕັ້ງໂຕະຖະແຫຼງຂ່າວ ໃນເລື່ອງທັງໝົດທີ່ຄຣິສໄດ້ກໍ່ຂຶ້ນ ໃຫ້ມີຄວາມຈະແຈ້ງຊັດເຈນຂຶ້ນ ແລະ ຂໍໃຫ້ທຸກຄົນທີ່ເຄີຍຖືກທຳຮ້າຍອອກມາຮຽກຮ້ອງນຳກັນ.
  3. ມີເຫຍື່ອທີ່ຖືກກ່າວອ້າງປະມານ 30 ຄົນ ແລະ ເດັກທີ່ຍັງບໍບັນລຸນິຕິພາວະກໍລວມຢູ່ໃນກຸ່ມດັ່ງກ່າວພ້ອມ ເດັກທັງໝົດຖືກວາງຢາໃຫ້ເມົາ ແລະ ຖືກລ່ວງລະເມີດທາງເພດ ບາງຄັ້ງມີກຸ່ມໝູ່ຂອງຄຣິສຮ່ວມກະທຳພ້ອມ.
  4. ເພດສຳພັນທີ່ວ່າ ບໍ່ເຄີຍມີການປ້ອງກັນ ແລະ ເດັກອາຍຸ 19 ປີ ບອກວ່າຄຣິສເວົ້າໂມ້ ເວົ້າເລື່ອງບໍ່ດີໃຫ້ກັບອະດີດເພື່ອນຮ່ວມງານອີກພ້ອມ ແລະ ຍັງມີເຫຍື່ອເຄີຍໄປເອົາລູກອອກອີກ.
  5. ຂ່າວດັ່ງກ່າວ ເຮັດໃຫ້ແບຣນຕ່າງໆ ຍົກເລີກສັນຍາ, ປົກປິດໂຄສະນາຕ່າງໆທີ່ຄຣິສຮ່ວມ ຊ່ອງທີ່ເຄີຍໂປຮໂໝດເພງໃຫ້ກໍລົບໂພສຖິ້ມ.

ເມື່ອມີຂ່າວດັ່ງກ່າວ ຄຣິສ ຈຶ່ງໄດ້ມາໂພສວ່າ: ຈະບໍ່ທົນກັບເລື່ອງດັ່ງກ່າວ ທີ່ບໍ່ມີມູນຄວາມຈິງ ແລະ ກ່ອນໜ້ານີ້ຕົນເອງກໍບໍ່ໄດ້ອອກມາເວົ້າຫຍັງ ແຕ່ຂ່າວລືດັ່ງກ່າວເຮັດໃຫ້ມີຜົນກະທົບຕໍ່ດ້ານວຽກງານ ແລະ ເສຍຊື່ສຽງ ຈຶ່ງຈະບໍ່ທົນອີກຕໍ່ໄປ. ໃນງານລ້ຽງທີ່ຖືກກ່າວຫາ ທຸກຄົນເປັນພະຍານໃຫ້ໄດ້ ແລະ ຢືນຍັນວ່າບໍ່ກ່ຽວຂ້ອງກັບເລື່ອງຊູ້ສາວ ທີ່ສຳຄັນຖ້າຫາກຜິດຄຣິສຈະເປັນຄົນຍ່າງເຂົ້າໄປເຂົ້າຄຸກດ້ວຍຕົນເອງ.

ກາງເດືອນກໍລະກົດ ຄະດີ ແລະ ຂໍ້ຫາດັ່ງກ່າວໄດ້ມີການສອບສອນກັນຢ່າງລະອຽດທັງສອງຝ່າຍ ເປັນຄະດີທີ່ແກ່ຍາວເປັນເວລາຫຼາຍເກືອບເດືອນ ແລະ ຍັງຄົງດຳເນີນຕໍ່ໄປ ອີກບໍ່ດົນກໍຈະຈົບ. ຄະດີນີ້ເປັນຄະດີທີ່ລະອຽດອ່ອນ ແລະ ຍາວ ພໍສົມຄວນ ເພາະຕ້ອງໄດ້ໃຊ້ເວລາໃນການສອບສວນແຕ່ລະຂັ້ນຕອນຢ່າງຖືກຕ້ອງ.

ຈົນມາຮອດວັນທີ 17 ສິງຫາ 2021 ກໍໄດ້ມີການອະນຸມັດສັ່ງຈັບຄຣິສ ໃນຂໍ້ຫາລ່ວງລະເມີດທາງເພດ ໂດຍໃນຂະນະນີ້ ຄະດີຫຼັກໆທີ່ຄຣິສພົວພັນຢູ່ ກໍຄືເຄສຂອງການຊັກຊວນໃຫ້ເດັກ 17 ປີ ເມົາເຫຼົ້າ ເພື່ອລ່ວງລະເມີດທາງເພດ ແລະ ໄດ້ຕົວະເຫຍື່ອຜູ້ຍິງຈຳນວນຫຼາຍຄົນ ລວມທັງເດັກສາວທີ່ຍັງບໍ່ທັນບັນລຸນິຕິພາວະ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/