ກອງປະຊຸມ NATO ສະຫຼຸບ ເພີ່ມການຊ່ວຍເຫຼືອທາງການທະຫານ ແລະ ຄວາມໝັ້ນຄົງ ແກ່ ຢູເຄຣນ ຣັດເຊຍເຕືອນລະວັງສົງຄາມເຢັນ


ກອງປະຊຸມສຸດຍອດຜູ້ນຳຂອງອົງການສົນທິສັນຍາ NATO ທີ່ຈັດຂຶ້ນທີ່ປະເທດ ລິທົວເນຍ ເມື່ອບໍ່ດົນມານີ້ ໄດ້ກາຍເປັນທີ່ຈັບຕາເບິ່ງຢ່າງໃກ້ຊິດຈາກສາຍຕາຄົນທົ່ວໂລກ ເນື່ອງຈາກເປັນການປະຊຸມທີ່ກ່ຽວກັບການກຳນົດອະນາຄົດຂອງສົງຄາມລະຫວ່າງ ຣັດເຊຍ ແລະ ຢູເຄຣນທີ່ແກ່ຍາວມາແລ້ວ 500 ກວ່າມື້.

ໂດຍພາຍຫຼັງການປະຊຸມ ໄດ້ມີຖະແຫຼງການຮ່ວມອອກມາຈາກຜູ້ນຳທັງ ອາເມຣິກາ, ອັງກິດ, ຝຣັ່ງ, ແຄນາດາ, ຍີ່ປຸ່ນ, ເຢຍລະມັນ ແລະ ສະຫະພາບຢູໂຣບ ໂດຍເປັນການປະກາດກອບການເຮັດວຽກຮ່ວມລະຫວ່າງປະເທດເພື່ອເປີດທາງສູ່ການຮັບປະກັນຄວາມໝັ້ນຄົງໃນໄລຍະຍາວ ແກ່ ຢູເຄຣນ ແລະ ປ້ອງກັນການບຸກໂຈມຕີໃນອະນາຄົດຈາກຣັດເຊຍ ເຊິ່ງລວມເຖິງການສົ່ງອາວຸດຍຸດໂທປະກອນ ແລະ ການຈັດເຝິກອົບຮົມທາງການທະຫານໃຫ້ແກ່ກອງທັບ ຢູເຄຣນ.

ໂດຍຖະແຫຼງການຮ່ວມຂອງ NATO ໃນຄັ້ງນີ້ທີ່ລະບຸເຖິງການຮັບປະກັນຄວາມໝັ້ນຄົງໃຫ້ກັບຢູເຄຣນມີ 2 ປະການຄື: 1. ດຳເນີນການເພື່ອຮັບປະກັນວ່າກອງກຳລັງຢູເຄຣນຈະສາມາດຮັບມືກັບ ຣັດເຊຍໄດ້ ໂດຍການສະໜັບສະໜູນທາງການທະຫານ ທັງການສົ່ງອາວຸດຍຸດໂທປະກອນ ແລະ ການເຝິກຝົນກອງກຳລັງ ຢູເຄຣນ, 2 ສະໜັບສະໜູນດ້ານເສດຖະກິດ ໃນການຊ່ວຍເຫຼືອດ້ານງົບປະມານໃນການຟື້ນຟູເສດຖະກິດ ແລະ ຄວາມໝັ້ນຄົງດ້ານພະລັງງານ.

ນອກຈາກນີ້ ພາຍຫຼັງການປະຊຸມ ປະທານາທິບໍດີ ໂຈ ໄບເດັນ ຂອງສະຫະລັດ ອາເມຣິກາ ໄດ້ເນັ້ນຢໍ້າກັບ ໂວໂລດິເມຍ ເຊເລັນສະກີ້ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ໃນຖານະແຂກພິເສດວ່າ: ສະຫະລັດ ອາເມຣິກາ ແລະ ຢູໂຣບ ຈະບໍ່ຖິ້ມຢູເຄຣນໃນການຕໍ່ສູ້ຕ້ານກັບ ຣັດເຊຍ.

ພາຍຫຼັງການປະຊຸມສິ້ນສຸດລົງ ທາງກະຊວງການຕ່າງປະເທດຂອງ ຣັດເຊຍໄດ້ອອກຖະແຫຼງການວ່າ: “ການປະຊຸມຫຼ້າສຸດຂອງ NATO ໄດ້ສະແດງໃຫ້ເຫັນວ່າ ກອງກຳລັງທາງທະຫານຂອງຊາດຕາເວັນຕົກ ກຳລັງກັບໄສູ່ ຍຸກສົງຄາມເຢັນ ແລະ ຣັດເຊຍພ້ອມໃຊ້ທຸກວິທີເພື່ອປົກປ້ອງ ແລະ ປ້ອງກັນໄພຄວາມໝັ້ນຄົງທີ່ອາດເກີດຂຶ້ນກັບ ຣັດເຊຍ”

ຖະແຫຼງການຂອງກະຊວງການຕ່າງປະເທດ ຂອງຣັດເຊຍ ຍັງລະບຸອີກວ່າ ມະຫາອຳນາດທາງຕາເວັນຕົກຕ້ອງການຈະແບ່ງໂລກອອກເປັນ 2 ​ຝ່າຍ ກໍຄືຝ່າຍປະຊາທິປະໄຕ ແລະ ຜະເດັດການ ພ້ອມເສີມວ່າ ເປົ້າໝາຍທີ່ກຳນົດວ່າເປັນສັດຕູນັ້ນ ແນມາໃສ່ຝັ່ງຂອງຣັດເຊຍ.

ຂອບໃຈຂໍ້ມູນຈາກ: The standard, cnn, reuters

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/