CEO ຂອງບໍລິສັດດ້ານ E-Commerce ຢຸດຈ້າງພະນັກງານຫຼາຍກວ່າ 90% ຫຼັງພົບວ່າໃຊ້ AI ເຮັດວຽກແທນແລ້ວມີປະສິດທິພາບຫຼາຍກວ່າຄົນ


ເມື່ອບໍ່ດົນມານີ້, Suumit Shah ຜູ້ກໍ່ຕັ້ງ Dukaan ກຳລັງໄດ້ຮັບຄວາມສົນໃຈຫຼາຍໃນທາງອອນລາຍສຳລັບການໂພສໃນ Twitter ໂດຍລະບຸວ່າ “ບໍລິສັດໄດ້ຢຸດຈ້າງພະນັກງານຝ່າຍ Customer Support ກວ່າ 90% ແລ້ວແທນທີ່ດ້ວຍ Chatbot  ທີ່ຮຽນຮູ້ດ້ວຍ AI ເຊິ່ງມີປະສິດທິພາບໃນການເຮັດວຽກຫຼາຍກວ່າມາແທນ”. Shah ກ່າວຕື່ມວ່າ “ການປ່ຽນຝ່າຍ customer support ດ້ວຍ Chatbot ຈະຊ່ວຍລົດຜ່ອນຄ່າໃຊ້ຈ່າຍໃນການບໍລິການລູກຄ້າໄດ້ເຖິງ 85%”

ໂດຍຂໍ້ຄວາມຂອງ Shah ທີ່ໄດ້ໂພສໃນ Twitter ນັ້ນໄດ້ຈຸດປະກາຍຄວາມບໍ່ພໍໃຈສຳລັບຊາວເນັດສ່ວນຫຼາຍ ໂດຍສະເພາະຢ່າງຍິ່ງໃນໄລຍະທີ່ມີຄວາມກັງວົນກ່ຽວກັບການທີ່ AI ຈະເຂົ້າມາຍາດເອົາວຽກຂອງຕົນເອງໃນອຸດສາຫະກຳດ້ານການບໍລິການ.

Shah ຍອມຮັບວ່າ ການປົດພະນັກງານອອກເປັນການຕັດສິນໃຈທີ່ຍາກລຳບາກ ແຕ່ເຫັນວ່ານີ້ແມ່ນສິ່ງທີ່ຈຳເປັນເມື່ອພິຈາລະນາຈາກພາວະເສດຖະກິດ.

Shah ເນັ້ນໜັກວ່າ startups ລວມທັງ Dukaan, ໃຫ້ຄວາມສໍາຄັນຂອງກໍາໄລຫຼາຍກວ່າການສະແຫວງຫາສະຖານະ “Unicorn” ອີງທັງບໍລິສັດມີບັນຫາກັບ Customer Support ມາໄລຍະໜຶ່ງແລ້ວ ແລະ ເຫັນວ່າ chatbots ເປັນວິທີທີ່ຈະແກ້ໄຂບັນຫານີ້ໄດ້.

Unicorn (ຢູນິຄອນ) ໝາຍເຖິງທຸລະກິດເລີ່ມຕົ້ນ (Startup) ທີ່ມີມູນຄ່າບໍລິສັດຫຼາຍກວ່າ 1 ຕື້ໂດລາສະຫະລັດ. ໃນຕ່າງປະເທດ, ພວກເຮົາຈະເຫັນ Startup ທີ່ມີຊື່ສຽງເຊັ່ນ Silicon Valley…

ຢ່າງໃດກໍຕາມ, ຜູ້ໃຊ້ຫຼາຍຄົນໄດ້ວິພາກວິຈານ tweet ຂອງ Shah, ໂດຍກ່າວຫາວ່າ ລາວເຮັດໃຫ້ຊີວິດຂອງພະນັກງານຢຸດລົງໂດຍການຕັດສິນໃຈໃນຄັ້ງນີ້ ແລະ ຍັງຮູ້ສຶກ​ຜິດ​ຫວັງ Shah ທີ່ບໍ່​ໄດ້​ກ່າວ​ເຖິງ​ການ​ຊ່ວຍ​ເຫຼືອກ່ຽວກັບພະນັກງານທີ່ຖືກ​ປົດ​ອອກ​ເລີຍ.

ເຫດການດັ່ງກ່າວໄດ້ສະທ້ອນໃຫ້ເຫັນເຖິງຄວາມແຜ່ຫຼາຍ ແລະ ຄວາມສາມາດໃນການເຂົ້າເຖິງຂອງເຄື່ອງມື AI ເຊັ່ນ ChatGPT, ເຊິ່ງໄດ້ຖືກນໍາໃຊ້ໂດຍອົງການຈັດຕັ້ງຕ່າງໆເພື່ອເພີ່ມຜົນຜະລິດໃນຂະນະທີ່ມີການລົດຜ່ອນຄ່າໃຊ້ຈ່າຍ.

ຄວາມກ້າວໜ້າເຫຼົ່ານີ້ໄດ້ເຮັດໃຫ້ເກີດຄວາມຢ້ານກົວໃນບັນດາພະນັກງານກ່ຽວກັບການສູນເສຍວຽກທີ່ອາດຈະເກີດຂື້ນກັບເທັກໂນໂລຢີ.

ທີ່ມາ:

siamblockchain

businessinsider

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/