ອົງການອະນາໄມໂລກປະກາດໃຫ້ Aspartame ເປັນສານກໍ່ມະເຮັງ ແຕ່ຍັງກິນໄດ້ຕາມປະລິມານທີ່ແນະນຳ


ອົງການອະນາໄມໂລກ ຫຼື  (WHO) ໄດ້ສະຫຼຸບພ້ອມປະກາດຂຶ້ນບັນຊີ ແອສປາແຕມ ເຊິ່ງເປັນສານໃຫ້ຄວາມຫວານແທນນ້ຳຕານ ກາຍເປັນກຸ່ມສານທີ່ອາດກໍ່ມະເຮັງ ແຕ່ຍັງຄົງຢືນຢັນວ່າມີຄວາມປອດໄພຫາກບໍລິໂພກໃນປະລິມານທີ່ເໝາະສົມ.

ການປະກາດດັ່ງກ່າວມາຈາກຄະນະຜູ້ຊ່ຽວຊານຂອງອົງການສອງແຫ່ງພາຍໃຕ້ການດູແລໃນສັງກັດຂອງອົງການອະນາໄມໂລກ (WHO) ຄືອົງການລະຫວ່າງປະເທດເພື່ອການວິໄຈໂຣກມະເຮັງ (IARC) ແລະ ຄະນະກຳມະການຜູ້ຊ່ຽວຊານຈາກອົງການອະນາໄມໂລກ (WHO) ພ້ອມກັບອົງການອາຫານ ແລະ ກະເສດ ວ່າດ້ວຍວັດຖຸເຈືອປົນອາຫານ (JECFA) ເຊິ່ງ IARC ເຮັດໜ້າທີ່ປະເມີນວ່າມີຫຼັກຖານທີ່ບົ່ງຊີ້ເຖິງຄວາມອັນຕະລາຍ ສ່ວນ JECFA ມີໜ້າທີ່ປະເມີນວ່າມີຄວາມສ່ຽງຕໍ່ການບໍລິໂພກໃນຊີວິດຈິງ ຫຼາຍໜ້ອຍພຽງໃດ.

ໃນການປະກາດເມື່ອຕອນເຊົ້າທີ່ຜ່ານມາທາງອົງການລະຫວ່າງປະເທດເພື່ອການວິໄຈໂຣກມະເຮັງ (IARC) ໄດ້ລະບຸວ່າ ແອສປາແຕມເປັນສານທີ່ມີຄວາມເປັນໄປໄດ້ທີ່ຈະກໍ່ໃຫ້ເກີດມະເຮັງ ເຊິ່ງຕິຄວາມໝາຍໄດ້ວ່າ ປັດຈຸບັນມີຫຼັກຖານຊີ້ວ່າກໍ່ມະເຮັງໃນມະນຸດໃນລະດັບຈຳກັດ ແຕ່ບໍ່ໄດ້ປະເມີນວ່າກວ່າທີ່ຈະເກີດຄວາມສ່ຽງນັ້ນຕ້ອງມີການບໍລິໂພກຫຼາຍໜ້ອຍເທົ່າໃດ.

ກົງກັນຂ້າມ ການປະກາດຂອງອົງການອາຫານ ແລະ ກະເສດວ່າດ້ວຍວັດຖຸເຈືອປົນອາຫານ (JECFA) ໂດຍໄດ້ລະບຸວ່າ ບໍ່ມີຫຼັກຖານທີ່ໜ້າເຊື່ອຖືກ່ຽວກັບອັນຕະລາຍທີ່ເກີດຈາກແອສປາແຕມ ແລະ ຍັງແນະນຳໃຫ້ຜູ້ຮັກສາລະດັບການບໍລິໂພກແອສປາແຕມຕໍ່ມື້ບໍ່ໃຫ້ເກີນ 40 ມິນລີກຣາມຕໍ່ນ້ຳໜັກ 1 ກິໂລ ເຊິ່ງເປັນລະດັບທີ່ເໝາະສົມ ແລະ ປອດໄພ.

ດຣ.ຟານເຊໂກ ບັນກາ ຜູ້ອຳນວຍການພະແນກຄວາມປອດໄພໂພສະນາການ ແລະ ອາຫານ ຂອງອົງການອະນາໄມໂລກ (WHO) ຍົກຕົວຢ່າງວ່າ ຄົນທີ່ມີນ້ຳໜັກ 70 ກິໂລ ດື່ມນ້ຳທີ່ໃສ່ສານແອສປາແຕມແທນນ້ຳຕານຫຼາຍກວ່າ 9-14 ກະປ໋ອງຕໍ່ມື້ ເຊິ່ງຈະເກີນປະລິມານທີ່ແນະນຳໂດຍການຄຳນວນຕາມຄ່າສະເລ່ຍຂອງແອສປາແຕມໃນເຄື່ອງດື່ມ.

ທັງນີ້ ອົງການອະນາໄມໂລກ (WHO) ເອງກໍບໍ່ຕ້ອງການໃຫ້ຫຼາຍບໍລິສັດຖອດຜະລິດຕະພັນທີ່ໃສ້ແອສປາແຕມອອກ ແລະ ກໍບໍ່ໄດ້ແນະນຳໃຫ້ຜູ້ບໍລິໂພກຢຸດການບໍລິໂພກເຊັ່ນດຽວກັນ ພຽງແຕ່ແນະນຳໃຫ້ຜູ້ຜະລິດ ແລະ ຜູ້ບໍລິໂພກໃຊ້ສານແອສປາແຕມໃນປະລິມານທີ່ເໝາະສົມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/