ລົດບັນທຸກເກີນນ້ຳໜັກທີ່ກຳນົດໄວ້ ເປັນສາເຫດໜຶ່ງເຮັດໃຫ້ເສັ້ນທາງເປ່ເພ


ລົດບັນທຸກເກີນນ້ຳໜັກທີ່ກຳນົດ ເປັນອີກສາເຫດໜຶ່ງທີ່ພາໃຫ້ເສັ້ນທາງເປ່ເພ ໂດຍສະເພາະເສັ້ນທາງທີ່ກຳລັງມີການກໍ່ສ້າງສຳເລັດ ແຕ່ມີລົດທີ່ບັນທຸກເກີນນ້ຳໜັກທີ່ບໍ່ປະຕິບັດຕາມລະບຽບ, ສົ່ງຜົນເຮັດໃຫ້ເສັ້ນທາງອາດເປ່ເພໄດ້. ໂດຍສະເພາະທາງເລກ 13 ໃຕ້ ທີ່ກຳລັງມີການກໍ່ສ້າງ ແລະ ປັບປຸງເສັ້ນທາງໃໝ່ ປູອັດຟານ 2 ຊັ້ນ ເພື່ອໃຫ້ການສັນຈອນສະດວກສະບາຍຂຶ້ນກວ່າເກົ່າ ແຕ່ປາກົດວ່າຍັງມີລົດບັນທຸກບາງຊະນິດທີ່ບໍ່ປະຕິບັດຕາມກົດລະບຽບ ເຊິ່ງບັນທຸກຫຼາຍນ້ຳໜັກເກີນມາດຕະຖານທີ່ວາງອອກ, ດັ່ງນັ້ນ ຈຶ່ງເປັນອີກສາເຫດໜຶ່ງທີ່ກໍ່ໃຫ້ເກີດເສັ້ນທາງເປເພ່ໄວ, ເປັນຂຸມ, ແຕກແຍກ ແລະ ອື່ນໆອີກ.

ບັນຫາດັ່ງກ່າວ ເປັນອີກໜຶ່ງຕົ້ນເຫດທີ່ພາໃຫ້ເສັ້ນທາງບໍ່ສຳເລັດຕາມທີ່ຄາດໝາຍ ເພາະຕ້ອງໄດ້ແປງເສັ້ນທາງທີ່ເປ່ເພໄປມາ ຈົນອາດເກີດໃຫ້ມີການເສຍເວລາ ແລະ ຖ້າແປງແລ້ວເສັ້ນທາງກໍຈະບໍ່ງາມດັ່ງທີ່ວາງແຜນໄວ້, ສັງເກດໄດ້ວ່າ ເມື່ອເດີນທາງໄປຍັງພາກໃຕ້ ຈະເຫັນໄດ້ວ່າມີການກໍ່ສ້າງເສັ້ນໃໝ່ ບາງຈຸດກໍສຳເລັດໄປດ້ວຍດີ ແຕ່ບາງຈຸດສຳເລັດແລ້ວ ແຕ່ກໍຕ້ອງໄດ້ມາແປງໃໝ່ອີກຮອບ, ເນື່ອງຈາກ ລົດບັນທຸກເກີນນ້ຳໜັກທຽວທາງຢູ່ເປັນປະຈຳ ໂດຍບໍ່ປະຕິບັດຕາມກົດລະບຽບ ແລະ ນອກຈາກນີ້ ກໍຍັງມີອີກຫຼາຍໆສາເຫດ ຫຼື ຫຼາຍບັນຫາທີ່ເຮັດໃຫ້ເສັ້ນທາງເປ່ເພໄດ້ງ່າຍ.

ນອກຈາກນີ້, ທ້າຍອາທິດຜ່ານມາ ຢູ່ໃນຕົວເມືອງນະຄອນຫຼວງກໍພົບບັນຫາຫຼາຍເຊັ່ນດຽວກັນບໍ່ແມ່ນສະເພາະແຕ່ທາງໄປຕ່າງແຂວງ ເຊິ່ງຈະບໍ່ແມ່ນບັນຫາດຽວກັນ. ທາງກົມຂົວທາງ ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈຶ່ງໄດ້ລົງຊີ້ນຳໃຫ້ໂຄງການສ້ອມແປງທາງເຂດບ້ານ ໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອແກ້ໄຂການສັນຈອນຊົ່ວຄາວ ແລະ ໄດ້ເຈລະຈາກັບບໍລິສັດຕັງຈະເລີນ ຜູ້ຊະນະໂຄງການກໍ່ສ້າງທາງເລກ 13 ເໜືອ ພາກຂະຫຍາຍເຂດ ສີໄຄ-ສີເກີດ, ຄາດວ່າພາຍຫຼັງເຊັນສັນຍາ ໃນກາງເດືອນກໍລະກົດ 2023 ນີ້, ບໍລິສັດດັ່ງກ່າວ ຈະລົງມືສ້ອມແປງ ເພາະມີຮ່ວງສ້ອມແປງລວມໃນສັນຍາການກໍ່ສ້າງ.

ປັດຈຸບັນຜູ້ຮັບເໝົາວຽກສ້ອມແປງ ໄດ້ແບ່ງເງິນສ້ອມແປງທາງ 13  ໃຕ້ ມາແກ້ໄຂການສັນຈອນກ່ອນ ເພາະງົບປະມານບໍ່ພຽງພໍ (ໂຄງການຂຶ້ນກັບກະຊວງ) ໃນໄລຍະທີ່ ບໍລິສັດ ຕັງຈະເລີນບໍ່ທັນລົງມືສ້ອມແປງນີ້, ຜູ້ຮັບເໝົາວຽກສ້ອມແປງຈະສືບຕໍ່ແກ້ໄຂການສັນຈອນກ່ອນ. ເສັ້ນດັ່ງກ່າວ, ເປ່ເພ, ເປັນບວກ, ເປັນຂຸມ, ນໍ້າຖ້ວມຂັງໃນໄລຍະຝົນຕົກ, ສ້າງຄວາມຫຍຸ້ງຍາກໃນການສັນຈອນ, ສ່ຽງຕໍການເກີດອຸບັດເຫດ ເຊິ່ງໄລຍະຜ່ານມາ ເສັ້ນທາງດັ່ງກ່າວ ກໍໄດ້ຮັບການສ້ອມແປງແຕ່ບໍ່ໄດ້ມາດຕະຖານ ເມື່ອຝົນຕົກ ກໍເຮັດໃຫ້ນໍ້າຖ້ວມຂັງ, ບວກກັບ ມີລົດບັນທຸກນໍ້າໜັກເກີນ ເຮັດໃຫ້ທາງເປ່ເພ. ສະນັ້ນ, ຈໍາເປັນຕ້ອງໄດ້ມີການສ້ອມແປງຄືນໃໝ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນ.

ທັງໃນຕົວເມືອງ ຫຼື ນອກຕົວເມືອງ ຕ່າງກໍມີບັນຫາ ທີ່ແຕກຕ່າງກັນອອກໄປ. ບັນຫາຂອງຜູ້ສັນຈອນກໍພົບພໍ້ເປັນຈຳນວນຫຼາຍ, ສ່ວນບັນຫາຂອງຜູ້ກໍ່ສ້າງກໍມີບັນຫາເຊັ່ນດຽວກັນ ແລະ ທຸກບັນຫາ ແມ່ນລະດັບຊາດເລີຍກໍວ່າໄດ້ ເຊິ່ງຍັງບໍ່ໄດ້ຮັບການແກ້ໄຂໄດ້ດີເທົ່າທີ່ຄວນ ເນື່ອງຈາກມີຫຼາຍປັດໄຈ. ຖ້າເປັນດັ່ງນັ້ນ ທາງຜູ້ປະກອບການ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ເອົາໃຈໃສ່ກົດລະບຽບການບັນຈຸນ້ຳໜັກຮ່ວມກັນ ຖ້າເສັ້ນທາງແໜ້ນໜາດີກໍຈະບໍ່ມີບັນຫາ ແຕ່ທາງເສັ້ນທາງນັ້ນບໍ່ສຳເລັດກໍພາໃຫ້ເກີດບັນຫາໄດ້.

ຂໍ້ມູນຈາກ: ປະເທດລາວ Phathedlao

ຮຽບຮຽງໂດຍ: Cat-Meo-ManU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/