Mission: Impossible – Dead Reckoning Part One ກວາດລາຍໄດ້ທົ່ວໂລກໃນມື້ທຳອິດຮອດ 15,5​ ລ້ານໂດລາ


ຍັງຄົງມາແຮງກັບແຟຣນຊາຍສຸດແຂງແກ່ນກັບຮູບເງົາ Mission: Impossible – Dead Reckoning Part One ທີ່ໄດ້ອອກສາຍພຽງ 1 ມື້ກໍສາມາດກວາດລາຍໄດ້ທົ່ວໂລກ ລວມຮອບພີວິວຮອດ 15,5​ ລ້ານໂດລາ.

ສຳນັກຂ່າວ Deadline ໄດ້ລາຍງານວ່າຮູບເງົາ Mission: Impossible – Dead Reckoning Part One ຈາກຄ້າຍ Paramount ທີ່ສາມາດກວາດລາຍໄດ້ຈາກການອອກສາຍມື້ທຳອິດໃນວັນທີ 12 ກໍລະກົດ 2023 ລວມກັບຮອບພີວິວໄປຮອດ 15,5 ລ້ານໂດລາ ແຕ່ກໍຍັງບໍ່ມີການເປີດເຜີຍວ່າຕັ້ງເປົ້າໃນການສາຍ 3 ມື້ ແລະ 5 ມື້ໃນອາທິດນີ້ໄວ້ເທົ່າໃດ.

ແຕ່ທາງ Variety ໄດ້ອອກມາເປີດເຜີຍລາຍງານສະບັບໃໝ່ວ່າມີການຄາດເດົາວ່າຮູບເງົາ Mission: Impossible – Dead Reckoning Part One ຈະສາມາດເຮັດລາຍໄດ້ເປີດຕົວ 5 ມື້ທໍາອິດ ນັບຕັ້ງແຕ່ 12-16 ກໍລະກົດ 2023 ໄດ້ຫຼາຍຮອດ 250 ລ້ານໂດລາທົ່ວໂລກ ແບ່ງລາຍໄດ້ຈາກການສາຍໃນອາເມຣິກາປະມານ 90 ລ້ານໂດລາ ແລະ ລາຍໄດ້ຈາກຕ່າງປະເທດໃນ 70 ປະເທດທົ່ວໂລກອີກ 160 ລ້ານໂດລາ.

ໂດຍຕາມລາຍງານທີ່ອອກມາຫຼ້າສຸດໄດ້ຮັບການຢືນຢັນວ່າຕອນນີ້ Mission: Impossible – Dead Reckoning Part One ເຮັດເງິນໃນອາເມຣິກາໄປ 15,5​ ລ້ານໂດລາ. ທັງນີ້ຮູບເງົາເລື່ອງນີ້ມີທ່າອ່ຽງທີ່ຈະເຮັດລາຍໄດ້ໂດຍລວມສູງກວ່າ ‘Indiana Jones and the Dial of Destiny’ ເນື່ອງຈາກໄດ້ຄະແນນຣີວິວຈາກ CinemaScore ວ່າ ຮູບເງົາ Mission: Impossible – Dead Reckoning Part One ຢູ່ໃນລະດັບ A ແລະ ໄດ້ຄະແນນຈາກ Rotten Tomatoes ຢູ່ໃນລະດັບ 96% ຖືວ່າຢູ່ໃນລະດັບທີ່ດີກໍວ່າໄດ້.

ຢ່າງໃດກໍຕາມ ກໍຄົງຕ້ອງຕິດຕາມກັນຕໍ່ໄປວ່າລາຍງານຂອງຮູບເງົາ Mission: Impossible – Dead Reckoning Part One ຈະສາມາດກວາດເງິນໄປທົ່ວໂລກເປັນເງິນເທົ່າໃດໃນອາທິດທໍາອິດຂອງການສາຍຮູບເງົາ ແຕ່ກໍມີທ່າທີທີ່ດີທີ່ຈະໄປໄດ້ຕາມຄາດການ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/