ແຈ້ງການ! ໃຫ້ຟ້າວໄປເສຍພາສີທີ່ດິນ ກ່ອນທີ່ຈະຖືກປັບໃໝ


ເພື່ອໃຫ້ການເສຍຄ່າພາສີທີ່ດິນປະຈຳປີ 2023 ໄດ້ຈັດຕັ້ງປະຕິບັດທັນຕາມກຳນົດເວລາ ແລະ ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ຫ້ອງການ ກະຊວງກະຊວງການເງິນ ໄດ້ຖືເປັນກຽດແຈ້ງມາຍັງ ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນເຈົ້າຂອງຕອນດິນ ຫຼື ນຳໃຊ້ຕອນດິນ ໃນຂອບເຂດທົ່ວປະເທດຊາບດັ່ງນີ້:

1. ໃນປີ 2023 ໄລຍະເສຍຄ່າພາສີທີ່ດິນແມ່ນຈະສິ້ນສຸດໃນວັນທີ 31 ທັນວາ 2023 ເຊິ່ງນິຕິບຸກຄົນ ແລະ ການຈັດຕັ້ງເປັນເຈົ້າຂອງຕອນດິນ ຫຼື ນຳໃຊ້ຕອນດິນ ໃນຂອບເຂດທົ່ວປະເທດ ມີພັນທະເສຍຄ່າພາສີທີ່ດິນປະຈຳປີ, ຖ້າບໍ່ຊຳລະຕາມໄລຍະເວລາດັ່ງກ່າວ ຈະຖືກປັບໃໝເປັນແຕ່ລະກໍລະນີ ທີ່ໄດ້ກຳນົດໄວ້ໃນມາດຕາ 10 ຂອງລັດຖະບັນຍັດຂອງປະທານປະເທດ.

2. ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງ ເປັນເຈົ້າຂອງທີ່ດິນ ຫຼື ນໍາໃຊ້ຕອນດິນຢູ່ ສປປ ລາວ ສາມາດຊຳລະດ້ວຍ 2 ​ຮູບແບບ: ຊຳລະຜ່ານລະບົບທະນາຄານ ໂດຍນຳໃຊ້ແອັບ Application ຂອງບັນດາທະນາຄານທີ່ເຂົ້າຮ່ວມໃນໂຄງການ ແລະ ຊຳລະຜ່ານປ່ອງບໍລິການຂອງຫ້ອງການສ່ວຍສາອາກອນປະຈຳນະຄອນ ເມືອງ ແຂວງ ຫ້ອງການປົກຄອງບ້ານ.

ການຊຳລະຜ່ານລະບົບແອັບ ຂອງບັນດາທະນາຄານດັ່ງກ່າວ: ຜູ້ຊຳລະຕ້ອງມີບັນຊີເງິນຝາກຢູ່ທະນາຄານດາວໂຫຼດແອັບຂອງທະນາຄານ ທີ່ຕົນເອງມີເງິນຕາຝາກ ດຳເນີນການຊຳລະຜ່ານແອັບຕາມຂັ້ນຕອນທີ່ໄດ້ກຳນົດໄວ້.

3. ມອບໃຫ້ກົມສ່ວຍສາອາກອນ ອອກຄໍາແນະນໍາລະອຽດ ໃນການຈັດຕັ້ງປະຕິບັດ ການຈັດຕັ້ງເກັບຄ່າພາສີທີ່ດິນໃນປີ 2023 ການປ້ອນຖານຂໍ້ມູນທີ່ດິນລົງໃນລະບົບ TaxRIS ແລະ ຈັດຕັ້ງເຜີຍແຜ່ແນະນຳ ພ້ອມທັງຕິດຕາມ ກວດກາ ແລະ ແກ້ໄຂບັນຫາ ໃຫ້ທັນຕາມສະພາບການ.

4. ມອບໃຫ້ພະແນກການເງິນ ສ່ວຍອາກອນ ປະຈໍານະຄອນ ແຂວງ ເມືອງ ແລະ ເທສະບານປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ ເຜີຍແຜ່ ການຈັດຕັ້ງປະຕິບັດການເສຍຄ່າພາສີທີ່ດິນ ປະຈຳປີ 2023 ໃຫ້ມີປະສິດທິຜົນ ໂປ່ງໃສ ແລະ ຮັບປະກັນການເກັບລາຍຮັບດັ່ງກ່າວເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ.

ຂໍ້ມູນຈາກ: ກະຊວງການເງິນ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/