ລາຄາຫຼຽນ XRP ເພີ່ມຂຶ້ນຢ່າງຮຸນແຮງ ກາຍເປັນອັນດັບ 4 ຂອງຫຼຽນທີ່ມີມູນຄ່າຕະຫຼາດຫຼາຍທີ່ສຸດໃນໂລກ ຫຼັງຈາກທີ່ Ripple Labs ຊະນະຄະດີ


ຫຼັງຈາກທີ່ Ripple Labs ໄດ້ຊະນະຄະດີໃນການຕໍ່ສູ້ກັບ SEC ໃນວັນທີ 13 ກໍລະກົດທີ່ຜ່ານມາ ໂດຍສານແຂວງໃນເຂດພາກໃຕ້ຂອງນະຄອນນິວຢອກໄດ້ຕັດສິນວ່າ “ໂທເຄັນ Ripple (XRP) ໃນກະດານເທຣດນັ້ນບໍ່ແມ່ນຫຼັກຊັບ”. ສິ່ງນີ້ໄດ້ເຮັດໃຫ້ ມູນຄ່າຕະຫຼາດຂອງຫຼຽນ Ripple (XRP) ເພີ່ມຂຶ້ນກວ່າ 21,2 ຕື້ໂດລາ ໂດຍເຮັດລະດັບສູງສຸດໃໝ່ຂອງປີທີ່ 46,1 ຕື້ໂດລາກ່ອນທີ່ຈະລົດລົງຢ່າງຊ້າໆມາເປັນ 42,5 ຕື້ໂດລາ. ຍູ້ຕົນເອງຈາກການເປັນ crypto ທີ່ມີມູນຄ່າຕະຫຼາດເປັນອັນດັບ 7 ຂຶ້ນມາເປັນອັນດັບ 4 ແຊງໜ້າ USDC ແລະ BNB.

ນອກຈາກນີ້ ລາຄາຂອງຫຼຽນ XRP ເອງກໍຍັງເພີ່ມຂຶ້ນເກືອບ 100% ຈາກລາຄາເບື້ອງຕົ້ນຢູ່ທີ່ 0,58ໂດລາ ເພີ່ມຂຶ້ນເປັນ  0,93 ໂດລາ ພາຍໃນໜຶ່ງຊົ່ວໂມງຫຼັງຈາກຜົນການຕັດສິນອອກມາ.

ອີງຕາມຂໍ້ມູນຂອງ TradingView, ການເພີ່ມຂຶ້ນຂອງແຮງຊື້ໃນຄັ້ງນີ້ ສົ່ງຜົນໃຫ້ crypto exchange Uphold ສັນຊາດສະຫະລັດ ເກີດລະບົບຫຼົ້ມລົງຊົ່ວຄາວຫຼັງຈາກປະລິມານການຊື້ຂາຍເພີ່ມຂຶ້ນແບບບໍ່ທັນຕັ້ງຕົວ.

ຄຳຕັດສິນດັ່ງກ່າວໄດ້ກາຍເປັນຄື້ນລູກໃໝ່ໃນການກັບມາ List ຫຼຽນ XRP ຂອງກະດານເທຣດສະຫະລັດອີກຄັ້ງ ບໍ່ວ່າຈະເປັນ Coinbase, Kraken ຫຼື iTrustCapital, ໃນຂະນະທີ່ Gemini ກ່າວວ່າການແລກປ່ຽນອາດຈະ relist ໂທເຄັນອີກຄັ້ງໃນອະນາຄົດ.

30 ນາທີຫຼັງຈາກທີ່ Coinbase ປະກາດ List ຫຼຽນ XRP ໃໝ່ອີກຄັ້ງ, ບໍລິສັດຄູ່ແຂ່ງຄື Kraken ກໍໄດ້ອອກມາປະກາດໃນລັກສະນະດຽວກັນ.

ສ່ວນທາງດ້ານ Changpeng Zhao CEO ຂອງ Binance ນັ້ນກໍໄດ້ຕອບກັບຄວາມຄິດເຫັນຂອງຊາວຊຸມຊົນ Crypto ທີ່ວ່າ “Zhao ນັ້ນເປັນບຸກຄົນທີ່ສຸດຍອດທີ່ສຸດໃນເວລານີ້ຍ້ອນວ່າລາວບໍ່ເຄີຍ Delist XRP ເລີຍ” Zhao ກໍໄດ້ຕອບກັບດ້ວຍ emoji ຍົກໄຫຼ່ເທົ່ານັ້ນ.

ທີ່ມາ:

cointelegraph

siamblockchain

en.bitcoinsistemi

cryptoglobe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/