ກະຊວງປ້ອງກັນປະເທດຣັດເຊຍປະກາດຍຸຕິການລະດົມກໍາລັງພົນ ຫຼັງເຜີຍວ່າມີຈໍານວນທະຫານພຽງພໍແລ້ວ

ກະຊວງປ້ອງກັນປະເທດ

ເມື່ອວັນສຸກ ທີ 28 ຕຸລາ 2022 ສຳນັກຂ່າວຕ່າງປະເທດລາຍງານວ່າ ຫົວໜ້າກະຊວງປ້ອງກັນປະເທດຂອງຣັດເຊຍ ເຊີເກ ຊອຍກູ (Sergey Shoigu) ໄດ້ປະກາດຍຸຕິການລະດົມກໍາລັງພົນສໍາຮອງບາງສ່ວນເພື່ອໄປສະໜັບສະໜູນປະຕິບັດການທາງທະຫານຂອງຣັດເຊຍໃນຢູເຄຣນ ເນື່ອງຈາກວ່າມີຈຳນວນທະຫານທີ່ພຽງພໍແລ້ວ.

ກະຊວງປ້ອງກັນປະເທດ

ແລະຕາມການລາຍງານຂອງສຳນັກຂ່າວ RIA Novosti ຂອງລັດຖະບານຣັດເຊຍໄດ້ອ້າງຄໍາເວົ້າຂອງ ເຊີເກ ຊອຍກູ ທີ່ໄດ້ລະບຸວ່າ ກອງທັບບັນລຸເປົ້າໝາຍເບື້ອງຕົ້ນຂອງປະທານາທິບໍດີ ວະລາດິເມຍ ປູຕິນ ແລະຕະຫຼອດ 5 ອາທິດທີ່ຜ່ານມາແມ່ນສາມາດລະດົມກໍາລັງພົນສຳຮອງໄດ້ 300.000 ຄົນ ໂດຍກອງກໍາລັງພົນນອກຈາກພົນລະເຮືອນແລ້ວ ຍັງມີລູກຈ້າງຫຼາກຫຼາຍລະດັບຈໍານວນ 1.300 ຄົນ ແລະເຈົ້າຂອງທຸລະກິດອີກ 27.000 ຄົນ.

ກະຊວງປ້ອງກັນປະເທດ

ໃນຂະນະດຽວກັນມີພົນລະເຮືອນຂອງຣັດເຊຍເຖິງ 13.000 ຄົນທີ່ສະແດງເຈດຈໍານົງທີ່ຈະປະຕິບັດໜ້າທີ່ທາງທະຫານໃນຖານະອາສາສະໝັກ ແລະ ຈົນຮອດທຸກມື້ນີ້ມີກອງກໍາລັງພົນສຳຮອງຖືກສົ່ງໄປຍັງພື້ນທີ່ແນວໜ້າໃນຢູເຄຣນແລ້ວຈໍານວນ 82.000 ຄົນ ສ່ວນຈຳນວນທີ່ເຫຼືອແມ່ນກໍາລັງຮັບການເຝິກຝົນທາງການທະຫານ.

ຫົວໜ້າກະຊວງປ້ອງກັນປະເທດຂອງຣັດເຊຍເສີມອີກວ່າ ລາວໄດ້ລາຍງານເລື່ອງນີ້ໃຫ້ປະທານາທິບໍດີ ວະລາດີເມຍ ປູຕິນ ແລ້ວ. ພ້ອມນັ້ນ ປູຕິນ ຍັງໄດ້ກ່າວຂອບໃຈປະຊາຊົນທຸກຄົນທີ່ເຮັດໜ້າທີ່ຂອງຕົນເອງເພື່ອປະເທດຊາດ, ຄວາມຮັກຊາດ ແລະ ຄວາມມຸ່ງໝັ້ນໃນການປົກປ້ອງຣັດເຊຍ.

ກະຊວງປ້ອງກັນປະເທດ

ສຳລັບການລະດົມພົນກໍາລັງສຳຮອງຂອງຣັດເຊຍ ແມ່ນມີຂຶ້ນໃນວັນທີ 21 ກັນຍາ ທີ່ຜ່ານມາ ຫຼັງຈາກທາງຣັດເຊຍເສຍປຽບດ້ານຍຸດທະສາດການຮົບໃນຢູເຄຣນ ແລະ ໃນເບື້ອງຕົ້ນຄໍາສັ່ງຂອງປະທານາທິບໍດີປູຕິນ ແມ່ນບໍ່ໄດ້ລະບຸ ຈໍານວນກໍາລັງສຳຮອງທີ່ຈະເກນເຂົ້າກອງທັບ ກ່ອນທີ່ ເຊີເກ ຊອຍກູຈະລະບຸໃນເວລາຕໍ່ມາວ່າ ຈະເກນຈໍານວນ 300.000 ຄົນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/