ຄົນຄ້ານອາບນ້ຳຖືກໃຈສິ່ງນີ້! ຍີ່ປຸ່ນເປີດຕົວ “ເຄື່ອງຊັກຄົນ” ທີ່ສາມາດ ອາບ-ນວດ-ເປົ່າແຫ້ງ ຄົບຈົບພາຍໃນ 15 ນາທີ

ອາບນ້ຳ

ການອາບນ້ຳຖືວ່າເປັນອີກໜຶ່ງກິດຈະວັດປະຈໍາວັນຂອງມະນຸດທີ່ຈະຕ້ອງໄດ້ເຮັດໃນແຕ່ລະມື້ເພື່ອເຮັດໃຫ້ຮ່າງກາຍສົດຊື່ນ, ຫອມສະອາດກ່ອນຈະອອກໄປນອກ ຫຼືກ່ອນເຂົ້ານອນ ແຕ່ວ່າກໍຍັງມີບາງຄົນທີ່ຄິດວ່າ “ການອາບນ້ຳ” ເປັນເລື່ອງທີ່ຕ້ອງໃຊ້ເວລາ ແລະ ບໍ່ຄ່ອຍຈະມັກອາບນໍ້າ ເວົ້າງ່າຍໆກໍຄືຄ້ານອາບນໍ້ານັ້ນເອງ.

ອາບນ້ຳ

ຢ່າງໃດກໍຕາມ ເບິ່ງຄືວ່າທາງຍີ່ປຸ່ນຈະມີເທັກໂນໂລຢີທີ່ສາມາດຕອບໂຈດຄົນຂີ້ຄ້ານອາບນ້ຳໄດ້ ເພາະເມື່ອບໍ່ດົນມານີ້ບໍລິສັດແຫ່ງໜຶ່ງໃນຢີ່ປຸ່ນໄດ້ເຜີຍແຜນການຜະລິດເຄື່ອງຊັກຜ້າສຳລັບມະນຸດ ໂດຍເປັນອ່າງອາບນ້ຳອັລຕາໂຊນິກ (ultrasonics) ທີ່ມີຄວາມສາມາດຊ່ວຍທຳຄວາມສະອາດຮ່າງກາຍ, ນວດເພື່ອຜ່ອນຄາຍ ແລະເຮັດໃຫ້ຮ່າງກາຍແຫ້ງໄດ້ອີກດ້ວຍ ເຊິ່ງຂະບວນການທັງໝົດແມ່ນໃຊ້ເວລາ 15 ນາທີເທົ່ານັ້ນ.

ອາບນ້ຳ
ອາບນ້ຳ

ເມື່ອບໍ່ດົນມານີ້ ບໍລິສັດ Science Co. Ltd. ຕັ້ງຢູ່ແຂວງໂອຊາກາ ປະເທດຍີ່ປຸ່ນ ເຊິ່ງບໍລິສັດນີ້ແມ່ນຊ່ຽວຊານດ້ານນະວັດຕະກໍາຫ້ອງນ້ຳແລະເຮືອນຄົວ ໄດ້ອອກມາປະກາດວ່າມີແຜນຈະສ້າງເຄື່ອງຊັກຄົນໃຫ້ສຳເລັດພາຍໃນປີ 2025 ໂດຍນະວັດຕະກໍາດັ່ງກ່າວ ແມ່ນເປັນສ່ວນໜຶ່ງຂອງກຸ່ມຜະລິດຕະພັນ Mirable ມີຊື່ໂຄງການວ່າ ‘Project Usoyaro’ ເຊິ່ງເປັນເທັກໂນໂລຢີຟອງລະອຽດ ມີເຊັນເຊີກວດສອບທີ່ຫຼາກຫຼາຍ ແລະລະບົບປັນຍາປະດິດ (AI) ເພື່ອສ້າງປະສົບການອາບນ້ຳທີ່ຊັບຊ້ອນແລະແປກໃໝ່.

ອາບນ້ຳ
ອາບນ້ຳ

ນັກວິທະຍາສາດລະບຸວ່າເປົ້າໝາຍຂອງໂຄງການ Usoyaro ບໍ່ໄດ້ເປັນພຽງການທຳຄວາມສະອາດຮ່າງກາຍແບບທົ່ວເຖິງເທົ່ານັ້ນ ແຕ່ຍັງເປັນພື້ນທີ່ສຳລັບບຳບັດ ເຊິ່ງຜູ້ໃຊ້ສາມາດຜ່ອນຄາຍໄປກັບສຽງເພງແລະມຸມມອງຂອງຮູບພາບທີ່ສະແດງໃນນ້ຳ. ທັງນີ້ເຊັນເຊີພາຍໃນເຄື່ອງຈະວັດແທກສະຖານະຂອງເສັ້ນປະສາດ sympathetic ແລະ parasympathetic ໃນຂະນະທີ່ປັນຍາປະດິດ (AI) ຈະໃຊ້ຂໍ້ມູນທີ່ລວບລວມມາໄດ້ເພື່ອສ້າງບັນຍາກາດທີ່ສະດວກສະບາຍທີ່ສຸດໃຫ້ກັບຜູ້ໃຊ້.

ອາບນ້ຳ
ອາບນ້ຳ

ໂດຍທາງບໍລິສັດ Science ຄາດວ່າຄວາມສໍາເລັດຂອງໂປຣເຈັກ Usoyaro ຈະສົ່ງຜົນໃຫ້ມີເຄື່ອງຊັກຄົນທີ່ມະນຸດໃຊ້ງານໄດ້ແທ້ພາຍໃນປີ 2024 ແລະ ທາງບໍລິສັດຄາດຫວັງວ່າຈະສາມາດນຳນະວັດຕະກໍາດັ່ງກ່າວມາຈັດສະແດງທີ່ງານ Osaka Expo 2025.

ອາບນ້ຳ

ທັງນີ້ ແນວຄິດເຄື່ອງຊັກຜ້າສຳລັບມະນຸດ (ເຄື່ອງຊັກຄົນ) ບໍ່ໄດ້ແມ່ນເລື່ອງໃໝ່ແຕ່ຢ່າງໃດ ເພາະໃນປີ 1970 ທີ່ງານ Osaka Expo ບໍລິສັດ SANYO Electric ເຊິ່ງເປັນຜູ້ຊ່ຽວຊານເລື່ອງເຄື່ອງໃຊ້ໄຟຟ້າເຄີຍໄດ້ຈັດສະແດງ ‘ອ່າງອາບນ້ຳອັລຕາໂຊນິກ’ ມາແລ້ວເຊິ່ງຄຸນສົມບັດຂອງມັນກໍຄ້າຍຄືກັນກັບຜະລິດຕະພັນທີ່ໄດ້ກ່າວຂ້າງຕົ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/