ຍັງໄຫວບໍ່! ຮຸ້ນບໍລິສັດ Meta ຫຼື Facebook ລົດລົງເຖິງ 28% ນັບເປັນຈຸດຕໍ່າສຸດຕັ້ງແຕ່ປີ 2016

Facebook

ໃນໄລຍະຫຼາຍເດືອນທີ່ຜ່ານມາ ເຮົາມັກຈະໄດ້ຍິນຂ່າວທີ່ບໍ່ຄ່ອຍດີປານໃດກ່ຽວກັບຜົນປະກອບການຂອງບໍລິສັດ Meta ເຊິ່ງເປັນບໍລິສັດແມ່ຂອງແພລັດຟອມສັງຄົມອອນລາຍຍອດນິຍົມຢ່າງ Facebook, Instagram ແລະ WhatsApp ແລະ ຫຼ້າສຸດ ຮຸ້ນຂອງບໍລິສັດກໍໄດ້ລົດລົງເຖິງ 28% ນັບເປັນຈຸດຕໍ່າສຸດຕັ້ງແຕ່ປີ 2016.

ເມື່ອບໍ່ດົນມານີ້ ວັນທີ 26 ຕຸລາ 2022 ບໍລິສັດ Meta ໄດ້ລາຍງານຜົນປະກອບການໃນໄຕມາດຫຼ້າສຸດວ່າມີລາຍໄດ້ພຽງ 27.700 ລ້ານໂດລາ ເຊິ່ງລົດລົງ 4% ຖ້າທຽບໃສ່ໃນໄລຍະເວລາດຽວກັນຂອງປີກ່ອນນີ້ ແລະ ເປັນໄຕມາດທີ 2 ຕິດຕໍ່ກັນທີ່ລາຍໄດ້ຂອງບໍລິສັດໄດ້ລົດຕໍ່າລົງ ໃນຂະນະທີ່ກຳໄລນັ້ນລົດລົງເຖິງ 52% ເຫຼືອພຽງ 4.400 ລ້ານໂດລາ.

Facebook

ຢ່າງໃດກໍຕາມ ໃນໄຕມາດທີ 4 ທີ່ກຳລັງຈະມາຮອດນີ້ Meta ໄດ້ຄາດໝາຍວ່າຜົນປະກອບການຂອງບໍລິສັດຈະເພີ່ມຂຶ້ນ ແຕ່ບໍ່ຫຼາຍປານໃດ ໂດຍຄາດໝາຍໄວ້ທີ່ 30.000 ລ້ານໂດລາ ຫາ 32.500 ລ້ານໂດລາ ເທົ່ານັ້ນ.

Facebook

ເຊິ່ງຫຼາຍຝ່າຍເບິ່ງໄປໃນທິດທາງດຽວກັນວ່າປັດໄຈຫຼັກທີ່ສົ່ງຜົນກະທົບຕໍ່ການດຳເນີນງານຂອງ Meta ກໍຄື ມາກ ຊັກເກີ້ເບີກ (Mark Zuckerberg) ຜູ້ບໍລິຫານຂອງບໍລິສັດນັ້ນຕັ້ງໃຈທີ່ຈະລົງທຶນຫຼາຍພັນລ້ານໂດລາ ໄປກັບ Reality Labs ທີ່ເຮັດໜ້າທີ່ໃນການວິໄຈ ແລະ ພັດທະນາກ່ຽວກັບ Metaverse.

Facebook

ນັບຕັ້ງແຕ່ຕົ້ນປີ 2022 ຮຸ້ນຂອງ Meta ກໍລົດລົງກວ່າ 61% ເພາະນອກຈາກປັດໄຈພາຍໃນຂອງບໍລິສັດເອງແລ້ວ ຍັງມີປັດໄຈພາຍນອກຢ່າງການເຂົ້າມາຕີຕະຫຼາດຂອງ TikTok ລວມເຖິງລາຍໄດ້ຈາກຄ່າໂຄສະນາທີ່ຫາຍໄປຈາກການອັບເດດຄວາມເປັນສ່ວນຕົວຂອງ Apple.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/