ອາຍຸຫຼາຍກວ່າ 48 ປີແລ້ວ! ປະເທດລາວກຽມສ້ອມແປງອາຄານຫໍຄຳ ໃຫ້ສີວິໄລຂຶ້ນກວ່າເກົ່າ

ປະເທດລາວ

ຫ້ອງວ່າການສໍານັກງານປະທານປະເທດ ກຽມລົງມືສ້ອມແປງໃຫຍ່ອາຄານຫໍຄຳ ເຊິ່ງມີອາຍຸຫລາຍກວ່າ 48 ປີ, ມາຮອດປັດຈຸບັນ ສະພາບຂອງອາຄານມີຄວາມຊຸດໂຊມຫຼາຍເຊັ່ນ: ມີການຮົ່ວຊຶມ, ແຕກແຫງ ແລະ ເປ່ເພ.

ທ່ານ ເພັດສະໝອນ ພັນທະວົງ ຮອງຫົວໜ້າ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຖະແຫຼງຂ່າວໃນວັນທີ 27 ຕຸລາ 2022 ວ່າ: ຫ້ອງວ່າການສໍານັກງານປະທານປະເທດ ແຈ້ງຂ່າວມາຍັງທຸກໆພາກສ່ວນ ການຈັດຕັ້ງທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດ ພໍ່, ແມ່ ປະຊາຊົນລາວໃນຂອບເຂດທົ່ວປະເທດ ຊາບວ່າ ອີງຕາມການຕົກລົງຂອງຂັ້ນເທິງ ແລະ ອີງຕາມສະພາບການນໍາໃຊ້ອາຄານຫໍຄຳ ໄດ້ສ້າງມາຫຼາຍກວ່າ 48 ປີ ມາຮອດປັດຈຸບັນ ສະພາບຂອງອາຄານມີຄວາມຊຸດໂຊມຫຼາຍເຊັ່ນ: ມີການຮົ່ວຊຶມ, ແຕກແຫງ ແລະ ເປ່ເພ.

ສະນັ້ນ, ຈຶ່ງມີຄວາມຈໍາເປັນໃນການສ້ອມແປງໃຫຍ່ອາຄານດັ່ງກ່າວ ແນໃສ່ຮັບປະກັນຄວາມປອດໄພ ແລະ ຄວາມແຂງແຮງແໜ້ນໜາຂອງໂຄງສ້າງ, ທັງຮັກສາເອກະລັກດ້ານວັດທະນະທຳ, ຮັກສາດ້ານສະຖາປະນິກ ທີ່ມີຄຸນຄ່າດ້ານປະຫວັດສາດ, ເປັນມໍລະດົກອັນສຳຄັນແຫ່ງມູນເຊື້ອປະຫວັດສາດຂອງຊາດລາວເຮົາ, ເປັນສະຖານທີ່ເຮັດວຽກ ແລະ ຕ້ອນຮັບແຂກຂອງປະມຸກລັດ ເຊິ່ງເປັນຜູ້ຕາງໜ້າຂອງປະຊາຊົນລາວບັນດາເຜົ່າທີ່ຢູ່ທັງພາຍໃນ ແລະ ຕ່າງປະເທດ, ຕາມການອອກແບບທີ່ໄດ້ຮັບການຮັບຮອງ ແລະ ຢັ້ງຢືນຈາກລັດຖະບານ.

ຂອບໃຈຂໍ້ມູນຈາກ: https://cutt.ly/KNcqAXx

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/