ບຣູໂນ້ (Bruno Fernandes) ເໝາະສົມທີ່ຈະເປັນກັບຕັນທີມແມນຢູ


ຈາກ FC ທີມຜີສາດແດງ (ແມນຢູ) ຫຼາກຫຼາຍຄົນໄດ້ສະແດງຄໍາຄິດເຫັນທີ່ພ້ອມພຽງກັນວ່າ: ບຣູໂນ້ ເໝາະສົມທີ່ຈະເປັນກັບຕັນທີມ ເພາະສ້າງສະຖິຕິໃຫ້ກັບທີມຢ່າງໂດດເດັ່ນ ຍິງປະຕູໄດ້ຫຼາຍທີ່ສຸດໃນທີມ. ລວມທັງ ເປັນນັກເຕະທີ່ມີຄວາມອົດທົນ, ລົງສະໜາມຕະຫຼອດ ແຕ່ບຣູໂນ້ ກໍສາມາດຍິງປະຕູ ແລະ ຫຼິ້ນເປັນກອງກາງທີ່ໜ້າຈັບຕາເບິ່ງເປັນທີ່ສຸດ. ນອກຈາກນີ້ ຍັງໄດ້ຮາງວັນນັກເຕະລະດັບເທບ ເຊິ່ງມີຄວາມແຂ່ງແກ່ນ ແລະ ມີທັກສະການເປີດບານໄດ້ດີ ພ້ອມທັງສ້າງໂອກາດໃຫ້ກັບທີມຢ່າງສະໝໍ່າສະເໝີ. ທີ່ສໍາຄັນ ຍັງເຂົ້າມາຊ່ວຍໃຫ້ຜົນງານຂອງ ແມນຢູ ດີຂຶ້ນຢ່າງຜິດຫູຜິດຕາ.  

ຈາກຜົນງານ ແລະ ການຫຼິ້ນບານຂອງບຣູໂນ້ ຈຶ່ງເປັນທີ່ຈັບຕາຈັບໃຈຕໍ່ແຟນບານຢ່າງຍິ່ງ ຈົນແຟນໆກໍໄດ້ຕັ້ງສາຍາວ່າ: ບຣູໂນ້ຄົນແບກຜີ.

ແຫຼ່ງຂໍ້ມູນ: Youtube: KHOBSANAM