ນັກອອກແບບຊາວໂຄລອມເບຍປ່ຽນຂີ້ເຫຍື້ອພລາສຕິກເປັນດິນບັອກສ້າງໂຮງຮຽນໃຫ້ເດັກນ້ອຍ


ຜ່ານມາເຮົາອາດຈະເຄີຍເຫັນຂ່າວທີ່ຫຼາຍບໍລິສັດທີ່ເອົາຂີ້ເຫຍື້ອຕ່າງໆມາເຮັດເປັນວັດສະດຸກໍ່ສ້າງ ເຊິ່ງກໍຖືວ່າເປັນເລື່ອງທີ່ດີ ແລະ ຫຼາຍໆຄົນກໍຫວັງວ່າຈະມີໂຄງການດີໆແບບນີ້ອອກມາອີກ.

ແນ່ນອນວ່າບັນຫາການແກ້ໄຂສິ່ງແວດລ້ອມກຳລັງເປັນບັນຫາທີ່ຫຼາຍພາກສ່ວນທີ່ກຳລັງໃຫ້ຄວາມສຳຄັນ ເຊັ່ນດຽວກັບບໍລິສັດສະຕາດອັບໃນໂຄລອມເບຍ conceptos plásticos ໄດ້ເກີດແນວຄິດແກ້ໄຂບັນຫາສິ່ງລ້ອມໂລກ ໂດຍການດັດປ່ຽນຂີ້ເຫຍື້ອພລາສຕິກ ມາເປັນວັດສະດຸກໍ່ສ້າງທີ່ມີທັງຄວາມແຂງແຮງ ແລະ ທົນທານ ເພື່ອສ້າງເປັນຫ້ອງຮຽນໃຫ້ເດັກນ້ອຍໃນຊຸມຊົນ.

ສະຖາປະນິກໃນການອອກແບບໃນໂຄງການດັ່ງກ່າວແມ່ນ Fernando llanos ແລະ Oscar Mendez ໄດ້ປ່ຽນຂີ້ເຫຍື້ອພລາສຕິກໃຫ້ເປັນດິນບັອກສຳລັບກໍ່ສ້າງອາຄານຂຶ້ນມາ ໂດຍວັດສະດຸດັ່ງກ່າວສາມາດຊ່ວຍແກ້ໄຂບັນຫາສັງຄົມໃນຫຼາຍໆຊຸມຊົນໄດ້ ນັ້ນແມ່ນການລົດປະລິມານຂີ້ເຫຍື້ອຕໍ່ສິ່ງແວດລ້ອມ ແລະ ມີລາຄາທີ່ຖືກ.

ພລາສຕິກທີ່ພວກເຂົາເອົາມາເຮັດດິນບັອກ ເປັນພລາສຕິກທີ່ບໍ່ຄ່ອຍຖືກເອົາໄປຣີໄຊເຄິນ ເອົາມາປະສົມກັນ ແລະ ສ້າງເປັນດິນບັອກທີ່ສາມາດເອົາມາລຽນຕໍ່ກັນໄດ້ງ່າຍ ແລະ ມີຄວາມແຂງແຮງ-ທົນທານຕໍ່ສະພາບອາກາດ.

ໃນປີ 2019 ບໍລິສັດ conceptos plásticos ຍັງໄດ້ຮ່ວມມືກັບອົງການ UNICEF ໃນການພັດທະນາໂຮງງານທີ່ປ່ຽນພລາສຕິກໃຫ້ເປັນດິນຈີ່ກໍ່ສ້າງເພື່ອໃຊ້ສຳລັບການສ້າງໂຮງຮຽນໃຫ້ກັບເດັກນ້ອຍໃນຊຸມຊົນຕ່າງໆອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/environman.th/posts/3456300611165028