ກະຊວງປ້ອງກັນຄວາມສະຫງົບໄດ້ຈັດງານແຂ່ງຂັນກິລາກ໊ອບ ເພື່ອລະດົມທຶນສ້າງສູນຕ້ອນຮັບຊົ່ວຄາວ ໃຫ້ຜູ້ເຄາະຮ້າຍຈາກການຄ້າມະນຸດ ຢູ່ທີ່ແຂວງຫຼວງນໍ້າທາ


ກະຊວງປ້ອງກັນຄວາມສະຫງົບໄດ້ຈັດການແຂ່ງຂັນກິລາກ໊ອບມິດຕະພາບຊິງຂັນ ເພື່ອເປັນການລະດົມທຶນ ສ້າງສູນຮັບຕ້ອນຊົ່ວຄາວຜູ່ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ແຂວງຫຼວງນໍ້າທາ ທັງເປັນການຮັດແໜ້ນຄວາມສາມັກຄີປອງດອງກັນ ລະຫວ່າງການນໍາພັກລັດ, ບັນດາການນໍາກະຊວງ ຂະແໜງການຕ່າງໆ, ບັນດານັກທຸລະກິດ, ບັນດານັກກິລາກ໊ອບ ຮ່ວມກັບຄະນະພັກຄະນະນໍາ ກະຊວງປ້ອງກັນຄວາມສະຫງົບ.

ໃນການແຂ່ງຂັນຄັ້ງນີ້ ຈັດຂຶ້ນໃນວັນທີ 20 ກຸມພາ 2021 ທີ່ຜ່ານມາ ເປັນການລະດົມທຶນສ້າງສູນຊົ່ວຄາວໃຫ້ແກ່ຜູ່ທີ່ຖືກເຄາະຮ້າຍ ຈາກການຄ້າມະນຸດ, ເຊິ່ງການແຂ່ງຂັນມິທັງໝົດ 3 ສາຍ, ມີ 27 ກຸ່ມ, ກ້ວນ 1 VIP ນໍາພາໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ສ່ວນກ້ວນ 2 VIP ນໍາພາໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ເຊິ່ງໄດ້ພາກັນແຂ່ງຂັນການຢ່າງມ່ວນຊື່ນ, ພ້ອມທັງມີການມອບໃບຍ້ອງຍໍໃຫ້ກັບບັນດາບໍລິສັດທີ່ໃຫ້ການສະໜັບສະໜູນ ຕາມດ້ວຍມອບຂັນຮາງວັນໃຫ້ກັບຜູ້ຊະນະເລີດໃນແຕ່ລະສາຍ.

ເປັນຕົ້ນແມ່ນບໍລິສັດ ສາມເອັສພັດທະນາ, ບໍລິສັດ AIDC, ບໍລິສັດຫຼວງນໍ້າທາ ກໍ່ສ້າງຂົວທາງ ຈໍາກັດ, ບໍລິສັດ ເອບີກຣຸບ ແລະ ບໍລິສັດ ທະວີຊັບ.

ສ່ວນທຶນທີ່ໄດ້ຈາກການແຂ່ງຂັນ ແມ່ນຈະນໍາເອົາໄປປະກອບສ່ວນສ້າງສາສູນຊົ່ວຄາວ ໃຫ້ແກ່ຜູ້ທີ່ຖືກເຄາະຮ້າຍຈາກການຄ້າມະນຸດ ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງບັນດາການນໍາພັກ ທີ່ໄດ້ຫາວິທີການແກ້ໄຂໃນບັນຫາດ້ານນີ້.

ຂອບໃຈຂໍ້ມູນຈາກ:

https://www.facebook.com/vte9cha/videos/735015164120660