ບໍລິສັດເບຍລາວ ມອບທຶນການສຶກສາຄັ້ງທີ 11 ໃຫ້ແກ່ນັກສາທີ່ມີຄຸນສົມບັດດີ ຮຽນດີ ມີຖານະທຸກຍາກ ໃຫ້ແກ່ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນວິຈິດສິນແຫ່ງຊາດ


ກ່ອນອື່ນໝົດຂໍຊົມເຊີຍ ມາຍັງບໍລິສັດເບຍລາວ ຈໍາກັດ ທີ່ໄດ້ມອບທຶນໃຫ້ແກ່ນັກສຶກສາທີ່ຖານະທຸກຍາກ, ຮຽນດີ, ຄຸນສົມບັດດີ, ໃຫ້ມີໂອກາດໃນການສຶກສາຮໍ່າຮຽນ ຄືກັບບັນດານັກສຶກສາຄົນອື່ນໆ ພ້ອມທັງເຫັນເຖິງຄວາມສໍາຄັນຂອງການສຶກສາໃນລາວເຮົາ ແລະ ຍັງຊຸກຍູ້ໃຫ້ນັກສຶກສາຕັ້ງໃຈຮໍ່າຮຽນໃຫ້ດີຍິ່ງຂຶ້ນ, ເຊິ່ງໄລຍະຜ່ານມາທາງບໍລິສັດກໍມອບທຶນໃຫ້ແກ່ນັກສຶກສາມາໂດຍຕະຫຼອດ.

ໃນວັນທີ 19 ກຸມພາ 2021 ນີ້ໄດ້ມອບທຶນໃຫ້ເປັນຈໍານວນ 150 ທຶນ ມູນຄ່າປະມານ 440 ລ້ານກີບ, ໃນນັ້ນ ນັກສຶກສາທີ່ໄດ້ຮັບທຶນຢູ່ໃນມະຫາວິທະຍາໄລແຫ່ງຊາດແມ່ນໄດ້ 120 ທຶນ ລວມມູນຄ່າ 349 ລ້ານກີບ ແລະ ສະຖາບັນວິຈິດສິນແຫ່ງຊາດແມ່ນໄດ້ 30 ທຶນ ລວມມູນຄ່າ 91 ລ້ານກີບ ໂດຍຜູ້ໄດ້ຮັບທຶນແຕ່ລະຄົນຈະໄດ້ຮັບເງິນ 300,000 ກີບຕໍ່ເດືອນ.

ມອບທຶນການສຶກສາໂດຍທ່ານ Henrik Juel Andersen ຜູ້ອໍານວຍການໃຫຍ່ບໍລິສັດເບຍລາວ ຈຳກັດ, ທ່ານ ຄໍາສຸກ ແກ້ວວົງຊາຍ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ ແລະ ທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີຝ່າຍຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ.

ຖືໄດ້ວ່າເປັນໂຄງການໜຶ່ງທີ່ສະແດງໃຫ້ເຫັນເຖິງຄວາມສໍາຄັນຫຼາຍ ຕໍ່ກັບການພັດທະນາຊັບພະຍາກອນມະນຸດ ແລະ ປະເທດຊາດ, ໂຄງການດັ່ງກ່າວແມ່ນເລີ່ມຕັ້ງແຕ່ປີ 2010 ຈົນຮອດປັດຈຸບັນ, ໄດ້ສະໜັບສະໜູນການສຶກສາໃຫ້ແກ່ 7 ສະຖາບັນເຊັ່ນ: ມະຫາວິທະຍາໄລແຫ່ງຊາດ, ສະຖາບັນວິຈິດສິນແຫ່ງຊາດ, ວິທະຍາໄລສຸພານຸວົງ, ວິທະຍາໄລຄູປາກເຊ, ວິທະຍາໄລຈໍາປາສັກ, ມະຫາວິທະຍາໄລຄູສະຫວັນນະເຂດ ແລະ ມະຫາວິທະຍາໄລສະຫວັນນະເຂດໃນປີທີ່ຜ່ານມາ ປີລະ 330 ຄົນ, ມີນັກສຶກສາທີ່ໄດ້ຮັບທຶນປີທີ່ຜ່ານມາ 3,000 ກວ່າທຶນ, ລວມມູນຄ່າ 10 ຕື້ກວ່າກີບ.

ຂອບໃຈຂໍ້ມູນຈາກ:

https://fb.watch/3QpR_6L0G1/

ບໍລິສັດເບຍລາວ ໃຫ້ທຶນການສຶກສາສໍາລັບນັກສຶກສາ ທີ່ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນວິຈິດສິນແຫ່ງຊາດ – Vientiane Times Lao

https://www.facebook.com/fm90laos/posts/3794786083947957