Preview realme M1 Sonic ແປງຖູແຂ້ວໄຟຟ້າໂຊນິກທີ່ບໍ່ຕ້ອງອອກແຮງຖູແຂ້ວກໍສະອາດໄດ້


realme ໄດ້ເລີ່ມຂະຫຍາຍລາຍການສິນຄ້າຈາກທີ່ມີພຽງແຕ່ Smart Phone ທີ່ຂາຍດີຂຶ້ນຈົນຕິດອັບດັບ 1 ໃນ 5 ແບຣນທີ່ຂາຍດີທີ່ສຸດ ອອກມາບຸກຕະຫຼາດສິນຄ້າອີເລັກໂທຣນິກ ແລະ ອຸປະກອນ IoT ໂດຍຈະມີທັງໂທລະທັດ, ໂມງ, ກ້ອງວົງຈອນປິດ, ເຄື່ອງສັ່ງນ້ຳໜັກ ລວມໄປເຖິງແປງຖູແຂ້ວໄຟຟ້າໂຊນິກ ທີ່ໄລຍະນີ້ໄດ້ຮັບຄວາມນິຍົມຂຶ້ນເລື້ອຍໆ.

ແປງຖູແຂ້ວໄຟຟ້າຈາກ realme  ຈະເປັນແບບ sonic ເຊິ່ງກຳລັງເປັນທີ່ນິຍົມຂອງແປງຖູແຂ້ວໄຟຟ້າຍຸກນີ້ ເຊິ່ງຖ້າຫາກຈຳແນກແລ້ວ ແປງຖູແຂ້ວໄຟຟ້າໃນປັດຈຸບັນໜ້າຈະແບ່ງອອກໄດ້ເປັນ 3 ແບບຄື:

  1. Electric: ຫົວແປງຈະເຄື່ອນທີ່ໄປໃນທິດທາງລຸ່ມ ຫຼື ເປັນແບບຫົວແປງມົນທີ່ຈະໝຸນໄປເລື້ອຍໆເຮັດໃຫ້ເຮົາບໍ່ຕ້ອງອອກແຮງ ຫຼື ເໜັງກ້າມເນື້ອເພື່ອຖູແຂ້ວ.
  2. Sonic: ມີການໃຊ້ມໍເຕີຄວາມໄວສູງເພື່ອເລື່ອນໃຫ້ຕົວແປງສັ່ນ ຈົນເກີດຄື້ນສຽງຂຶ້ນ ຈົນເປັນທີ່ມາຂອງຊື່ມັນ, ເຊິ່ງແຮງສັ່ນນີ້ຈະເຮັດໃຫ້ສິ່ງເປິເປື້ອນ ຫຼື ອາຫານທີ່ຕິດຕາມແຂ້ວຂອງເຮົາຫຼຸດອອກງ່າຍ ໂດຍຈະມີຄວາມຖີ່ຕັ້ງແຕ່ 200 – 400Hz ຫຼື ຄິດເປັນຈຳນວນການເຄື່ອນໄຫວຈະຢູ່ທີ່ເກືອບໆ 24,000 – 48,000 ຄັ້ງຕໍ່ນາທີ.
  3. Ultrasonic: ຈະຄ້າຍຄືກັບໂຊນິກທີ່ມີການສັ່ນດ້ວຍຄວາມໄວສູງຈົນເຮັດໃຫ້ສິ່ງເປິເປື້ອນ, ແບັກທີເຣຍຕາມແຂ້ວຫຼຸດອອກໄດ້ແຕ່ວ່າຈະໄວຂຶ້ນໄປອີກ ເຮັດວຽກຢູ່ທີ່ຄວາມຖີ່ 1.6MHz (1600000Hz) ເຊິ່ງເປັນຄວາມຖີ່ທີ່ສູງເກີນຄວາມສາມາດຂອງຫູເຮົາຈະໄດ້ຍິນ ເມື່ອຄິດເປັນຈຳນວນການເຄື່ອນໄຫວກໍຈະຢູ່ທີ່ຫຼາຍລ້ານຄັ້ງຕໍ່ນາທີ.

ໂດຍແບບທີ່ໄດ້ຮັບຄວາມນິຍົມ ແລະ ຫຼາຍແບຣນເລືອກເຮັດມາວາງຈຳໜ່າຍໃນປັດຈຸບັນກໍຈະເປັນແບບ Sonic ຄືກັນກັບຂອງ realme M1 Sonic ຕົວນີ້.

ສະເປັກທີ່ໜ້າສົນໃຈຂອງ realme  M1 Sonic ມີດັ່ງນີ້:

  • ມໍເຕີໄຟຟ້າຄວາມຖີ່ສູງ 34,000 ຄັ້ງຕໍ່ນາທີ
  • ຂົນແປງ DuPontTM  ກຳຈັດແບັກທີເຣຍໄດ້ 99.99%
  • ອົງສາການແກວ່ງກວ້າງ 10ອົງສາ
  • ຫົວແປງປາສະຈາກໂລຫະ ບາງພຽງ 3.5 ມມ.
  • ແບັດເຕີຣີ່ 800 mAh ໃຊ້ງານໄດ້ປະມານ 90 ວັນຕໍ່ການສາກຄັ້ງໜຶ່ງ
  • ໂຫມດການເຮັດວຽກມີ 4 ໂຫມດ
  • ກັນນ້ຳ IPX7

ອຸປະກອນພາຍໃນກ່ອງ REALME M1 SONIC

ເມື່ອເປີດກ່ອງອອກມາຈະພົບກັບຕົວດ້າມຈັບຂອງແປງ ທີ່ຈະປະກອບໄປດ້ວຍຕົວມໍເຕີ, ແບັດເຕີຣີ່ ແລະ ປຸ່ມຄວບຄຸມ ໂດຍຈະບໍ່ເຫັນຮູສາກໄຟແຕ່ຢ່າງໃດ ເພາະມັນມາພ້ອມກັບແທ່ນສາກແບບໄຮ້ສາຍ ສຽບສາກຄັ້ງໜຶ່ງພຽງ 4.5 ຊົ່ວໂມງ ກໍໃຊ້ງານໄດ້ສູງສຸດເຖິງ 90 ມື້.

ຫົວແປງມີມາໃຫ້ 2 ແບບຄື: ແບບປົກກະຕິ ແລະ ແບບນຸ້ມພິເສດ ໂດຍຕົວແປງຈະມີຄວາມພິເສດກວ່າຫົວແປງທົ່ວໄປຢູ່ບ່ອນທີ່ວ່າມີຄວາມໜາແໜ້ນຫຼາຍກວ່າເກືອບ 40% ພ້ອມມີການເຄືອບສາຍທີ່ຊ່ວຍຢຸດການຈະເລີນເຕີບໃຫຍ່ຂອງແບັກທີເຣຍໄດ້ເຖິງ 99% ແລະ ເມື່ອສັງເກດຖານຂອງຂົນແປງຈະເຫັນວ່າມີຄວາມບາງກວ່າປົກກະຕິ ພຽງແຕ່ 3.5 ມມ. ເທົ່ານັ້ນ ເຊິ່ງເປັນຜົນມາຈາກເທັກນິກການເຮັດຫົວແປງທີ່ບໍ່ແມ່ນຕະຂໍ ແຕ່ໃຊ້ເປັນການຫຼອມຂົນແປງໃຫ້ເຂົ້າກັບຫົວເລີຍ.

ສ່ວນຂົນແປງທາງດ້ານເທິງເປັນແບບປາຍມົນ 98% ເຊິ່ງທາງ realme ບອກວ່າຈະຮັກສາເຫືອກຂອງເຮົາໄດ້ດີກວ່າ ລວມເຖິງຫົວແປງແບບປົກກະຕິຈະມີການໃສ່ສີຟ້າຢູ່ທີ່ຂົນແປງເອົາໄວ້ ເພື່ອບົ່ງບອກເຖິງອາຍຸການໃຊ້ງານ ຖ້າວ່າມັນຈືດຈາງລົງເມື່ອໃດກໍຈະຮູ້ໄດ້ທັນທີວ່າຮອດເວລາປ່ຽນແລ້ວ.

ວິທີການໃຊ້ງານກໍບໍ່ໄດ້ຍາກຫຍັງຫຼາຍ ພຽງແຕ່ເອົາສ່ວນຫົວແປງ ແລະ ດ້າມຈັບມາປະກອບເຂົ້າກັນພຽງເທົ່ານີ້ກໍພ້ອມໃຊ້ງານໄດ້ທັນທີ, ກົດປຸ່ມເພື່ອເປີດເຄື່ອງ ລວມເຖິງເລືອກໂຫມດທີ່ຕ້ອງການໃຊ້ງານ ໂດຍສາມາດປັບປ່ຽນໂຫມດການໃຊ້ງານໄດ້ເຖິງ 4 ໂຫມດ ລະຫວ່າງໃຊ້ງານຕົວມໍເຕີຈະມີສຽງອອກມາແບບຄ່ອຍໆບໍ່ເກີນ 60db ເທົ່ານັ້ນ.

ໂຫມດການເຮັດວຽກທັງ 4 ໂຫມດ ຈະປະກອບໄປດ້ວຍ

  • Soft:  ສຳລັບຄົນທີ່ແຂ້ວ ແລະ ເຫືອກບາງ
  • Clean:  ໂຫມດປົກກະຕິ ເລືອກໃຊ້ໂຫມດນີ້ເປັນຫຼັກ
  • White:  ເຮັດຄວາມສະອາດແບບລ້ຳເລິກ ການສັ່ນຢູ່ທີ່ຄວາມຖີ່ສູງຂຶ້ນເຮັດໃຫ້ແຂ້ວຂາວຂຶ້ນແບບບໍ່ຕ້ອງເຄືອບແຂ້ວ
  • Polish:  ຂັດແຂ້ວເພື່ອກຳຈັດຄາບ ເຊັ່ນ: ຢາສູບ, ຊາ, ກາເຟ ແລະ ເຮັດໃຫ້ແຂ້ວຂາວຂຶ້ນ

ສ່ວນລາຄາຂອງແປງຖູແຂ້ວໄຟຟ້າ realme M1 Sonic  ນີ້ຈະຢູ່ທີ່ $51 ລາຄານີ້ກໍຖືວ່າບໍ່ແພງຈົນເກີນໄປ ແລະ ຈະມີອີກຕົວໜຶ່ງທີ່ສະເປັກລົດລົງ ພ້ອມທັງລາຄາກໍຕໍ່າລົງໄປອີກ ກໍຄືຮຸ່ນ N1 ທີ່ລາຄາເຫຼືອພຽງ $24 ເທົ່ານັ້ນ ຫາກທ່ານໃດທີ່ສົນໃຈກໍສາມາດສັ່ງຊື້ໄດ້ທີ່ຮ້ານຄ້າຕາມອອນລາຍໄດ້ເລີຍ.

ຂອບໃຈຂໍ້ມູນຈາກ: