ນັກລົງທຶນປະເທດຈີນ ຂໍສໍາປະທານທີ່ດິນລາວນໍາລັດຖະບານ ເພື່ອປູກຖົ່ວລຽນ ປະມານ 3,000-5,000 ເຮັກຕາ


ທ່ານ ນາງ ກິ່ງແກ້ວ ຈັນທະລັງສີ ຜູ້ອໍານວຍການບໍລິສັດ ບໍລິຄໍາໄຊ ພັດທະນາສົ່ງເສີມກະສິກໍາ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ເນື່ອງຈາກທີ່ຜ່ານມາປະເທດລາວມີ ສິນຄ້າຫຼັ່ງໄຫຼເຂົ້າມາໃນ ສປປ ລາວ ເປັນຈໍານວນຫຼາຍ ເຮັດໃຫ້ການແຂ່ງຂັນທາງການຄ້າຢູ່ໃນລະດັບສູງ, ສະນັ້ນ ປະເທດລາວເຮົາຈຶ່ງປ່ຽນຜັນເຮັດທຸລະກິດຜະລິດສິນຄ້າກະສິກໍາ ຕາມແນວທາງການສົ່ງເສີມຂອງພັກ ແລະ ລັດຖະບານ, ທີ່ທາງພັກເພິ່ນໄດ້ເຫັນເຖິງຄວາມສໍາຄັນ ກັບການສົ່ງເສີມຜະລິດສິນຄ້າກະສິກໍາແບບຍືນຍົງຄົງຕົວ ເພື່ອສ້າງລາຍໄດ້ໃຫ້ແກ່ປະຊາຊົນ ໂດຍສະເພາະສົ່ງອອກໃຫ້ແກ່ປະເທດຈີນ.

ໃນປັດຈຸບັນ ປະເທດລາວເຮົາເລີ່ມເຮັດກະສິກໍາເພີ່ມຂຶ້ນແລ້ວ ເພື່ອລົດການນໍາເຂົ້າປະກອບກັບລັດຖະບານ ເອົາໃຈໃສ່ສະໜັບສະໜູນໃຫ້ປະຊາກອນລາວມາປະກອບອາຊີບໃນປະເທດຂອງຕົນ, ນອກຈາກນີ້ ລາວເຮົາຍັງມີພື້ນທີ່ອີກຈໍານວນຫຼາຍ ທີ່ເໝາະແກ່ການເຮັດກະສິກໍາ. ສະນັ້ນ ຈຶ່ງມີນັກລົງທຶນຫຼາຍປະເທດ ສົນໃຈຢາກຈະມາລົງທຶນຢູ່ໃນລາວ ໂດຍສະເພາະແມ່ນປະເທດຈີນ ເຊິ່ງຈີນເອງກໍຂໍສໍາປະທານທີ່ດິນລາວປະມານ 3,000-5,000 ເຮັກຕາ ເພື່ອປູກຖົ່ວລຽນແລ້ວສົ່ງອອກມາຍັງປະເທດຂອງຕົນ.

ໄລຍະທີ່ຜ່ານມາປະເທດລາວແມ່ນໄດ້ນໍາເຂົ້າຖົ່ວລຽນຈາກ: ປະເທດໄທ, ຫວຽດນາມ, ມາເລເຊຍ, ຟີລິບປິນ ແລະ ຫຼາຍທີ່ສຸດແມ່ນນໍາເຂົ້າຈາກປະເທດຈີນ. ນອກຈາກນີ້ ຈີນຍັງເປັນຕະຫຼາດໃຫຍ່ທີ່ສຸດໄດ້ຮອງຮັບເອົາ ສປປ ລາວ, ຕົກລົງໃຫ້ມີການຄ້າແບບເສລີ (FTA) ແລະ ບໍ່ເກັບຄ່າພາສີນໍາເຂົ້າ ເຊິ່ງມີປະເທດ: ຈີນ, ອີຕາລີ, ນິວຊີແລນ, ຢີ່ປຸ່ນ, ອິນເດຍ ເປັນຕົ້ນ.

ເຖິງຢ່າງໃດກໍຕາມ ລາວເຮົາກໍໄດ້ຖືກຮອງຮັບຈາກບໍລິສັດຕະຫຼາດຈີນຢູ່ແລ້ວ ສໍາລັບແນວພັນໝາກຖົ່ວລຽນທີ່ປູກແລ້ວນັ້ນ ແມ່ນໄດ້ນໍາເຂົ້າຈາກຕ່າງປະເທດ; ເຊິ່ງປູກໄປແລ້ວບາງຊະນິດ ພ້ອມຄາດຄະເນວ່າຈະສົ່ງອອກຖົ່ວລຽນໄດ້ໃນປີ 2024.

ປັດຈຸບັນ ສປປ ລາວ ມີເນື້ອທີ່ປູກໝາກຖົ່ວລຽນໃນແຂວງຈໍາປາສັກ, ເຊິ່ງເປັນຖົ່ວລຽນທ້ອງຖິ່ນ ແລະ ໝອນທອງ, ເຮັດໃຫ້ນັກລົງທຶນຈາກປະເທດຈີນສົນໃຈຢາກຈະສໍາປະທານໃນທີ່ດິນແຫ່ງນີ້ອີກດ້ວຍ ແຕ່ລັດຖະບານລາວຍັງບໍ່ໄດ້ໃຫ້ຄໍາຕອບ.

ຂອບໃຈຂໍ້ມູນຈາກ: https://www.thansettakij.com/content/world/469544?fbclid=IwAR0ckxSvhVuvhiaZiQl3xdNWxyKnF2tR9_W-V7FQMaoQ37ch8gvEi503dxk