ນະວັດຕະກຳໃໝ່ ປ່ຽນນ້ຳທະເລໃຫ້ກາຍເປັນນ້ຳດື່ມ ແລະ ໃຫ້ແສງສະຫວ່າງໃນຕອນກາງຄືນ ດ້ວຍພະລັງງານແສງອາທິດ


ນະວັດຕະກຳປ່ຽນນ້ຳທະເລໃຫ້ກາຍເປັນນ້ຳດື່ມນີ້ ເປັນນະວັດຕະກຳທີ່ເກີດຂຶ້ນເພື່ອຊາວຊິລີ ປະເທດທີ່ຢູ່ຊາຍຝັ່ງມະຫາສະໝຸດປາຊີຟິກໃນທະວີບອາເມຣິກາໃຕ້ ທີ່ປະຊາກອນກຳລັງຂາດນ້ຳອຸປະໂພກຢ່າງໜັກ.

ຜ່ານມາປະເທດຊິລີ ເປັນປະເທດທີ່ມີແຫຼ່ງນ້ຳຈືດຫຼາຍ ແຕ່ປະຊາຊົນຍັງຂາດນ້ຳ ເນື່ອງຈາກແຫຼ່ງນ້ຳ 27 ຈາກ 28 ແຫ່ງ ເປັນກຳມະສິດຂອງບໍລິສັດເອກະຊົນ ຍ້ອນວ່າກົດໝາຍທີ່ບໍ່ຍຸຕິທຳ ແລະ ເອື້ອຜົນປະໂຫຍດໃຫ້ແກ່ນາຍທຶນ ບວກກັບບັນຫາໄພແລ້ງ ເຮັດໃຫ້ປະຊາຊົນຊິລີຈຳນວນບໍ່ໜ້ອຍຕ້ອງພົບກັບບັນຫາຂາດແຄນນ້ຳຕາມມາ ແລະ ຕ້ອງຈ່າຍລາຄານ້ຳດື່ມ 1,000 ລິດ ທີ່ມີລາຄາເຖິງ 120,000 ກີບ.

ບັນຫາດັ່ງກ່າວ ໄດ້ເຮັດໃຫ້ Henry Glogau ນັກອອກແບບຊາວອອສເຕເລຍ ຮູ້ສຶກຢາກຊ່ວຍເຫຼືອພວກເຂົາ ຈຶ່ງນຳເອົາພະລັງງານແສງອາທິດເຂົ້າມາຊ່ວຍຜະລິດນະວັດຕະກຳທີ່ຊື່ວ່າ “Solar Desalination Skylight” ທີ່ຊ່ວຍກັ່ນຕອງນ້ຳທະເລໃຫ້ກາຍເປັນນ້ຳສະອາດ ແລະ ຍັງສາມາດເປັນດອກໄຟໃຫ້ແສງສະຫວ່າງແກ່ເຮືອນນຳອີກດ້ວຍ.

Solar Desalination Skylight ຈະດູດເອົານ້ຳທະເລຜ່ານທໍ່ທາງຫຼັງ ແລະ ໃຊ້ຄວາມຮ້ອນຈາກແສງຕາເວັນມາຊ່ວຍລະເຫີຍອາຍນ້ຳໃຫ້ເປັນນ້ຳຈືດສະອາດດື່ມໄດ້ ຈາກນັ້ນເກືອຈາກນ້ຳທະເລກໍຈະນຳໄປເປັນພະລັງງານແບັດເຕີຣີເກືອ 9.53 ໂວລ ຜ່ານທໍ່ເກັບທອງແດງ ແລະ ສັງກະສີ ກາຍເປັນແສງໄຟຍາມກາງຄືນນັ້ນເອງ ເຊິ່ງແບັດເຕີຣີດັ່ງກ່າວຈະຊາຈດ້ວຍແຜງໂຊລາເຊວໃນເວລາກາງເວັນ.

ຜົນງານຂອງ Henry Glogau ນັ້ນໄດ້ຮັບການສະເໜີເຂົ້າຊີງຮາງວັນ LEXUS Design Award 2021 ພາຍໃຕ້ຫົວຂໍ້ການອອກແບບ “Designing for the better tomorrow” ການອອກແບບເພື່ອອະນາຄົດທີ່ດີກວ່າ.

ນະວັດຕະກຳດັ່ງກ່າວ ຖືວ່າເປັນການຍິງປືນລູກດຽວໄດ້ນົກສອງໂຕ ໄດ້ທັງນ້ຳສະອາດ ແລະ ໄຟຟ້າ ໃນລາຄາທີ່ບໍ່ແພງ ແຖມຍັງນຳໃຊ້ຊັບພະຍາກອນທີ່ມີຢູ່ໄດ້ຢ່າງກຸ້ມຄ່າ ນັບວ່າເປັນນະວັດຕະກຳທີ່ມີຄວາມຍືນຍົງສຸດໆ.

ຂອບໃຈຂໍ້ມູນຈາກ:

https://bit.ly/2RHmJ8x